ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ນຳ ກຸ່ມຮາມາສ ທ່ານ Khaled Meshaal ໄປຢ້ຽມຢາມ ເຂດກາຊາ (ສະໄລດ໌)


ຜູ້ນຳກຸ່ມຮາມາສ ທ່ານ Khaled Meshaal (ຊ້າຍ) ຢືນຢູ່ເທິງລົດ ກັບທ່ານ Ismail Haniyeh (ຂວາ) ຜູ້ນຳອະວຸໂສຂອງກຸ່ມຮາມາສ ພາກັນໂບກມືໃຫ້ປະຊາຊົນ ໃນເຂດພາກໃຕ້ ກາຊາ (7 ທັນວາ 2012)
ຜູ້ນຳກຸ່ມຮາມາສ ທ່ານ Khaled Meshaal (ຊ້າຍ) ຢືນຢູ່ເທິງລົດ ກັບທ່ານ Ismail Haniyeh (ຂວາ) ຜູ້ນຳອະວຸໂສຂອງກຸ່ມຮາມາສ ພາກັນໂບກມືໃຫ້ປະຊາຊົນ ໃນເຂດພາກໃຕ້ ກາຊາ (7 ທັນວາ 2012)
ຜູ້ນຳຂອງກຸ່ມຮາມາສ ຊຶ່ງເປັນກຸ່ມຫົວຮຸນແຮງປາແລສໄຕນ໌ ໄດ້
ເດີນທາງໄປເຖິງເຂດກາຊາແລ້ວ ໃນວັນສຸກມື້ນີ້ ເຮັດໃຫ້ການລີ້
ໄພຈາກດິນແດນປາແລສໄຕນ໌ ເປັນເວລາ 45 ປີຂອງທ່ານ ສິ້ນ
ສຸດລົງ.

ທ່ານ Khaled Meshaal ບໍ່ເຄີຍເດີນທາງກັບຄືນໄປຢ້ຽມຢາມ
ດິນແດນປາແລສໄຕນ໌ ນັບຕັ້ງແຕ່ທ່ານ ໄດ້ເດີນທາງອອກຈາກ
ເຂດຢຶດຄອງຂອງອິສຣາແອລທາງຝັ່ງຕາເວັນຕົກຂອງແມ່ນໍ້າຈໍ
ແດັນຫຼື West Bank ຫຼັງຈາກສົງຄາມ 6 ວັນໃນປີ 1967. ທ່ານ
ໄດ້ກົ້ມລົງຈູບພື້ນດິນ ບໍ່ດົນຫຼັງຈາກໄດ້ເດີນທາງໄປຮອດ ແລະກໍ
ໂດດກອດເພື່ອນຝູງ ແລະພວກຜູ້ນຳຂອງກຸ່ມຮາມາສ.

ເຈົ້າໜ້າທີ່ເວົ້າວ່າ ທ່ານ Meshaal ຈະທຳການສະເຫຼີມສະຫຼອງ
ວັນຄົບຮອບ 25 ປີຂອງຂະບວນການຮາມາສໃນວັນເສົາມື້ອື່ນນີ້ ໃນລະຫວ່າງທີ່ທ່ານເດີນ ທາງໄປຢ້ຽມຢາມເຂດກາຊາ.

ການເດີນທາງດັ່ງກ່າວ ມີຂຶ້ນຫຼັງຈາກການຢຸດຍິງລະຫວ່າງອິສຣາແອລ ແລະກຸ່ມຮາມາສ
ເຮັດໃຫ້ບັນຫາຂັດແຍ້ງທີ່ດຳເນີນມາເປັນເວລາ 8 ມື້ສິ້ນສຸດລົງ. ຄວາມຮຸນແຮງທີ່ວ່ານີ້ໄດ້ ສັງຫານຊາວປາແລສໄຕນ໌ 170 ຄົນແລະຊາວອິສຣາແອລ 6 ຄົນ.

ກຸ່ມຮາມາສຊະນະສຽງສ່ວນຫຼາຍໃນການເລືອກຕັ້ງສະພາປາແລສໄຕນ໌ໃນປີ 2006 ແລະ ໄດ້ຂັບໄລ່ກຳລັງ ຂອງຂະບວນການ Fatah ອອກຈາກເຂດກາຊາ ນຶ່ງປີຕໍ່ມາ. ນັບແຕ່ນັ້ນ ມາທັງສອງຝ່າຍຕ່າງກໍໄດ້ນຳພາລັດຖະບານທີ່ເປັນຄູ່ປໍລະປັກກັນຢູ່ໃນເຂດຝັ່ງຕາເວັນຕົກ ຂອງແມ່ນໍ້າຈໍແດັນແລະໃນເຂດກາຊາ.

ເບິ່ງສະໄລດ໌ການກັບຄືນໄປຢ້ຽມຢາມເຂດກາຊາ ຂອງທ່ານ Meshaal:
XS
SM
MD
LG