ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນາຍົກ ເຢຍຣະມັນ ແລະ ປ. Trump ພົບປະກັນ ເປັນຄັ້ງທໍາອິດ ທີ່ທໍານຽບຂາວ


ປ. ທຣຳ ຕ້ອນຮັບນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel ຢູ່ນອກປະຕູ ປີກຕາເວັນຕົກ ຂອງ ທຳນຽບຂາວ. (17 ມີນາ 2017)
ປ. ທຣຳ ຕ້ອນຮັບນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel ຢູ່ນອກປະຕູ ປີກຕາເວັນຕົກ ຂອງ ທຳນຽບຂາວ. (17 ມີນາ 2017)

ນາຍົກລັດຖະມົນຕີຂອງເຢຍຣະມັນ ແລະປະທານາທິບໍດີຂອງສະຫະລັດຈະພົບປະ ກັນການໃນວັນສຸກມື້ນີ້ ທີ່ທໍານຽບຂາວ.

ທ່ານນາງ Angela Merkel ແລະ ທ່ານ Donald Trump ທໍາອິດ ໄດ້ມີແຜນພົບປະກັນ ໃນຕົ້ນອາທິດນີ້ ແຕ່ຍ້ອນມີພາຍຸຫິມະເຂົ້າມາເຂດຝັ່ງທະເລຕາເວັນອອກຂອງສະຫະລັດ ຈຶ່ງເຮັດໃຫ້ຜູ້ນໍາລະດັບໂລກສອງທ່ານເລື່ອນການພົບປະກັນຂອງຕົນອອກໄປ.

ການພົບປະຄັ້ງນີ້ ຈະເປັນການພົບປະແບບເຊິ່ງໜ້າກັນ ຄັ້ງທໍາອິດຂອງຜູ້ນໍາສອງປະເທດ ດັ່ງກ່າວ ນັບຕັ້ງແຕ່ທ່ານ Donald Trump ໄດ້ຮັບໄຊຊະນະແບບບໍ່ຄາດຝັນ ໃນການ
ເລືອກຕັ້ງ​ເມື່ອເດືອນພະຈິກ ປີກາຍນີ້.

ກ່ອນການເລືອກຕັ້ງ, ທ່ານ Trump ເວົ້າວ່າ ການທີ່ທ່ານນາງ Merkel ຮັບເອົາຜູ້ ອົບພະຍົບນັ້ນເປັນ “ຄວາມຜິດພາດທີ່ພາໃຫ້ເກີດຄວາມຫາຍຍະນະ” ແລະທ່ານກໍ ໄດ້ກ່າວຫາທ່ານນາງວ່າ ທ່ານນາງໄດ້ “ທໍາລາຍເຢຍຣະມັນ.”

ທ່ານ Trump ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ຂອງ​ອົງການ​ເນ​ໂຕ້ ຈ່າຍ​ເງິນ ​ເພີ່ມ​ຂຶ້ນ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ເຂົາ​ເຈົ້າ.

ທ່ານນາງ Merkel ທີ່ມີ​ອິດ​ທິພົນຄວບຄຸມ​ໃນ​ການ​ຊັກ​ຈູງບໍ່ໜ້ອຍຢູ່ໃນທະວີບຢູໂຣບ ຕໍາໜິຕິຕຽນການຫ້າມບໍ່ໃຫ້ຮັບ​ເອົາອົບພະຍົບ ແລະບໍ່​ໃຫ້ຊາວຕ່າງຊາດເດີນທາງເຂົ້າ
ເມືອງ ຂອງທ່ານ Trump ທີ່ໄດ້ຖືກສານສູງສຸດຂອງສະຫະລັດ ຂັດຂວາງໄວ້ນັ້ນ.

ແຕ່ຢ່າງໃດກໍຕາມ ນັກວິເຄາະທາງການເມືອງເວົ້າວ່າ ທ່ານ Trump ເບິ່ງຄືວ່າ ຈະໄດ້ຂໍ ຄໍາປຶກສາຈາກທ່ານນາງ Merkel ໃນການພົບປະກັນທີ່​ທຳນຽບຂາວ ກ່ຽວກັບການ​ຮັບ
ມື​ທີ່​ດີ​ທີ່​ສຸດ ກັບປະທານາທິບໍດີ Vladimir Putin ຂອງຣັດເຊຍ. ທ່ານນາງ Merkel ໄດ້ມີ ປະສົບການໃນການພົວພັນຮັບມືກັບຜູ້ນໍາຣັດເຊຍຢ່າງ​ກວ້າງຂວາງ ໃນຂະນະທີ່ທ່ານ Trump ໄດ້ຍົກຍ້ອງຜູ້ກ່ຽວຊຶ່ງເຮັດໃຫ້ບັນດາສະມາຊິກສະພາຈາກທັງພັກ Republican ແລະ Democrat ຕື່ນຕົກ​ໃຈ.

ອ່ານຂ່າວນີ້ອີກເປັນພາສາອັງກິດ

XS
SM
MD
LG