ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາຢຸດຍິງ ດຳເນີນຕໍ່ໄປ ພ້ອມໆກັບ ການໂຈມຕີເຂດກາຊາ (ວີດີໂອ/ສະໄລດ໌)


ຄວັນໄຟ ກຸ້ມຂຶ້ນ ຈາກການໂຈມຕີທາງອາກາດ ຂອງອິສຣາແອລ ທີ່ເມືອງກາຊາ ຊີຕີ ວັນທີ 10 ສິງຫາ 2014.
ຄວັນໄຟ ກຸ້ມຂຶ້ນ ຈາກການໂຈມຕີທາງອາກາດ ຂອງອິສຣາແອລ ທີ່ເມືອງກາຊາ ຊີຕີ ວັນທີ 10 ສິງຫາ 2014.

ການເຈລະຈາເລື້ອງ​ການ​ຢຸດ​ຍິງ​ໃນ​ເຂດ​ກາຊາ ທີ່​ນະຄອນຫຼວງ​
ໄຄ​ໂຣ ປາກົດ​ວ່າ​ໃກ້​ຈະ​ພັງ​ລົງ​ອີກໃນ​ວັນ​ອາທິດ​ມື້​ນີ້ ​ໂດຍທີ່ພວກ
​ເຈລະຈາ​ຝ່າຍ​ປາ​ແລ​ສ​ໄຕ​ນ໌ ​ໄດ້​ຂົ່ມຂູ່​ທີ່​ຈະ​ຍ່າງ​ອອກ​ໜີ ເວັ້ນ​ເສຍ
​ແຕ່​ພວກເຈລະຈາ ​ຝ່າຍ​ອິສຣາ​ແອ​ລ ຈະກັບ​ຄືນ​ມາສູ່​ໂຕະເຈລະຈາ​.

ບັນດາ​ເຈົ້າ​ໜ້າ​ທີ່​ອິສຣາ​ແອ​ລ ​ໄດ້​ກ່າວ​ວ່າ ພວກ​ນັກ​ເຈລະຈາ​ຂອງ​
ຕົນ ທີ່​ພາກັນ​ເດີນທາງ​ອອກ​ຈາກ​ອີ​ຈິບໄປໃນ​ວັນ​ສຸກ​ນັ້ນ ຈະກັບ​
ຄືນໄປ​ ກໍ​ຕໍ່​ເມື່ອ​ການ​ຍິງ​ຈະ​ຫຼວດຈາກ​ເຂດ​ກາ​ຊາ​ ຍຸດຕິ​ລົງ​ເທົ່າ​ນັ້ນ.

ບັນດາ​ກຸ່ມ​ຫົວ​ຮຸນ​ແຮງຮາ​ມັສ​ໃນ​ເຂດ​ກາຊາ ​ຍັງ​ສືບ​ຕໍ່​ຍິງ​ຈະ​ຫຼວດ​ໃສ່​ອິສຣາ​ແອ​ລ ​ແລະ​ອິສຣາ​ແອ​ລ ກໍ​ສືບ​ຕໍ່​ທຳ​ການ​ໂຈມ​ຕີ​ທາງ​ອາກາດຂອງ​ຕົນໃສ່​ເຂດ​ກາຊາ​ເຊັ່ນ​ກັນ.

ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ເຂດ​ກາຊາ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງອິສຣາ​ແອ​ລ ​ໃນວັນ​
ອາທິດ​ມື້​ນີ້ ​ໄດ້​ສັງຫານ​ປະຊາຊົນ​ຢ່າງ​ໜ້ອຍ 1 ​ຄົນ.

ການ​ຢຸດ​ຍິງ​ເປັນ​ເວລາ 72 ຊົ່ວ​ໂມງ ​ໄດ້​ໝົດ​ອາຍຸ​ລົງ​ໃນ​ວັນ​ສຸກ​ອາທິດ​ແລ້ວ​ນີ້ ຫຼັງ​ຈາກ​ບໍ່​ໄດ້
​ບັນລຸ​ຄວາມ​ຄືບ​ໜ້າ​ໃດໆ​ທີ່​ໄຄ​ໂຣ ກ່ຽວ​ກັບ​ການ ຢຸດ​ຍິງ​ໃນ​ໄລຍະ​ຍາວ​ນັ້ນ. ກອງທັບ​ອິສຣາ
ແອ​ລກ່າວ​ວ່າ ກຸ່ມ​ຮາ​ມັສໄດ້​ຍິງ​ຈະ​ຫຼວດ 100 ລູກ​ໃສ່​ອິສຣາ​ແອ​ລ ນັບ​ແຕ່​ການ​ຢຸດ​ຍິງ​ຊົ່ວ
ຄາວ​ໝົດ​ອາຍຸ​ລົງ ​ແລະ​ວ່າ ອິສຣາ​ແອ​ລໄດ້ໂຈມ​ຕີ​ອັນ​ທີ່​ເອີ້ນ​ວ່າ “ສະຖານ​ທີ່ ຂອງພວກ
​ກໍ່​ການ​ຮ້າຍ 120 ​ແຫ່ງ​ ​ແລະ​ພວກປະຕິບັດ​ການ 9 ຄົນ.

ກຸ່ມ​ຮາ​ມັສ ທວງ​ໃຫ້​ອິສຣາ​ແອ​ລຍົກ​ເລີກ​ການ​ປິດ​ລ້ອມ​ເຂດ​ກາ​ຊາ ທີ່​ມີ​ມາ​ເປັນ​ເວລາ​ດົນ
ນານ​ນັ້ນ ​ໃນ​ຂະນະທີ່​ທາງອິສຣາ​ແອ​ລ ຢືນ​ຢັດ​ໃຫ້​ ເຂດ​ກາຊາ​ເປັນ​ເຂດ​ປອດ​ທະຫານ
​ເສຍ​ກ່ອນ.

ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອິສຣາ​ແອ​ລ ​ໃສ່​ເຂດ​ກາ​ຊາ​ມາ​ເປັນ​ເວລາ​ນຶ່ງ​ເດືອນ ​ໄດ້
ສັງຫານ​ພວກ​ປາ​ແລ​ສ​ໄຕ​ນ໌ຫຼາຍ​ກວ່າ 1900 ຄົນ ສ່ວນ​ຫຼາຍ​ແມ່ນ​ພວກ​ພົນລະ​ເຮືອນ
​ແລະ​ໄດ້​ທຳລາຍ​ພວກ​ຄຸ້ມ​ຕ່າງໆ​ ​ໃຫ້​ກາຍເປັນ​ກອງ​ຫີນ ​ແລະ​ຂີ້​ຝຸ່ນ ຢ່າງ​ຮາບ​ຄາບ.

ທະຫານ​ອິສຣາ​ແອ​ລ 64 ຄົນ​ແລະ​ພົນລະ​ເຮືອນ 3 ຄົນ​ໄດ້​ເສຍ​ຊີວິດ. ທີ່​ນະຄອນ​ນີວຢອກ ພວກ​ປະ​ທ້ວງ​ຫົວ​ນິຍົມ​ປາ​ແລ​ສ​ໄຕ​ນ໌ຫຼາຍ​ຮ້ອຍ​ຄົນ ພາກັນ​ເດີນ​ຂະ​ບວນໃນ​ວັນ​ເສົາ​ວານ​
ນີ້ ຈາກ​ໃນ​ກາງ​ເມືອງ Manhattan ​ໄປ​ຫາ​ສຳນັກງານ​ໃຫຍ່​ສະຫະ​ປະຊາ​ຊາດ ​ເພື່ອ​ປະ​ທ້ວງ​ພຶດຕິ​ກຳ​ຂອງ​ອິສຣາ​ແອ​ລ ​ໃນ​ເຂດ​ກາຊາ.

ຕຳຫຼວດ​ໄດ້​ໄປ​ມີໜ້າ​ຢ່າງ​ໜາ​ແໜ້ນ ​ແລະ​ການ​ເດີນ​ຂະ​ບວນປະ​ທ້ວງ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສັນຕິ. ການ​ປະ​ທ້ວງ​ໄດ້​ມີ​ຂຶ້ນເຊັ່ນ​ກັນຢູ່​ຫຼາຍໆ​ຫົວ​ເມືອງ ໃນ​ທົ່ວ​ໂລກ ຮວມທັງ​ການ​ເດີນ
​ຂະ​ບວນປະ​ທ້ວງຢ່າງໃຫຍ່​ ທີ່ນະຄອນຫຼວງ​ລອນ​ດອນນຳ.

israelpalestinians10august14
please wait

No media source currently available

0:00 0:00:39 0:00

XS
SM
MD
LG