ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການຢຸດຍິງ ລະຫວ່າງ ອິສຣາແອລ ແລະເຂດກາຊາ ເລີ່ມຂຶ້ນແລ້ວ (ສະໄລດ໌ກັບວີດີໂອ)


ທະຫານອິສຣາແອລ ພາວະນາຢູ່ເທິງລົດຖັງ ໃນເຂດຊາຍແດນ Gaza
ທະຫານອິສຣາແອລ ພາວະນາຢູ່ເທິງລົດຖັງ ໃນເຂດຊາຍແດນ Gaza
ວັນພະຫັດມື້ນີ້ ເປັນມື້ທີ່ຂ້ອນຂ້າງສະຫງົບສຳລັບຊາວປາແລສ
ໄຕນ໌ແລະອິສຣາແອລ ຫຼັງຈາກໄດ້ມີການຢຸດຍິງຊຶ່ງມີການໄກ່
ເກ່ຍກັນ ກ່ອນໜ້ານັ້ນຫຼາຍໆຊົ່ວໂມງ ເຮັດໃຫ້ປະຊາຊົນທີ່ຢູ່ໃນ
ເຂດອັນຕະລາຍ ໄດ້ມີໂອກາດພັກຜ່ອນກັບຄືນທີ່ສະຫງົບເປັນ
ເທື່ອທຳອິດໃນຮອບນຶ່ງອາທິດ ກວ່າໆ.

ຖ້າຫາກວ່າ ອິສຣາແອລ ແລະກຸ່ມຫົວຮຸນແຮງ Hamas ຜູ້ຊຶ່ງ
ຄວບຄຸມເຂດ Gaza ນັ້ນ ສາມາດຮັກສາ ບໍ່ໃຫ້ມີການຍິງໂຈມຕີ
ກັນເກີດຂຶ້ນ ຈົນເຖິງ 9:00 ໂມງແລງ ຕາມເວລາໃນທ້ອງຖິ່ນ
ແລ້ວເຂດຊາຍແດນ Gaza ກໍຈະມີການເປີດ ອະນຸຍາດໃຫ້ຜູ້ຄົນ
ແລະການ ສົ່ງສິນຄ້າເຂົ້າອອກໄດ້.



ການຢຸດຍິງທີ່ໄກ່ເກ່ຍໂດຍອີຈິບ ເລີ້ມມີຜົນບັງຄັບໃຊ້ ແຕ່ເວລາ 9:00 ໂມງແລງ ຕາມເວລາ
ໃນທ້ອງຖິ່ນຂອງວັນພຸດວານນີ້. ລັດຖະມົນຕີການຕ່າງປະເທດອີຈິບ ທ່ານ Mohammed Kamel Amr ໄດ້ປະກາດກ່ຽວກັບການຢຸດຍິງດັ່ງກ່າວທີ່ກຸງ Cairo ພ້ອມກັບລັດຖະມົນຕີ
ຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ຢືນຢູ່ຄຽງຂ້າງ.

ປະຊາຊົນໃນເຂດ Gaza ໄດ້ຫຼັ່ງໄຫຼລົງສູ່ຖະໜົນຫົນທາງ ຫຼັງຈາກການຢຸດຍິງເລີ້ມມີ
ຜົນບັງ ຄັບໃຊ້ແລ້ວ ຊຶ່ງພວກເຂົາເຈົ້າໄດ້ພາກັນຍິງປືນຂຶ້ນຟ້າຢ່າງສະໜັ່ນຫວັ່ນໄຫວ
ເພື່ອເປັນການສະຫຼອງ.

ອີຈິບກຳລັງຕິດຕາມສິ້ງຊອມເບິ່ງການຢຸດຍິງຂອງທັງສອງຝ່າຍ. ການຢຸດຍິງດັ່ງກ່າວນີ້ແມ່ນ ໄດ້ມີຂຶ້ນຫຼັງຈາກມີການໂຈມຕີກັນທາງອາກາດລະຫວ່າງອິສຣາແອລແລະເຂດ Gaza ເປັນ
ເວລາຫຼາຍໆມື້ ເຮັດໃຫ້ຊາວປາແລສໄຕນ໌ຫຼາຍກວ່າ 140 ຄົນແລະຊາວອິສຣາແອລ 5 ຄົນ
ເສຍຊີວິດ.

ເບິ່ງວີດີໂອກ່ຽວຂ້ອງກັບການຢຸດຍິງ:

XS
SM
MD
LG