ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ຊາຍຮັກຮ່ວມເພດ ໃນແຄວ້ນ Chechnya ຕົກເປັນເປົ້າໝາຍການຈັບກຸມ


ຜູ້ນຳແຄວ້ນ Chechenya ທ່ານ Ramzan Kadyrov ຖະແຫຼງການໃນພິທີສະເຫຼີມສະຫຼອງວັນ ຜູ້ປົກປ້ອງດິນ
ແດນພະບິດາ ໃນເມືອງຫຼວງ Grozny ແຄວ້ນ Chechnya, ຣັດເຊຍ, 20 ກຸມພາ, 2016/
ຜູ້ນຳແຄວ້ນ Chechenya ທ່ານ Ramzan Kadyrov ຖະແຫຼງການໃນພິທີສະເຫຼີມສະຫຼອງວັນ ຜູ້ປົກປ້ອງດິນ ແດນພະບິດາ ໃນເມືອງຫຼວງ Grozny ແຄວ້ນ Chechnya, ຣັດເຊຍ, 20 ກຸມພາ, 2016/

ຜູ້ຊາຍຈຳນວນຫຼາຍຮ້ອຍຄົນໃນສະທາລະນະລັດ Chechnya ຂອງ ຣັດເຊຍ ໄດ້ຖືກ
ປິດລ້ອມ ແລະ ຖືກຄວບຄຸມຕົວເມື່ອບໍ່ດົນມານີ້ ຍ້ອນຄວາມສົງໄສວ່າເປັນພວກຮັກຮ່ວມ
ເພດ, ແລະ ຢ່າງໜ້ອຍສາມຄົນໄດ້ເສຍຊີວິດໃນເວລາການຈັບກຸມນັ້ນ. ອີງຕາມການ
ກ່າວຂອງໜັງສືພິມທີ່ມີຊື່ສຽງຂອງ ຣັດເຊຍ.

ໜັງສືພິມ Novaya Gazeta ເຊິ່ງໄດ້ລາຍງານການປາບປາມໃນວັນເສົາວານນີ້ກ່າວວ່າ ພວກເຂົາເຈົ້າຮູ້ ກ່ຽວກັບ ແຫຼ່ງຂ່າວອື່ນໆຜູ້ທີ່ກ່າວວ່າ ຈຳນວນຜູ້ເສຍຊີວິດສູງສຸດອາດມີ
ຫຼາຍກວ່ານັ້ນ. ຜູ້ຊາຍກະເທີຍທີ່ໄດ້ຫາຍຕົວໄປຈາກຖະໜົນ Grozny ໃນເມືອງຫຼວງຂອງ
ແຄວ້ນ Chechnya ແລະ ເມືອງອື່ນໆ ແລະ ຕົວເມືອງຕ່າງໆ ແມ່ນຖືກກ່າວວ່າມີອາຍຸຕັ້ງ
ແຕ່ 16 ຫາ 50 ປີ.

ໜັງສືພິມ Novaya Gazeta ທີ່ມີຫ້ອງການຕັ້ງຢູ່ໃນນະຄອນຫຼວງ ມົສກູ ເປັນທີ່ຮູ້ຈັກກັນ
ສຳລັບການລາຍງານສືບສອບສວນອິດສະຫຼະ ແລະ ຄວາມສະໝັກໃຈ ທີ່ຈະປະເຊີນ
ໜ້າກັບພວກຂ້າລັດຖະການ ຣັດເຊຍ ໄດ້ກ່າວວ່າ ພວກເຂົາເຈົ້າຮູ້ ກ່ຽວກັບ ການກະທຳຕໍ່
ພວກກະເທີຍໃນແຄວ້ນ Chechnya ຈາກກະຊວງພາຍໃນ ໃນສາທາລະນະລັດ
Caucasus ທີ່ຕັ້ງຢູ່ເທິງພູ, ຈາກພວກນັກເຄື່ອນໄຫວໃນທ້ອງຖິ່ນ ແລະ ແຫຼ່ງຂ່າວຕຳຫຼວດ.

ໜັງສືພິມ Novaya Gazeta ໄດ້ລາຍງານວ່າ ພວກຜູ້ຊາຍໄດ້ຖືກຄວບຄຸມຕົວໄວ້ “ໃນ
ການເຊື່ອມໂຍງກັບພື້ນຖານທາງເພດທີ່ບໍ່ແມ່ນປະເພນີຂອງພວກເຂົາເຈົ້າ, ກ່ຽວກັບ ການສົງໄສແນວນັ້ນ."
ພວກເຂົາເຈົ້າໄດ້ກ່າວວ່າ ຜູ້ຖືກຄວບຄຸມຕົວໄວ້ ບໍ່ມີຜູ້ໃດໄດ້ບອກ ກ່ຽວກັບ ເພດດັ້ງເດີມຂອງພວກເຂົາເຈົ້າຢ່າງເປີດເຜີຍ, ເຊິ່ງເປັນການເຄື່ອນໄຫວທີ່ຖືກ
ຂຽນໄວ້ໃນກົດໝາຍວ່າມີໂທດເທົ່າກັບການຂໍໃຫ້ປະຫານຊີວິດໃນພາກພື້ນ Caucasus
ເໜືອ ທີ່ມີຊາວມຸສລິມສ່ວນໃຫຍ່ອາໄສຢູ່ນັ້ນ.

ລາຍງານກໍຍັງໄດ້ເນັ້ນຄຳເວົ້າຂອງຄົນໃນທ້ອງຖິ່ນວ່າ ປະຊາຊົນ Chechnya ຜູ້ທີ່ໄດ້ໃຊ້
ການຕິດຕໍ່ກັນຂອງພວກກະເທີຍຢູ່ເຄືອຂ່າຍສົ່ງຂໍຄວາມສາທະລະນະນັ້ນ ໄດ້ປະຖິ້ມພວກ
ເຂົາເຈົ້າ ແລະ ໄດ້ປິດບັນຊີຂອງພວກເຂົາເຈົ້າ. ພວກເຂົາເຈົ້າໄດ້ເນັ້ນຄຳເວົ້າຈາກແຫຼ່ງ
ຂ່າວຕ່າງໆໃນໜ່ວຍປະຕິບັດການພິເສດຂອງແຄວ້ນ Chechnya ທີ່ອະທິບາຍວ່າ ການ
ກວດລ້າງຂອງຕຳຫຼວດເປັນດັ່ງກັບ “ການກວາດລ້າງປ້ອງກັນ” ເຊິ່ງເພັ່ງເລັງໃສ່ການບໍ່ ສະໜັບສະໜູນການຊຸມນຸມ ສິດທິໃນການຮັກຮ່ວມເພດໃນສາທາລະນະ.

ບໍ່ມີການໃຫ້ຄຳເຫັນໃນທັນທີທັນໃດຈາກບັນດາເຈົ້າໜ້າທີ່ໃນ ມົສກູ, ເຊິ່ງໄດ້ອະນຸຍາດ
ໃຫ້ສາທາລະນະລັດ Caucasus ທີ່ມີປະຊາຊົນຊາວ ມຸຸສລິມສ່ວນໃຫຍ່ອາໄສຢູ່ນັ້ນ ມີ
ອິດສະຫຼະໃນການບັງຄັບໃຊ້ກົດໝາຍສາສະໜາອິສລາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG