ບໍລິສັດ General Electric ຫຼື GE ໄດ້ເປີດຫ້ອງການ ຜູ້ຕາງໜ້າຂຶ້ນຢ່າງເປັນທາງ
ການທີ່ນະຄອນຫຼວງວຽງຈັນ ສປປ ລາວ ເມື່ອວັນທີ 9 ມິຖຸນາຜ່ານມານີ້ ອີງຕາມຖະ
ແຫຼງຂ່າວຂອງສະຖານທູດສະຫະລັດ.
ໃນພິທີດັ່ງກ່າວ ທ່ານນາງ Rena Bitter ເອກອັກຄະລັດຖະທູດ ສະຫະລັດ ປະຈຳ
ສປປ ລາວ ກໍໄດ້ເຂົ້າຮ່ວມໃນການຕັດແຖບຜ້າພ້ອມທັງໄດ້ເນັ້ນໜັກໃຫ້ເຫັນຄວາມ
ສຳຄັນໃນການເຂົ້າມາລົງທຶນຂອງບໍລິສັດ GE ອັນເປັນສັນຍານທີ່ດີທາງດ້ານສາຍ ພົວພັນລະຫວ່າງສະຫະລັດ ແລະ ສປປ ລາວ ທີ່ນັບມື້ນັບຂະຍາຍຕົວເພີ່ມຂຶ້ນ.
ທ່ານນາງ Rena Bitter ແລະຜູ້ບໍລິຫານສູງສຸດ ຂອງ GE ປະຈຳເຂດອາຊຽນ ໄດ້
ເຂົ້າພົບປະກັບທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະທ່ານອາລຸນ
ແກ້ວ ກິດຕິຄຸນ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ.
ຫ້ອງການຜູ້ຕາງໜ້າ ຂອງບໍລິສັດ GE ປະຈຳ ສປປ ລາວ ຕັ້ງຢູ່ທີ່ຕຶກວຽງຈັນເຊັນເຕີ້ ຖະໜົນຄູວຽງ ເຊິ່ງມີທີມງານແລະຫົວໜ້າເປັນຄົນລາວ. ຫົວໜ້າຫ້ອງການ ຕາງໜ້າ
ປະຈຳ ສປປ ລາວ ແມ່ນ ທ່ານສິນນະສອນ ບູລົມ.
ໃນການກ່າວເປີດພິທີນັ້ນ ປະທານ ແລະຜູ້ບໍລິຫານສູງສຸດ ຂອງບໍລິສັດ GE ປະຈຳ
ເຂດອາຊຽນ ທ່ານ Wouter Van Wersch ໄດ້ກ່າວວ່າ ສປປ ລາວ ຖືວ່າເປັນໜຶ່ງ ໃນປະເທດທີມີການພັດທະນາໄວທີ່ສຸດໃນອາຊຽນເຊິ່ງມີໂຕເລກການຂະຫຍາຍຕົວ
ທາງດ້ານເສດຖະກິດຫລາຍກວ່າ 7 ເປີເຊັນ. ປັດຈຸບັນ ສປປ ລາວ ແມ່ນກຳລັງ ທຳ
ການສ້າງພື້ນຖານໂຄງລ່າງທີ່ສຳຄັນ.
“ສຳລັບຫ້ອງການໃໝ່ ແລະ ທີມງານພວກເຮົາ ແມ່ນຫວັງຈະໄດ້ເປັນສ່ວນໜຶ່ງ ໃນ ການປະກອບສ່ວນພັດທະນາປະເທດ ໂດຍການນຳເອົາ ເທັກໂນໂລຈີທັນສະໄໝ
ຕ່າງໆ ເຂົ້າມາບວກໃສ່ຄວາມຊຳນິຊຳນານ ແລະປະສົບການທີ່ມີ ເພື່ອສະໜັບສະ
ໜູນໃນວຽກງານພະລັງງານໄຟຟ້າ ດ້ານສາທາລະນະສຸກ ການບິນ ແລະອື່ນໆ”
ທ່ານ Van Wersch ຍັງເວົ້າວ່າ ບໍລິສັດ GE ໄດ້ໃຫ້ບູລິມະສິດແລະຄວາມສຳຄັນ
ໃນການຊ່ວຍເລັ່ງແຜນເພື່ອໃຫ້ ສປປ ລາວກາຍເປັນຜູ້ຜະລິດແລະສົ່ງອອກໄຟຟ້າ
ລາຍໃຫ່ຍໃນອາຊຽນ.
ທັງນີ້ເພື່ອໃຫ້ ສປປ ລາວ ບັນລຸເປົ້າໝາຍກາຍເປັນ “ແຫລ່ງພະລັງງານໄຟຟ້າຂອງ
ອາຊຽນ ໃນອະນາຄົດ”. ພວກເຮົາສາມາດສະໜອງ ບໍລິການຄົບວົງຈອນກ່ຽວກັບ
ການຜະລິດກະແສໄຟຟ້າ ລະບົບດີຈິຕອນການເກັບຮັກສາຂໍ້ມູນເທັກໂນໂລຈີທາງ
ເລືອກ ດ້ານການເງິນ-ການລົງທຶນ ພາຍໃຕ້ແຜນງານລະບົບນິເວດ ພະລັງງານໄຟ
ຟ້າຂອງ GE.
ໃນຂະແໜງການ ກ່ຽວກັບໄຟຟ້າພະລັງນ້ຳນັ້ນ ບໍລິສັດ GE ໄດ້ເຊັນສັນຍາຕົກລົງ ໃນການຈັດຫາອຸປະກອນ ໃຫ້ແກ່ໂຄງການຕ່າງໆ ເຊິ່ງມີການລິເລີ່ມພັດທະນາໃນ
ພື້ນ ທີ່ຕ່າງໆໃນປະເທດ. ວຽກງານການເຊື່ອມຕໍ່ຕາຂ່າຍໄຟຟ້າແລະເທັກໂນໂລຈີ
ຕ່າງໆ ຂອງບໍລິສັດ GE ຖືວ່າມີຄວາມສຳຄັນຫຼາຍ ສຳລັບໂຄງການເຂື່ອນໄຟຟ້າ
ທົ່ວປະເທດ.
ນອກເໜືອຈາກການສະໜອງທາງດ້ານອຸປະກອນແລະຄວາມຊຳນິຊານທາງດ້ານ ເທັກໂນໂລຈີແລ້ວບໍລິສັດ GE ຍັງສັນຍາວ່າຈະໃຫ້ການເບິ່ງແຍງ ສປປ ລາວໂດຍ
ການຜະລິດວິສະວະກອນ ລຸ້ນຕໍ່ໄປ ໃຫ້ມີຄວາມຊ່ຽວຊານ ດ້ານວຽກງານພື້ນຖານ
ໂຄງລ່າງ.
ໃນເດືອນກັນຍາທີ່ຜ່ານນີ້ ບໍລິສັດ GE ແລະ ບໍລິສັດໄຟຟ້າລາວໄດ້ເຊັນບົດບັນທຶກ ຄວາມເຂົ້າໃຈກ່ຽວກັບການຮ່ວມມືວິໄຈ ແລະ ການຝຶກອົບຮົມແຜນງານຕ່າງໆເພື່ອ ແນໃສ່ການພັດທະນາໄລຍະຍາວ ກ່ຽວກັບວຽກງານຂະແໜງພະລັງງານໄຟຟ້າເຊິ່ງ ລວມມີການສະໜັບສະໜູນເຄື່ອງອຸປະກອນຈາກໂຮງງານຂອງບໍລິສັດ GE ສຳລັບ ໃຊ້ໃນຫ້ອງທົດລອງ ແລະຝຶກອົບຮົມ ນອກຈາກນັ້ນ ຍັງມີການຝຶກອົບຮົມ ການບໍລິ ຫານທຸລະກິດໃຫ້ແກ່ພະນັກງານເຂື່ອນ ວິສະວະກອນແລະຫົວໜ້າໂຄງການ. ແຜນ
ງານນີ້ ຍັງມີຄວາມຕັ້ງໃຈແບ່ງຜົນປະໂຫຍດໃຫ້ແກ່ຊຸມຊົນ ຈາກການພັດທະນາໄຟ ຟ້າພະລັງນ້ຳກາຍເປັນກະແສໄຟຟ້າໃຫ້ທ້ອງຖິ່ນແລະມີການຄຸ້ມຄອງໂດຍທ້ອງຖິ່ນ.
ນອກຈາກຫ້ອງການຕ່າງໜ້າຢູ່ ສປປ ລາວແລ້ວ ບໍລິສັດ GE ຍັງມີຫ້ອງການຜູ້ຕາງ
ໜ້າຢູ່ອີກ 9 ປະເທດໃນອາຊຽນເຊັ່ນ ປະເທດສິງກະໂປ ມາເລເຊຍ ບຣູໄນ ມຽນມາ
ກຳປູເຈຍ ໄທ ຟີລີປິນ ອິນໂດເນເຊຍ ແລະຫວຽດນາມ.