ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເສດຖະກິດລາວ ໃນຊ່ວງປີ 2021-2025 ຈະຂະຫຍາຍຕົວ ເພີ້ມຂຶ້ນ ໃນອັດຕາສະເລ່ຍ 4 ເປີເຊັນຕໍ່ປີ


ທະນະບັດໃບ 100,000 ກີບ ຂອງ ສປປ ລາວ
ທະນະບັດໃບ 100,000 ກີບ ຂອງ ສປປ ລາວ

ເສດຖະກິດລາວໃນຊ່ວງປີ 2021-2025 ຈະຂະຫຍາຍຕົວເພີ້ມຂຶ້ນໃນອັດຕາສະເລ່ຍ 4 ເປີເຊັນຕໍ່ປີ ໂດຍຈະເຮັດໃຫ້ຜະລິດຕະພັນພາຍໃນມີມູນຄ່າເກີນກວ່າ 1 ລ້ານຕື້ກີບ ຄິດສະເລ່ຍເປັນລາຍຮັບຂອງຄົນລາວທີ່ລະດັບ 2,887 ໂດລາ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫລງຢືນຢັນຕໍ່ກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ທີ່ໄດ້ດຳເນີນກອງປະຊຸມໃຫຍ່ ວັນທີ 13-15 ມັງກອນ 2021 ນີ້ ທີ່ນະຄອນວຽງຈັນວ່າ ແຜນການພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ ສະບັບທີ 9 ຊຶ່ງຈະໄດ້ຈັດຕັ້ງປະຕິບັດໃນຊ່ວງປີ 2021-2025 ໄດ້ວາງຄາດໝາຍການຂະຫຍາຍຕົວທາງເສດຖະກິດໄວ້ທີ່ອັດຕາສະເລ່ຍ 4 ເປີເຊັນຕໍ່ປີຂຶ້ນໄປ ໂດຍຖ້າຫາກເປັນໄປຕາມຄາດໝາຍດັ່ງກ່າວ ກໍຈະເຮັດໃຫ້ຍອດຜະລິດຕະພັນພາຍໃນຈຂອງລາວໃນຕະຫຼອດ 5 ປີມີມູນຄ່າລວມເກີນກວ່າ 1 ລ້ານຕື້ກີບຫຼືຄິດສະເລີຍເປັນລາຍຮັບຂອງປະຊາຊົນລາວທີ່ລະດັບ 2,887 ຕໍ່ຄົນໃນປີ 2025 ດັ່ງທີ່ ທ່ານທອງລຸນ ໄດ້ໃຫ້ການຢືນຢັນວ່າ:

“ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວສະເລ່ຍຕໍ່ປີໃນລະດັບ 4 ເປີເຊັນຂຶ້ນໄປ ມູນຄ່າ GDP ລວມໃນ 5 ປີ ໃຫ້ໄດ້ 1 ລ້ານກັບ 57,689 ຕື້ກີບ GDP ຕໍ່ຫົວຄົນໃຫ້ບັນລຸ 2,887 ໂດລາ ໃນປີ 2025 ຂະແໜງກະສິກຳຂະຫຍາຍຕົວໃນລະດັບສະເລ່ຍ 2.5 ເປີເຊັນ ຂະແໜງອຸດສາຫະກຳຂະຫຍາຍຕົວສະເລ່ຍ 4.1 ເປີເຊັນ ຂະແໜງບໍລິການຂະຫຍາຍຕົວສະເລ່ຍ 6 ເປີເຊັນ.”

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫລງຢືນຢັນຕໍ່ກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ທີ່ໄດ້ດຳເນີນກອງປະຊຸມໃນ ວັນທີ 13-15 ມັງກອນ 2021 ນີ້ ທີ່ນະຄອນວຽງຈັນ.
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫລງຢືນຢັນຕໍ່ກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ທີ່ໄດ້ດຳເນີນກອງປະຊຸມໃນ ວັນທີ 13-15 ມັງກອນ 2021 ນີ້ ທີ່ນະຄອນວຽງຈັນ.

ກ່ອນໜ້ານີ້ ທະນາຄານພັດທະນາເອເຊຍ (ADB) ໄດ້ສະເໜີລາຍງານວ່າ ເສດຖະກິດໃນລາວ ໃນປີ 2020 ທີ່ຜ່ານມາ ໄດ້ປັບຕົວລົດລົງແລະຕິດລົບເຖິງ 2.5 ເປີເຊັນ ທຽບໃສ່ປີ 2019 ແລະຖືເປັນການຕິດລົບຄັ້ງທໍາອິດໃນໄລຍະເວລາກວ່າ 3 ທົດສະວັດ ນັບຈາກປີ 1986 ເປັນຕົ້ນມາອີກດ້ວຍ ໂດຍມີສາເຫດສຳຄັນມາຈາກການລະບາດຂອງໄວຣັສໂຄວິດ-19 ໃນຕະຫຼອດປີ 2020 ເລື້ອຍມາຈົນເຖິງປັດຈຸບັນອັນໄດ້ເຮັດໃຫ້ພາກກະສິກຳຂະຫຍາຍຕົວພຽງ 1.9 ເປີເຊັນ ຈາກເປົ້າໝາຍທີ່ວາງໄວ້ 2.5 ເປີເຊັນ ສ່ວນພາກອຸດສາຫະກຳກໍຂະຫຍາຍຕົວເພີ້ມຂຶ້ນພຽງ 1.4 ເປີເຊັນ ແລະພາກບໍລິ ການຕິດລົບ 5.5 ເປີເຊັນ ເພາະຊາວຕ່າງຊາດເດີນທາງມາລາວລົດລົງເກີນກວ່າ 80 ເປີເຊັນ ທຽບໃສ່ປີ 2019 ທັງນີ້ ລັດຖະບານລາວ ໄດ້ວາງຄາດໝາຍ GDP ຂະຫຍາຍຕົວທີ່ອັດຕາສະເລ່ຍ 6.5 ເປີເຊັນ ໃນປີ 2020 ໂດຍມີມູນຄ່າລວມ 117,780 ຕື້ກີບຫຼືສະເລ່ຍຕໍ່ຄົນໄດ້ທີ່ລະດັບ 2,733 ໂດລາຕໍ່ປີ ແຕ່ວ່າດ້ວຍຜົນກະທົບຈາກການລະບາດຂອງໄວັສ ໂຄວິດ-19 ຈຶ່ງເຮັດໃຫ້ເປັນໄປບໍ່ໄດ້ຢ່າງແນ່ນອນແລ້ວ ໂດຍໃນລາຍງານຫລ້າສຸດຂອງກະຊວງແຜນການແລະການລົງທຶນ ລະບຸວ່າ ຄົນລາວມີລາຍໄດ້ສະເລ່ຍ 2,664 ໂດລາຕໍ່ຄົນໃນປີ 2020.

ທາງດ້ານສະພາອຸດສາຫະກຳແລະການຄ້າຂອງສະຫະພາບຢູໂຣບ ຫຼື EU ປະຈຳລາວ ຄາດໝາຍວ່າ ການລະບາດຂອງພະຍາດໄວຣັສ ໂຄວິດ-19 ຈະເຮັດໃຫ້ເກີນກວ່າ 70 ເປີເຊັນ ຂອງໜ່ວຍທຸລະກິດທັງໝົດໃນລາວ ຕ້ອງສູນເສຍລາຍໄດ້ຫຼາຍກວ່າ 70 ເປີເຊັນຂອງລາຍໄດ້ທັງໝົດໃນປີ 2020.

ສ່ວວນສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວ ກໍປະເມີນວ່າ ພາກທຸລະກິດບໍລິການແລະທ່ອງທ່ຽວໃນລາວ ໄດ້ມີການເລີກຈ້າງພະນັກງານຫຼາຍກວ່າ 1 ແສນຄົນໃນປີ 2020 ສອດຄ້ອງກັບສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ທີ່ຄາດການວ່າ ພາກບໍລິການແລະທ່ອງທ່ຽວໃນລາວຕ້ອງສູນເສຍລາຍໄດ້ເກີນກວ່າ 700 ລ້ານໂດລາ ເນື່ອງຈາກວ່າ ບໍ່ມີນັກທ່ອງທ່ຽວຕ່າງຊາດເດີນ ທາງເຂົ້າມາລາວນັບແຕ່ເດືອນເມສາ 2020 ເປັນຕົ້ນມາ ສ່ວນກະຊວງແຜນການແລະການລົງທຶນ ໄດ້ປະເມີນວ່ ຜົນກະທົບຈາກການລະບາດຂອງເຊື້ອໄວຣັສໂຄວິດ-19 ເຮັດໃຫ້ເສດຖະກິດລາວເກີດການສູນເສຍຫຼາຍກວ່າ 7,000 ຕື້ກີບນ ທັງຍັງໄດ້ກະທົບຕໍ່ວິສາຫະກິດເຖິງ 128,690 ລາຍ.

ທາງດ້ານທ່ານລິເບີ ລີບົວປາວ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຖະແຫລງຍອມຮັບວ່າ ການລະບາດຂອງໄວຣັສ ໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ເສດຖະກິດລາວຢ່າງຮຸນແຮງທີ່ສຸດນັບແຕ່ສ້າງຕັ້ງ ສປປ ລາວ ຢ່າງເປັນທາງການໃນທ້າຍປີ 1975 ເປັນຕົ້ນມາ ໂດຍຜົນກະທົບທີ່ເກີດຂຶ້ນຢ່າງກວ້າງຂວາງໃນເວລານີ້ ຄືສະພາວະການຂາດທຶນຂອງບັນດາຫົວໜ່ວຍທຸລະກິດໃນທົ່ວປະ ເທດ ຕໍ່ເນື່ອດ້ວຍການເລີກຈ້າງແຮງງານແລະການຕົກຕ່ຳນດ້ານລາຍຮັບຂອງລັດຖະບານລາວ ຊຶ່ງຄາດວ່າ ຈະຕ້ອງໃຊ້ເວລາເກີນກວ່າ 2 ປີ ເພື່ອການຟື້ນຟູໃຫ້ກັບຄືນສູ່ສະພາວະປົກກະຕິ.

ກ່ອນໜ້ານີ້ ທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຖະແຫລງຢືນ ຢັນວ່າ ລັດຖະບານລາວ ຕ້ອງການທີ່ຈະໄດ້ຮັບການຊ່ວຍເຫຼືອທາງດ້ານງົບປະມານຈາກຕ່າງປະເທດໃນມູນຄ່າບໍ່ຕ່ຳກວ່າ 800 ລ້ານໂດລາຕໍ່ປີ ຫຼືເກີນກວ່າ 4,000 ລ້ານໂດລາໃນໄລຍະແຕ່ປີ 2021-2025.

XS
SM
MD
LG