ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອິສຣາແອລ ແລະປາແລສໄຕນ໌ ເລີ້ມທຳການສູ້ລົບກັນ ຄືນໃໝ່ອີກ (ວີດີໂອ)


ຄວັນໄຟຈາກການໂຈມຕີຂອງອິສຣາແອລ ທີ່ເຂດພາກເໜືອຂອງ ເຂດກາຊາ
ຄວັນໄຟຈາກການໂຈມຕີຂອງອິສຣາແອລ ທີ່ເຂດພາກເໜືອຂອງ ເຂດກາຊາ

ອິສຣາ​ແອ​ລ ​ໄດ້ຮື້​ຟື້ນ​ການ​ບຸກ​ໂຈມ​ຕີ​ຂອງ​ຕົນ​ໃນ​ເຂດກາຊາ ຫລັງ
​ຈາກປາ​ແລ​ສ​ໄຕ​ນ໌ ບໍ່​ເອົາ​ຫົວຊາ​ນຳ​ການ​ຕໍ່​ເວລາ​ຢຸດ​ຍິງອອກ​ໄປ
ອີກ 24 ຊົ່ວ​ໂມງ ​ເພື່ອ​ມະນຸດ​ສະ​ທຳ ຕາມ​ການຂໍ​ຮ້ອງ​ຈາກສະຫະ​
ປະຊາ​ຊາດນັ້ນ.

ກອງທັບ​ອິສຣາ​ແອ​ລ ກ່າວໃນ​ວັນ​ອາທິດ​ມື້​ນີ້​ວ່າ “​ຫລັງ​ຈາກ​ມີ​
ການ​ຍິງ​ລູກ​ຈະ​ຫລວດ​ເຂົ້າມາ​ໃສ່​ຢ່າງ​ຢຸດ​ຢັ້ງ​ຂອງຂ​ອງ ກຸ່ມ
Hamas ​ໃນຕະຫລອດ​ເວລາ​ການ​ຕໍ່ການຢຸດ​ຍິງ​ອອກ​ໄປ​ເພື່ອ
ມະນຸດສະ​ທໍາ ທີ່ໄດ້​ຕົກລົງ​ກັນ​ເພື່ອສະ​ວັດ​ດີ​ພາບ​ຂອງ ​ພົນລະ​
ເຮືອນໃນ​ເຂດກາຊານັ້ນ ກຳລັງ​ປ້ອງ​ກັນຂອງອິສຣາ​ແອ​ລ​ ​ຈະ​
ຮື້​ຟື້ນ​ການ​ປະຕິບັດ​ງານ​ ​ທາງອາກາດ ທາງ​ນໍ້າ ​ແລະ​ທາ​ງບົກ ຢູ່ແຫລມກາຊາ.

ຝ່າຍປາ​ແລ​ສ​ໄຕ​ນ໌ ກ່າວ​ວ່າ ສາມ​ຄົນ​ໄດ້​ເສ​ຍຊີວິດ ຢູ່​ໃນ​ເຂດກາຊາ ນັບ​ແຕ່​ອິສຣາ​ແອ​ລ​
ໄດ້ຮື້​ຟື້ນ​ການ​ຍິງ​ໂຈມ​ຕີ​ຄືນ.

ພວກຫົວ​ຮຸ່ນ​ແຮງ​ຢູ່​ໃນ​ແຫລມ​ກາ​ຊາ ​ໄດ້​ໂຈມ​ຕີອິສຣາ​ແອ​ລ ດ້ວຍ​ລູກ​ຈະ​ຫລວດ​ໃນ​ວັນ​
ອາທິດ​ມື້​ນີ້ ຫລາຍ​ຊົ່ວ​ໂມງ​ຫລັງ​ຈາກ ອິສຣາ​ແອ​ລໄດ້ຕົກລົງຢຸດເຊົາການ​ສູ້​ລົບຊົ່ວຄາວ.

ທະຫານ​ອິສຣາ​ແອ​ລ ກ່າວ​ວ່າ ຈະ​ຫລວດ​ເຈັດ​ລູກ ​ໄດ້ຖືກຍິງ​ມາ​ໃສ່​ພາກ​ໃຕ້​ຂອງອິສຣາ
​ແອ​ລ ​ໃນ​ຕອນ​ເຊົ້າ​ໆວັນ​ອາທິດ​ມື້​ນີ້. ຈະ​ຫລວດ​ຫ້າ​ລູກ​ໄດ້​ຕົກໃສ່ພຶ້ນດິນ ແຕ່ສອງ​ລູກ​ໄດ້
ຖືກ​ທຳລາຍໂດຍລະບົບ​ປ້ອງ​ກັນ​ທາງ​ອາກາດ Iron Dom ຂອງ​ອິສຣາ​ແອ​ລ​ ທີ່​ຍິງລູກ​
ສອນ​ໄຟຂຶ້ນ​ໄປ​ສະກັດ​ກັ້ນ.

ອິສຣາ​ແອ​ລ ​ໄດ້​ເຫັນ​ດີ​ໃນ​ວັນ​ເສົາ​ວານ​ນີ້ ທີ່​ຈະຕໍ່​ເວລາຢຸດ​ຍິງ​ທີ່​ໄດ້​ຕົກລົງ​ກັນ ​ ​ເປັນ​ເວລາ
12 ຊົ່ວໂມງ ​ໃນ​ເຂດ​ກາຊາ ອອກ​ໄປ​ອີກ 24 ຊົ່ວ​ໂມງ​ຈົນ​ຮອດ​ທ່ຽງຄືນ​ຂອງ​ວັນ​ອາທິດ​ຕາມ​ເວລາ​ທ້ອງ​ຖິ່ນ.

​ເຖິງ​ຢ່າງ​ໃດ​ກໍ​ດີ ອິສຣາ​ແອ​ລ ກ່າວ​ວ່າ ຕົນ​ຈະ​ຕອບ​ໂຕ້ຕໍ່​ການ​ຍິງ​ລູກ​ຈະ​ຫລວດ​ຂອງ ກຸ່ມ Hamas ເຂົ້າ​ມາ​ໃສ່​ໃນໄລຍະ​ຕໍ່​ເວລາ​ຢຸດ​ຍິງນັ້ນ ​ແລະ​ຈະ​ສືບ​ຕໍ່​ຊອກ​ຄົ້ນ​ຫາ ​ແລະ​ທຳລາຍ​
ອຸ​ໂມງ​ໃຕ້​ດິນ​ຂອງ​ກຸ່ມ Hamas ທີ່​ໃຊ້ເພື່ອລັກລອບ​ນຳ​ເອົາ ອາວຸດ ​ແລະ​ພວກ​ນັກ​ລົບ ​
ເຂົ້າ​ມາສູ່ອິສຣາ​ແອ​ລ.

ກຸ່ມ Hamas ​ໄດ້​ປະຕິ​ເສດ​ຕໍ່ການ​ຕໍ່​ເວລາ ​ໂດຍ​ກ່າວ​ວ່າ ອິສຣາ​ແອ​ລ ຕ້ອງ​ຖອນ​ກຳລັງ
ທະຫານອອກ​ຈາກ​ເຂດ​ກາຊາ ກ່ອນ.

ຝ່າຍປາແລ​ສ​ໄຕ​ນ໌ ກ່າວ​ວ່າ ຈຳນວນ​ຄົນ​ເສຍ​ຊີວິດ​ຂອງ​ເຂົາ​ເຈົ້າໄດ້ກາຍ 1,000 ຄົນ​ແລ້​ວ. ສ່ວນໃຫຍ່​ແມ່ນ​ພົນລະ​ເຮືອນ ຮ່ວມ​ທັງ​ເດັກນ້ອຍ​ຫລາຍ​ຄົນ.

ທາງ​ຝ່າຍອິສຣາ​ແອ​ລ ກ່າວ​ວ່າ ທະຫານ​ອິສຣາ​ແອ​ລ 43 ​ຄົນ ​ແລະ​ພົນລະ​ເຮືອນ​ສອງ​ຄົນ
​ ໄດ້ເສຍ​ຊີວິດ.

VID651951 RAW GAZA ISRAEL CONFLICT SHEJAIYA
please wait

No media source currently available

0:00 0:01:25 0:00

XS
SM
MD
LG