ກອງທັບອີສຣາແອລ ກ່າວໃນວັນພະຫັດມື້ນີ້ວ່າ ບໍ່ໄດ້ມີການຍິງຈະຫຼວດ ເຂົ້າມາໃສ່ດິນແດນຂອງຕົນ ນັບຕັ້ງແຕ່ຕອນແລງວັນພຸດວານນີ້ ແລະຝ່າຍຕົນກໍບໍ່ໄດ້ທໍາການໂຈມຕີທາງອາກາດ ໃສ່ເຂດກາຊາ ນັບຕັ້ງແຕ່ເຊົ້າວັນພຸດມາ.
ປາເເລັສຕາຍໄດ້ຍິງຈະຫຼວດແລະປືນຄົກໃສ່ເຂດພາກໃຕ້ຂອງອີສຣາແອລເປັນເວລາສອງມື້ ໂດຍໄດ້ທໍາລາຍບ້ານເຮືອນຫຼາຍຫຼັງ ແລະເຮັດໃຫ້ກໍາ ມະກອນຫຼາຍຄົນ ທີ່ທໍາງານຢູ່ສວນໃກ້ເຂດຊາຍແດນ ໄດ້ຮັບບາດເຈັບ. ອີສຣາແອລກ່າວວ່າ ມີການຍິງຈະຫຼວດປະມານ 80 ລູກເຂົ້າມາໃສ່ ໃນການໂຈມຕີເປັນເວລາສອງມື້ດັ່ງກ່າວ.
ສ່ວນການໂຈມຕີທາງອາກາດໂຕ່ຕອບຄືນຂອງອີສຣາແອລໃສ່ເຂດກາຊາ ກໍໄດ້ສັງຫານຊາວປາເເລັສຕາຍ ສີ່ຄົນ ໂຮມທັງສະມາຊິກສາມຄົນຂອງກຸ່ມຮາມາສ ທີ່ປົກຄອງເຂດກາຊາຢູ່ໃນເວລານີ້.
ຮາມາສ ແລະກຸ່ມຫົວຮຸນແຮງນ້ອຍໆກຸ່ມນຶ່ງ ທີ່ຊື່ວ່າ Popular Resistance Committees ຫຼືກໍາມະການຕໍ່ຕ້ານມະຫາຊົນ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີດ້ວຍຈະຫຼວດໃສ່ອີສຣາແອລນັ້ນ ໂດຍກ່າວວ່າ ເປັນການຕອບໂຕ້ຕໍ່ການຮຸກຮານຂອງອີສຣາແອລ.
ເບິ່ງສະໄລດ໌ກ່ຽວກັບອິສຣາແອລ ແລະປາແລັສຕາຍ