ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາ​ຜູ້​ນໍາ​ G8 ເສັດສິ້ນ ການປະຊຸມສຸດຍອດ ເປັນເວລາສອງວັນ (ວີ​ດີ​ໂອ/ສະ​ໄລ​ດ໌)


G8 Leaders Wrap Up Summit
please wait

No media source currently available

0:00 0:01:56 0:00
ລິງໂດຍກົງ

ວີດິໂອ: ບັນດາ​ຜູ້​ນໍາ​ຂອງ​ກຸ່ມ​ G8 ​ມ້ວນທ້າຍ​ກອງ​ປະຊຸມ​ສຸດ​ຍອດ ທີ່ Ireland ເໜືອ, ປະເທດອັງກິດ, ວັນທີ 18 ມິຖຸນາ 2013.

ບັນດາ​ຜູ້​ນໍາ​ຂອງພວກ​ປະ​ເທດ​ກຸ່ມ G8 ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ
​ເຈລະຈາ​ກັນ ​ເພື່ອ​ຍຸຕິ​ສົງ​ຄາມ​ກາງ​ເມືອງ​ໃນ​ຊີ​ເຣຍ ​ແຕ່ກໍບໍ່​ໄດ້​
ໄປ​ໄກ​ ຈົນ​ເຖິງ​ຂັ້ນ​ຮຽກຮ້ອງ​ໃຫ້ໂຄ່ນ​ລົ້ມ​ປະທານາທິບໍດີ
Bashar al-Assad ​ລົງ​ຈາກ​ອໍານາດ.

ບັນດາ​ຜູ້​ນໍາ​ຂອງ​ກຸ່ມ​ G8 ​ໄດ້​ສິ້ນ​ສຸດ​ການ​ປະຊຸມ​ກັນເປັນ​ເວລາ
2 ມື້​ ຢູ່ Ireland ​ເໜືອ ​ໂດຍກ່າວ​ວ່າ ການເຈລະຈາ​ສັນຕິ​ພາບ
ນັ້ນ ຄວນ​ຈະ​ເລີ່​ມຂຶ້ນ​ໂດຍ​ໄວທີ່​ສຸດ​ເທົ່າ​ທີ່​ຈະ​ໄວ​ໄດ້. ພວກ​ເຂົາ​
ເຈົ້າກ່າວ​ວ່າ ຜົນ​ຂອງ​ການ​ເຈລະຈາ​ກໍຄວນ​ຈະ​ເປັນການຈັດ​ຕັ້ງ
ລັດຖະບານ​ຊີເຣຍຊຸດ​ໃໝ່ຂຶ້ນ​ມາ ທີ່​ນໍາພາ​ໂດຍ​ພວກ​ຜູ້​ນໍາສູງ​
ສຸດ​ ທີ່​ປະຊາຊົນ​ໃຫ້​ຄວາມ​ເຊື່ອ​ຖື​ແລະ​ໄວ້​ວາງ​ໃຈ.


ບັນດາ​ຜູ້​ນໍາ​ຂອງ​ພວກ​ປະ​ເທດ​ຕາ​ເວັນ​ຕົກຢູ່​ໃນ​ກອງ​ປະຊຸມ ຊຶ່ງ​ຮວມທັງປະທານາທິບໍດີ
ສະຫະລັດທ່ານ Barack Obama ​ໄດ້​ຮຽກຮ້ອງ​ໃຫ້​ຍຸຕິ​ການ​ປົກຄອງ​ຂອງ​ທ່ານ Assad
​ແຕ່ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ຊຶ່ງ​ເປັນ​ພັນທະ​ມິດ​ຂອງ​ຊີ​ເຣຍນັ້ນ
ປະ​ຕິເສດ​ຕໍ່​ການ​ເອົາບາດກ້າວ​ໄປ​ສູ່​ເປົ້າ​ໝາຍ​ດັ່ງກ່າວ.

ບັນດາ​ຜູ້​ນໍາ​ຂອງ​ກຸ່ມ​ G8 ຍັງ​ໄດ້​ກ່າວອີກວ່າ ບັນດາ​ເຈົ້າ​ໜ້າ​ທີ​ເກັບ​ພາ​ສີ ​ໃນ​ທົ່ວ​ໂລກ​ນັ້ນ​
ຄວນ​ຈະ​ແບ່ງປັນ​ຂໍ້​ມູນ​ກັນ ​ເພື່ອ “ຕໍ່ສູ້​ກັບ​ການຫຼົບຫຼີກ​ພາສີ.” ​ແລະໄດ້ຕົກລົງ​ທີ່​ຈະ​ເຊົາ​
ຈ່າຍ​ຄ່າໄຖ່ ໃຫ້​ພວກ​ກໍ່​ການ​ຮ້າ​ຍ​ທີ່ຈັບ​ຕົວ​ປະກັນ​ໄປ​ນັ້ນ.

ເບິ່ງວີດິໂອລາຍງານພາສາອັງກິດ ກ່ຽວກັບສັນຍາການຄ້າລະຫວ່າງ
ສະຫະລັດກັບຢູໂຣບ ທີ່ໄດ້ບັນລຸກັນໃນກອງປະຊຸມ G-8:

US-EU Trade Deal Could Be World’s Biggest
please wait

No media source currently available

0:00 0:02:37 0:00
ລິງໂດຍກົງ
XS
SM
MD
LG