ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບັນດາ​ກະເທີຍທົ່ວໂລກ ພາກັນສວນສະໜາມ ສະແດງຄວາມພູມໃຈ (ວີດີໂອ)


ບັນດາຜູ້ເຂົ້າຮ່ວມງານສະຫລອງ ຄວາມພູມ​ໃຈທີ່​ເປັນ​ກະເທີຍ ຢູ່ໃນພາກກາງຂອງນະຄອນຫລວງ Istanbul ປະເທດ Turkey ເມື່ອວັນທີ 29 ມິຖຸນາ 2014.
ບັນດາຜູ້ເຂົ້າຮ່ວມງານສະຫລອງ ຄວາມພູມ​ໃຈທີ່​ເປັນ​ກະເທີຍ ຢູ່ໃນພາກກາງຂອງນະຄອນຫລວງ Istanbul ປະເທດ Turkey ເມື່ອວັນທີ 29 ມິຖຸນາ 2014.

ພວກ​ກະ​ເທີຍ​ ​ໄດ້​ພາກັນ​ເດີນ​ສວນສະໜາມ​ສະ​ແດງຄວາມ
​ພູມ​ໃຈ​ທີ່​ເປັນ​ກະເທີຍ ຢູ່​ຕາມຫົວ​ເມືອງນ້ອຍ​ແລະໃຫຍ່ຫຼາຍໆ
ແຫ່ງ ໃນທົ່ວ​ໂລກ.

ການສະ​ເຫລີ​ມສະຫລອງ “ວັນ​ທ້າ​ຍສັບປະດາ​ແຫ່ງ​ຄວາມ
​ພູມ​ໃຈ”
​ໄດ້​ມີ​ຂຶ້ນ ​ໃນວັນ​ອາທິດວານ​ນີ້ ​ໃນ​ຕົວ​ເມືອງໃຫຍ່​
ຫຼາຍໆ​ແຫ່ງ ຂອງສະຫະລັດ ລວມ​ທັງນະຄອນ New York
Chicago ​ແລະ San Francisco.

ການສະ​ເຫລີ​ມສະຫລອງນີ້ ຍັງໄດ້ມີ​ຂຶ້ນຢູ່ນາໆ​ຊາດ​ເມື່ອ​ວັນ​ເສົາ
​ຜ່ານມາ ​ເຊັ່ນຢູ່ປະ​ເທດ France Spain Israel Turkey
Mexico ​ແລະ Peru. ການສະຫລອງ ທີ່ມີ​ຂຶ້ນ​ຕະຫຼອດ​ທ້າຍ​ອາທິດ​ນັ້ນ ເປັນ​ການ​ຊົມ​ເຊີຍ ສິດທິ​ອັນ​ເທົ່າ​ທຽມ​ກັນ ​ສຳຫລັບປະຊາ​ຄົມ ຜູ້​ຍິງ​ແລະ​ຜູ້​ຊາຍ​ທີ່​ມັກ​ເພດ​ດຽວ​ກັນ ພວກ​ທີ່​ມັກ​ທັງ​ສອງເພດ​ ແລະ ພວກປ່ຽນ​ແປງ​ເພດທັງຫຼາຍ ​ແລະພ້ອມ​ກັນນັ້ນ ກໍ​ເປັນ​ການ​ລະນຶກ​ເຖິງ
ການ​ເລີ້ມ​ຕົ້ນຂະ​ບວນການ​ຕໍ່ສູ້​ເພື່ອສິດທິ​ຂອງກະ​ເທີຍສະ​ໄໝ​ໃໝ່ ​ປີ 1969 ອີກ​ດ້ວຍ.

ຄາດ​ວ່າງານ​ບຸນມ່ວນ​ຊື່ນຕ່າງໆ ​ໄດ້​ດຶງ​ດູດ​ເອົາຫຼາຍ​ແສນ​ຄົນ ລວມທັງ ບັນດານັກ​ການ​ເມືອງ​ ​ແລະຄົນ​ມີ​ຊື່​ສຽງຕ່າງໆນຳ​ດ້ວຍ.

ການ​ສະຫຼອງຢູ່ສະຫະລັດ​ແມ່ນ​ມີ​ຂຶ້ນ ທ່າມກາງ​ປີທີ່​ເຕັມ​ໄປ​ດ້ວຍເຫດການ​ສຳຄັນໆຫຼັງຈາກ
ສານ​ສູງ​ສຸດ​ສະຫະລັດ​ໄດ້​ຕັດສິນລົບ​ລ້າງ​ກົດ ໝາຍ ທີ່​ອະນຸຍາດ​ໃຫ້​ລັດຖະບານ​ກາງ​ບໍ່ຮັບ​ຮູ້
ການແຕ່ງງານ​ລະຫວ່າງ​ເພດ​ດຽວກັນ ຊຶ່ງ​ໄດ້​ເປີດ​ທາງ​ໃຫ້​ຄູ່​ກະ​ເທີຍ​ທັງຫຼາຍສາມາດ​ແຕ່ງ
ງານ​ກັນ​ໄດ້ຢ່າງ​ຖືກ​ຕ້ອງໃນ​ລັດ California.

ຕັ້ງ​ແຕ່​ນັ້ນມາ ອີກ 7 ລັດ​ໄດ້​ອະນຸມັດ​ໃຫ້​ມີການ​ແຕ່ງງານລະຫວ່າງ​ເພດ​ດຽວ​ກັນ​ໄດ້ ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ ຊຶ່ງ​ໄດ້ເພີ້​ມຈຳນວນ​ລັດ​ທີ່​ອະນຸຍາດ​ໃຫ້​ແຕ່ງ​ໄດ້​ນັ້ນ ຂຶ້ນທັງ​ໝົດ​ເປັນ 19 ລັດ ບວກ​ກັບ Washington, D.C.

GAY PRIDE PARADES VO
please wait
Embed

No media source currently available

0:00 0:00:50 0:00

XS
SM
MD
LG