ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພົບສົບຊາວອີຕາລີ ທີ່ຖືກລັກພາໂຕ ຢູ່ເຂດກາຊາ


ນັກເຄື່ອນໄຫວ ຊາວອີຕາລີ ນາຍ Vittorio Arrigoni ທີ່ເຈົ້າໜ້າທີ່ພົບສົບ ໃນເຂດກາຊາ.
ນັກເຄື່ອນໄຫວ ຊາວອີຕາລີ ນາຍ Vittorio Arrigoni ທີ່ເຈົ້າໜ້າທີ່ພົບສົບ ໃນເຂດກາຊາ.

ເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງກຸ່ມຮາມາສກ່າວວ່າ
ຕົນໄດ້ພົບເຫັນສົບຂອງນັກເຄື່ອນໄຫວຊາວອີຕາລີແລ້ວ
ທີ່ຫໍພັກຮ້າງຫຼັງນຶ່ງໃນເມືອງກາຊາຫຼັງຈາກໄດ້ມີການລັກ
ພາໂຕຜູ້ກ່ຽວໂດຍພວກຫົວຮຸນແຮງປາແລສໄຕນ໌.

ຕຳຫຼວດຂອງກຸ່ມຮາມາສ ໄດ້ພົບສົບຊາວອີຕາລີໃນວັນ
ສຸກມື້ນີ້ທີ່ຫໍພັກຫຼັງນຶ່ງ ທີ່ເປັນຂອງສະມາຊິກ ຂອງກຸ່ມ
Jihadist Salafi ທີ່ເປັນເຄືອຂ່າຍຂອງກຸ່ມກໍ່ການຮ້າຍ
ອາລກາຍດາ.

ກະຊວງການຕ່າງປະເທດອີຕາລີ ໃຫ້ການຢືນຢັນວ່າຜູ້
ຊາຍທີ່ເສຍຊີວິດແມ່ນນາຍ Vittorio Arrigoni ເປັນ
ຊາວອີຕາລີທີ່ເຮັດວຽກໃຫ້ແກ່ກຸ່ມນິຍົມປາແລສໄຕນ໌ທີ່
ມີຊື່ວ່າ “ຂະບວນການເພື່ອຄວາມສາມັກຄີນາໆຊາດ”.

ໃນວີດີໂອທີ່ນຳອອກເຜີຍແຜ່ທາງອິນເຕີແນັດ ໃນວັນ
ພະຫັດວານນີ້ ພວກລັກພາໂຕນາຍ Arrigoni ຂູ່ວ່າຈະຂ້າລາວ ນອກຈາກວ່າກຸ່ມຮາມາສ
ຈະປ່ອຍສະມາຊິກຂອງກຸ່ມ Jihadist ທີ່ຖືກຈັບ.

ນຶ່ງໃນບັນດາຜູ້ນຳຂອງຂະບວນການເພື່ອຄວາມສາມັກຄີີນາໆຊາດນາງ Heuwida Arraf ກ່າວກ່ຽວກັບການຂ້ານາຍ Arrigoni ວ່າເປັນເລື່ອງທີ່ຕື່ນຕົກໃຈບໍ່ໜ້າເຊື່ອ ໂດຍເວົ້າຕື່ມວ່າ ນາງບໍ່ເຊື່ອວ່າພວກລັກພາໂຕຈະຂ້າລາວ.

ມີ 2 ຄົນໄດ້ຖືກຈັບທີ່ພົວພັນໃນການສັງຫານທີ່ວ່ານີ້ແລະມີອີກຢ່າງນ້ອຍຜູ້ນຶ່ງຍັງຖືກຕາມ
ລ່າໂຕຢູ່.

ກຸ່ມຮາມາສໄດ້ປະນາມການສັງຫານທີ່ວ່ານີ້. ອົງການຂ່າວຣອຍເຕີ້ໄດ້ອ້າງຄຳເວົ້າຂອງໂຄ
ສົກກຸ່ມຮາມາສທີ່ກ່າວວ່າ ພວກຮັບຜິດຊອບໃນການສັງຫານຄັ້ງນີ້ ແມ່ນພະຍາຍາມຫາ
ທາງເຮັດໃຫ້ຄວາມວຸ້ນວາຍແລະສະພາບບ້ານເມືອງບໍ່ມີຂື່ ມີແປແຜ່ລາມອອກໄປທົ່ວເຂດ
ກາຊາ.

XS
SM
MD
LG