ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໃຊ້ກຳມະພັນ ເຂົ້າໃນການປິ່ນປົວ ໂຣກມະເຮັງ ຂອງເດັກນ້ອຍ ເຮັດໃຫ້ມີ ຄວາມເຈັບປວດໜ້ອຍ


Genetic Profiling May Make Children's Treatment of Cancer Less Painful
please wait

No media source currently available

0:00 0:01:14 0:00

ພວກເດັກນ້ອຍ ທີ່ໄດ້ຖືກວິນິດໄສວ່າ ເປັນໂຣກມະເຮັງ ອາດໄດ້ຮັບຄວາມທໍລະມານ ຈາກຜົນຂ້າງຄຽງ ໃນການປິ່ນປົວ ພໍໆກັບ ທີ່ໄດ້ຮັບຈາກໂຣກມະເຮັງເອງ.

​ພວກເດັກນ້ອຍ ທີ່ໄດ້ຖືກວິນິດໄສວ່າ ເປັນໂຣກມະເຮັງ ອາດໄດ້ຮັບຄວາມທໍລະມານ
ຈາກຜົນຂ້າງຄຽງ ໃນການປິ່ນປົວ ພໍໆກັບ ທີ່ໄດ້ຮັບຈາກໂຣກມະເຮັງເອງ. ແຕ່ວ່າ ການສຶກສາໃໝ່ອັນນຶ່ງ ໄດ້ສ້າງຄວາມຫວັງໄວ້ວ່າ ການປິ່ນປົວ ຈະໄດ້ຮັບການປັບປຸງ

ໃຫ້ດີຂຶ້ນ. ດັ່ງທີ່ນັກຂ່າວຂອງວີໂອເອ ໄຟຊາ ແອລມາສຣີ ໄດ້ເລົ່າສູ່ພວກເຮົາຟັງ ກໍແມ່ນ
ວ່າ ມັນຈະຕ້ອງໃຊ້ການກວດທາງກຳມະພັນ ເພື່ອຕັດສິນວ່າ ເດັກນ້ອຍທີ່ເປັນໂຣກ
ມະເຮັງ ຕ້ອງໄດ້ຮັບການບຳບັດເຄມີ ໃນປະລິມານຫຼາຍເທົ່າໃດແທ້ ເຊິ່ງວັນສະສອນ
ຈະມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ້າວ ອອສກາຣ໌ ຮາວເວີດ-ໂຮລ (Oscar Howard-Hull) ກຳລັງພະຍາຍາມທີ່ຈະ
ໃຊ້ຊີວິດແບບທຳມະດາປົກກະຕິ ແບບເດັກນ້ອຍ ໄວ 7 ຂວບທົ່ວໄປ ໃນຂະນະ ທີ່ລາວ ກຳລັງຕໍ່ສູ້ກັບໂຣກຮ້າຍລິມໂພບລາສຕິກ ລູຄີເມຍ (lymphoblastic leukemia) ຊຶ່ງເປັນໂຣກຊະນິດນຶ່ງທີ່ພົບເຫັນຫຼາຍທີ່ສຸດ ໃນໂຣກມະເຮັງຂອງໝູ່ພວກເດັກນ້ອຍ. ລາວເປັນພາກສ່ວນນຶ່ງຄົນເຈັບທົດລອງ ທີ່ໃຊ້ກຳມະພັນ ເພື່ອຕັດສີນໃນເຖິງລະດັບ
ຂອງການບຳບັດດ້ວຍການສາຍແສງ ຫຼື ຄີໂມເຕຣາປີ.

ອາຈານແອັນໂຕນີ ມໍຣ໌ແມນ (Anthony Moorman) ຈາກມະຫາວິທະຍາໄລ
ນິວແຄດໂຊ (Newcastle University) ກ່າວວ່າ “ທ່ານສາມາດທີ່ຈະຕັດສີນໃຈ
ໄດ້ໃນດ້ານຄວາມສ່ຽງໃຫ້ລະອຽດຫຼາຍ ແລະແມ່ນຍຳກວ່າເກົ່າ ແລະບົ່ງຊີ້ຄົນເຈັບ ໄດ້ວ່າມີຄວາມສ່ຽງຕໍ່ການກັບຄືນມາຫຼາຍປານໃດ ແລ້ວຕໍ່ໄປຈຶ່ງຕັດສີນໃຈ
ສຳລັບການປິ່ນປົວ.”

ການສຶກສາທີ່ວ່ານີ້ ແມ່ນເປັນການຮ່ວມທຶນ ໂດຍອົງການການກຸສົນຂອງພວກ
ເດັກນ້ອຍ ບລັດວາຍສ໌ ແອັນຊຽວເດຣັນ ກັບ ອົງການໂຣກມະເຮັງອັງກິດ ຫຼື
(Bloodwise and Children Cancer UK).

ທ່ານຄລິຟຟ ໂອ ກໍແມນ (Cliff O’Gorman) ຈາກອົງການໂຣກມະເຮັງອັງກິດ
ກ່າວວ່າ “ສິ່ງທີ່ພວກເຮົາກຳລັງຫາຊ່ອງທາງທີ່ຈະກະທຳ ກໍຄື ການຊອກຫາ
ວິທີປິ່ນປົວພະຍາບານທີ່ນິ້ມນວນກວ່າ ເບົາບາງກວ່າ ສຳຫຼັບເດັກນ້ອຍພວກນີ້
ແລະນີ້ ແມ່ນວິທີທາງນຶ່ງ ທີ່ພວກເຮົາຈະປະຕິບັດ.”

ແມ່ຂອງທ້າວ ອອສກາຣ໌ ກ່າວວ່າ ໃນການປິ່ນປົວທີ່ລູກຂອງລາວໄດ້ຮັບນັ້ນ ແມ່ນເປັນ
ແບບບຸກລຸກຮ້າຍແຮງ, ຜົມຂອງລາວລົ່ນ ແລະລາວກໍບໍ່ສາມາດທີ່ຈະຍ່າງເດີນໄດ້.

ທ່ານນາງ ຄິມເບີລີ ຮາວເວີດ-ໂຮລ (Kimberley Howard-Hull) ກ່າວວ່າ
“ສະນັ້ນ, ເມື່ອຄິດໃຫ້ໄກອອກໄປແລ້ວ ສຳລັບພວກຄອບຄົວອື່ນໆ ພວກເຂົາ
ເຈົ້າກໍອາດຈະບໍ່ຈຳເປັນຕອ້ງໄດ້ຜ່ານພ່າອຸບປະສັກຕ່າງໆນາໆຢ່າງໃຫຽ່ຫຼວງ ໃນການປິ່ນປົວແລະ ຜົນກະທົບຂ້າງຄຽງທາງການແພດທີ່ຈະຕິດຕາມມານໍາ ຊຶ່ງຈະເປັນການດີວິເສດແທ້ໆ.”


ການຮັກສາປິ່ນປົວໂຣກມະເຮງຂອງພວກເດັກນ້ອຍ ແບບສະບາຍກວ່າ ແລະໄດ້ຜົນ
ຫຼາຍກວ່າ ແມ່ນເປັນເປົ້າໝາຍອັນສຳຄັນ.

ເບິ່ງວີດິໂອກ່ຽວກັບ​ຂ່າວ​ນີ້​ເພີ່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG