ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນະຄອນ Tel Aviv ຂອງ​ອິສຣາ​ແອ​ລ ຈັດງານບຸນປະຈໍາປີ ສໍາລັບພວກເກ


ຊາວອິສຣາ​ແອ​ລ ແລະນັກທ່ອງທ່ຽວພາກັນແຮ່ຂະບວນສະ
​ເຫລີ​ມສະຫລອງ​ບຸນ​​ແຫ່ງ​ຄວາມ​ພູມ​ໃຈ ປະ​ຈໍາປີ​ຂອງ​ພວກກະ​ເທີຍ ຫລື ​ເກ ຢູ່ໃນນະຄອນ Tel Aviv Israel, ໃນວັນທີ 9 ມິຖຸນາ, 2017 ຊຶ່ງມີປະມານ 200,000 ເຂົ້າຮ່ວມງານນີ້.
ຊາວອິສຣາ​ແອ​ລ ແລະນັກທ່ອງທ່ຽວພາກັນແຮ່ຂະບວນສະ ​ເຫລີ​ມສະຫລອງ​ບຸນ​​ແຫ່ງ​ຄວາມ​ພູມ​ໃຈ ປະ​ຈໍາປີ​ຂອງ​ພວກກະ​ເທີຍ ຫລື ​ເກ ຢູ່ໃນນະຄອນ Tel Aviv Israel, ໃນວັນທີ 9 ມິຖຸນາ, 2017 ຊຶ່ງມີປະມານ 200,000 ເຂົ້າຮ່ວມງານນີ້.

ຄົນ​ເປັນ​ພັນໆຄົນ ​ຈາກ​ທຸກ​ມຸມ​ໂລກພາກັນ​ໄປ​ເຕົ້າ​ໂຮມ​ກັນ​ຢ່າງ​ຄັບຄາໜາ​ແໜ້ນ
ຢູ່​ຖະໜົນສາຍຕ່າງໆຂອງ​ນະຄອນ Tel Aviv ຂອງ​ອິສຣາ​ແອ​ລ ​ເພື່ອ​ຍ່າງສະ
​ເຫລີ​ມສະຫລອງ​ບຸນແຫ່ງ​ຄວາມ​ພູມ​ໃຈ ປະ​ຈໍາປີ​ຂອງ​ພວກກະ​ເທີຍ ຫລື ​ເກ ຊຶ່ງ
​ເປັນງານ​ບຸນສໍາລັບຮຽກຮ້ອງ​ສິດ​ຂອງພວກເກງານ​ນຶ່ງ ທີ່​ກໍາລັງ​ສະຫລອງ​ກັນ​ໃນ
​ວັນ​ທ້າຍ​ອາທິດ​ນີ້.

ງານ​ບຸນ​ດັ່ງກ່າວ​ຖື​ວ່າ​ເປັນ​ງານ​ທີ່​ໃຫຍ່​ທີ່​ສຸດ​ຢູ່​ໃນ​ຂົງ​ເຂດ​ຕາ​ເວັນ​ອອກ​ກາງ​ທີ່​ນິຍົມ
​ແນວທາງ​ເດີມ​ຢ່າງ​ເຄັ່ງ​ຄັດນີ້.

ຕໍາຫລວດອິສຣາ​ແອ​ລຄາດ​ຄະ​ເນວ່າ ມີ​ຄົນຫລາຍ​ກວ່າ 100,000 ຄົນ​ເຂົ້າຮ່ວມ​ງານ
ດັ່ງກ່າວ​ໃນ​ວັນ​ສຸກ​ມື້ນີ້ ​ໂດຍ​ທີ່​ຫລາຍໆຄົນ​ກໍ​ມາ​ຈາກ​ຕ່າງປະ​ເທດ.

ການ​ແຮ່​ຂະ​ບວນ​ແມ່ນ​ເຕັມ​ໄປ​ດ້ວຍລົດ ​ແລະ​ຄົນ​ເຕັນລໍາ ​ໂດຍ​ມີ​ຄໍາ​ຂັວນປະ​ຈໍາປີ​ນີ້
ທີ່​ເວົ້າວ່າ "ການ​ມີ​ສິດ​ມີ​ສຽງຂອງ​ຄົນ​ສອງ​ເພດ."

ງານ​ບຸນ​ດັ່ງກ່າວ​ໄດ້​ຮັບ​ການສະໜັບສະໜຸນໂດຍ​ນະຄອນ Tel Aviv, ຊຶ່ງ​ໄດ້​ໃຫ້
ການ​ສະໜັບ ສະໜຸນການທ່ອງທ່ຽວຂອງ​ພວກ​ເກ ຢູ່​ໃນ​ຊຸມ​ປີໝໍ່ໆມານີ້ ຊຶ່ງ​ໄດ້​ກາຍ
​ມາ​ເປັນ​ບ່ອນ​ທີ່ໃຫ້ການ​ຕ້ອນຮັບທີ່​ດີ​ແກ່​ພວກ​ເກ ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ.

​ໃນ​ຂະນະ​ທີ່​ຄົນ​ຖືກັນ​ວ່ານະຄອນ Tel Aviv ​ເປັນ​ເມືອງ​ທີ່​ເສລີ ​ແລະ​ໃຫ້ການ​ຕ້ອນຮັບ
​ແກ່​ພວກ​ເກ​ດີ ​ແຕ່​ວ່າ​ນະຄອນ Jerusalem ກັບ​ຖືກ​ມອງ​ວ່າ​ເປັນ​ເມືອງ​ທີ່ເຄັ່ງ​ຄັດ​ກວ່າ​
ໃນ​ດ້ານ​ອານຸລັກ​ນິຍົມ ຊຶ່ງ​ປະຊາຊົນ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ໄປ ​ກ່ຽວກັບ​ເລື່ອງສິດ
​ທິຂອງ​ພວກ​ເກ.

ການ​ແຮ່​ຂະ​ບວນສະ​ແດງຄວາມ​ພູມ​ໃຈ​ຂອງ​ພວກ​ເກ​ທີ່​ມີ​ຂຶ້ນ​ໃນ​ປີ 2015 ​ແມ່ນ​ຈົບ​ລົງ​
ດ້ວຍ​ໂສກ​ນາດຕະກໍາ ເມື່ອ ຄົນ​ຢີວຫົວດັ້ງ​ເດີມ​ສຸດ​ຜູ້​ນຶ່ງ​ເອົາ​ມີດ​ແທງ​ສາວ​ນ້ອຍ​ອາຍຸ 16 ປີ​ຜູ້​ນຶ່ງ.

ສ່ວນ​ຢູ່​ພາກ​ອື່ນໆຂອງ​ເຂດ​ຕາ​ເວັນ​ອອກ​ກາງ ຄວາມ​ມັກ​ຮັກ​ກັນ​ລະຫວ່າງ ພວກ​ເກ ຫລື
​ຜູ້​ຊາຍ​ກັບ​ຜູ້​ຊາຍ ​ແລະ​ແລັສບຽນ ຫລື​ຜູ້ກັບຜູ້ຍິງ ​ແມ່ນ​ເປັນ​ເລື້ອງອັບອາຍ​ຫລາຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG