ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມຽນມາ ເຊັນຂໍ້ຕົກລົງ ກັບບໍລິສັດ GE ຂອງສະຫະລັດ


ແຜນທີ່ປະເທດມຽນມາ
ແຜນທີ່ປະເທດມຽນມາ

​ໃນ​ເວລາພຽງບໍ່​ເທົ່າ​ໃດມື້ ຫຼັງຈາກ​ສະຫະລັດ​ໄດ້​ຍົກເລີກ​ການ​ລົ​ງ​ໂທດ ດ້ານ​ເສດຖະກິດ​ຕໍ່​ມຽນມາຢ່າງ​ເປັນ​ທາງ​ການນັ້ນ ບໍລິສັດ General Electric ຫຼື GE ​ໄດ້​ເຊັນຂໍ້​ຕົກລົງ​ສະບັບ​ນຶ່ງ​ເພື່ອ​ສະໜອງ​ເຄື່ອງສ່ອງ​ໄຟຟ້າ X-Ray ​ໃຫ້​ແກ່​ໂຮງໝໍ​ເອກ​ກະ​ຊົນ​ສອງ​ແຫ່ງ​ໃນ​ນະຄອນ​ຢາງ​ກຸ້ງ. ບໍລິສັດດັ່ງກ່າວ​ຂອງ​ສະຫະລັດ​ກ່າ​ວວ່າ ​ການຂາຍ​ໃນ​ມູນ​ຄ່າ 2 ລ້ານ​ໂດ​ລາ​ນີ້ ຈະ​ຜ່ານ​ບໍລິ​ສັດ​ທ້ອງ​ຖິ່ນ​ແຫ່ງ​ນຶ່ງ​ທີ່​ເອີ້ນວ່າ Sea Lion.

ທ່ານ Stuart Dean ຫົວໜ້າບໍລິສັດ GE ປະ​ຈໍາ​ຂົງ​ເຂດ​ເອ​ເຊຍ ​ເວົ້າວ່າ ບໍລິສັດ​ຈີ​ອີ ກໍາລັງ​ສຶກສາ​ເບິ່ງ​ຊ່ອງ​ທາງ​ທີ່ຈະ​ຂະຫຍາຍ​ທຸລະ​ກິດ​ໄປ​ຍັງ​ພາກສ່ວນ​ອື່ນໆ​ໃນ​ວົງ​ການ​ເສດຖະກິດ​ຂອງ​ມຽນມາ ຊຶ່ງ​ບັດ​ນີ້​ການ​ລົງ​ໂທດ​ຕ່າງໆ​ນັ້ນບໍ່​ເປັນສິ່ງ​ກີດຂວາງ​ອີກ​ຕໍ່​ໄປ​ແລ້ວ.

ສະຫະລັດ​ໄດ້​ຍົກ​ເລີກການ​ລົງ​ໂທດຕໍ່​ມຽນມາ​ຢ່າງ​ເປັນ​ທາງ​ການ​ເມື່ອວັນ​ພຸດຜ່ານ​ມາ. ທ່ານ​ນາງ​ຮິລ​ແລ​ຣີ ຄລິນ​ຕັນ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ແລະ​ທ່ານ ທຽນ ​ເຊ​ນ ປະທານາທິບໍດີ​ມຽນມາ ກໍໄດ້ພົບ​ປະກັນ​ເມື່ອ​ວັນ​ສຸກ​ຜ່ານ​ມານີ້ ທີ່​ກໍາປູ​ເຈຍ ​ເພື່ອ​ປຶກສາ​ຫາລື​ກັນ​ກ່ຽວ​ກັບຄວາມ​ເປັນ​ໄປ​ໄດ້​ຂອງການ​ລົງທຶນ​ເພີ່ມຕື່ມ.

ບັນດາ​ເຈົ້າໜ້າ​ທີ່​ມຽນມາ ​ເ​ປັນ​ເຈົ້າພາບ​ຕ້ອນຮັບ​ຜູ້ຕາງໜ້າ 70 ຄົນຈາກ ບໍລິສັດ​ໃ​ຫຍ່ໆຫຼາຍ​ບໍລິສັດ ​ແຕ່​ກໍ​ປະ​ເຊີນ​ກັບ​ບັນຫາ​ທ້າ​ທາຍຫຼາຍປະການ ​ໃນ​ຂະນະ​ທີ່​ມຽນມາ​ຕຽມ​ການ​ທີ່​ຈະ​ດຶງ​ດູດ​ເອົາ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ ຫຼັງຈາກ​ຖືກ​ໂດດ​ດ່ຽວ​ມາ​ໄດ້ຫຼາຍປີ ຍ້ອນ​ການ​ລົງ​ໂທດ​ຕໍ່​ອະດີດ​ລັດຖະ ບານ​ທະ​ຫານ​ມຽນມາ​ນັ້ນ. ນຶ່ງ​ໃນບັນຫາ​ທີ່ໃຫຍ່​ທີ່​ສຸດ​ນັ້ນ​ກໍ​ຄື ​ໂຄງ​ລ່າງ​ພື້ນຖານ​ທີ່​ລ້າ​ສະ​ໄໝ ທີ່​ໂຮມ​ທັງບັນຫາ​ທີ່​ຍືດ​ເຍື້ອຍາວນານ​ ເລຶ່ອງການຂາດແຄນກະ​ແສ​ໄຟຟ້າ​ຂອງ​ປະ​ເທດນັ້ນ.

XS
SM
MD
LG