ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາ ອອສເຕຣເລຍ ໃຫ້ການອະນຸມັດ ຕໍ່ການແຕ່ງງານ ພວກຮັກຮ່ວມເພດ


ບັນດາຜູ້ສະໜັບສະໜູນ 'ເຫັນພ້ອມ' ໃນການລົງຄະແນນສຽງ ສະຫລອງການແຕ່ງງານ ພວກຮັກຮ່ວມເພດ ໃຫ້ເທົ່າທຽມກັນ ຫລັງຈາກ ໄດ້ປະກາດວ່າ ເປັນສຽງສ່ວນຫລາຍ
ຂອງຊາວອອສເຕຣເລຍ.
ບັນດາຜູ້ສະໜັບສະໜູນ 'ເຫັນພ້ອມ' ໃນການລົງຄະແນນສຽງ ສະຫລອງການແຕ່ງງານ ພວກຮັກຮ່ວມເພດ ໃຫ້ເທົ່າທຽມກັນ ຫລັງຈາກ ໄດ້ປະກາດວ່າ ເປັນສຽງສ່ວນຫລາຍ ຂອງຊາວອອສເຕຣເລຍ.

ອອສເຕຣເລຍໄດ້ໃຫ້ການອະນຸມັດຢ່າງເປັນທາງການ ໃນການແຕ່ງງານຂອງພວກຮັກ
ຮ່ວມເພດ.

ຮ່າງ​ກົດໝາຍ​ທີ່ອະນຸຍາດ​ໃຫ້​ມີການແຕ່ງງານຢ່າງຖືກຕ້ອງຂອງພວກຮັກຮ່ວມເພດ ​ໄດ້
ຖືກຮັບ​ຜ່ານ​ດ້ວຍຄະແນນສຽງອັນ​ຖ້ວມ​ລົ້ນ​ໃນ​ວັນ​ພະຫັດ​ມື້​ນີ້​ຢູ່​ໃນ​ສະພາ​ຕໍ່າ ມີ​ພຽງ​ສີ່​ຄົນ
​ຂອງ​ສະມາຊິກສະພາ 150 ຄົນ ​ລົງ​ຄະ​ແນນ​ສຽບໍ່​ເຫັນ​ພ້ອມ. ມາດ​ຕະການດັ່ງກ່າວ ໄດ້​
ປ່ຽ​ນແປງຄວາມ​ໝາຍ​ຂອງ​ການ​ແຕ່ງງານ​ຈາກ “ການ ຢູ່ຮ່​ວມກັນລະຫວ່າງຜູ້​ຊາຍ ​ແລະ
ແມ່ຍິງ” ​ໄປ​ສູ່ “ການ​ຢູ່​ຮ່ວມ​ລ​ະຫວ່າງ​ສອງ​ຄົນ.”

ບັນກາສະມາຊິກສະພາອອສເຕຣເລຍ ພາກັນນັ່ງມາລາທອນ ສົນທະນາຮ່າງກົດໝາຍ ຢູ່ນະຄອນ ແມລບຸນ ປະເທດອອສເຕຣເລຍ.
ບັນກາສະມາຊິກສະພາອອສເຕຣເລຍ ພາກັນນັ່ງມາລາທອນ ສົນທະນາຮ່າງກົດໝາຍ ຢູ່ນະຄອນ ແມລບຸນ ປະເທດອອສເຕຣເລຍ.

​ນາຍົກລັດຖະມົນຕີ​ ມາລ​ຄົມ ​ເທີຣ​ບູນ ຜູ້​ທີ່​ໄດ້​ລິ​ເລີ້ມ​ການ​ສຳ​ຫລວດທີ່ມີ​ການ​ຂັດ​ແຍ້​ງ
ທີ່ນຳ​ໄປ​ສູ່​ຮ່າງ​ກົດໝາຍ ທີ່ໄດ້ຖືກຮັບຜ່ານໃນທີ່ສຸດຢູ່ໃນ​ສະພາ​ອອສ​ເຕ​ຣ​ເລຍນັ້ນກ່າວ
ວ່າ “​ເປັນ​ມື້ເປັນມື້​ພິ​ເສດ​ສຳລັບ​ຄວາມ​ຮັກ ສຳລັບຄວາມສະເໝີ ພາບ ແລະຄວາມ​ເຄົາ
ລົບ” ການ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ ໃນ​ວັນ​ພະຫັດ​ມື້​ນີ້ ​ຢູ່​ໃນ​ສະພາ​ຕໍ່າ ມີ​ຂຶ້ນ​ນຶ່ງ​ອາທິດ
ຫລັງຈາກສະພາ​ສູງ​ຮັບຜ່ານ​ມາດ​ຕະການ​ດັ່ງກ່າວດ້ວຍ​ການ​ລົງ​ຄະ​ແນ​ນ ສຽງ 43 ຕໍ່ 12​.
ດັ່ງ​ທີ່​ມີ​ການ​ອະພິປາຍ​ກັນ​ໃນ​ອາທິດ​ແລ້ວ​ນີ້ ບັນດາ​ສະມາຊິກ​ສະພາ​ຕໍ່າ ​ໄດ້​ປະຕິ​ເສດ​ຕໍ່
ການດັດແປງ​ຫລາຍໆ​ຄັ້ງ​ໂດຍບັນດາ​ຜູ້ນິຍົມແນວທາງເດີມ ຮວມທັງ​ອະດີດ​ນາຍົກລັດ
ຖະ​ມົນຕີ ​ໂທ​ນີ ອັບ​ບົດ​ຕ໌ ທີ່​ຈະ​ປ້ອງ​ກັນ​ປະ​ຊາ​ຊົນ​ຜູ້​ປະຕິ​ເສດ ​ທີ່​ຈະ​ໃຫ້ການ​ບໍລິການ ທີ່​
ມີ​ຄຸນສົມບັດ​ແກ່​ຄູ່​ຮ່ວມ​ເພດ​ດຽວ​ກັນ ​ແກ່​ພື້ນຖານທາງ​ສາສໜາ ຮວມທັງ​ບັ​ນດາ​ຄຸນ​ພໍ່ ​
ແລະ​ບັນດາ​ຜູ້ຈັດພິທີ​ສົມລົດ ພ້ອມ​ດ້ວຍ​ພວກ​ພໍ່ຄ້າ​ແມ່​ຄ້າ ​ຄື​ດັ່ງ​ພວກ​ຈັດ​ແຈງ​ອາຫານ
​ແລະ​ດອກ​ໄມ້.

ນາຍົກລັດຖະມົນຕີ ມາລກົມ ເທີນບູນ ກ່າວຕໍ່ກອງປະຊຸມນັກຂ່າວ.
ນາຍົກລັດຖະມົນຕີ ມາລກົມ ເທີນບູນ ກ່າວຕໍ່ກອງປະຊຸມນັກຂ່າວ.

ກົດໝາຍ​ນີ້ຈະ​ມີ​ຜົນບັງຄັບ​ໃຊ້​ໃນ​ເດືອນ​ໜ້າ​ນີ້. ພິທີ​ແຕ່ງ​ງານຂອງ​ພວກຮັກຮ່ວມເພດ
ຈະ​ເລີ້ມ​ຂຶ້ນ​ໃນເດືອນ​ມັງກອນຈະ​ມາ​ເຖິງ​ນີ້ ​ໃນ​ຂະ​ນະ​ທີ່​ຄູ່​ສົມລົດ​ຕ້ອງ​ຍື່ນ ຄຳຮ້ອງຕໍ່
​ເຈົ້າ​ໜ້າ​ທີ່​ ໃນ​ຄວາມ​ຕັ້ງ​ໃຈ​ຂອງ​ເຂົາ​ເຈົ້ານຶ່ງເດືອນກ່ອນທີ່​ການແຕ່ງ ງານຈະມີຂຶ້ນ.

ພວກສະໜັບສະໜູນຮັກຮ່ວມເພດ ພາກັນຖືປ້າຍ ແລະຮ້ອງໂຮເດີນຂະບວນຢູ່ຕາມຖະໜົນ ໃນນະຄອນຊິດນີ ປະເທດອອສເຕຣເລຍ.
ພວກສະໜັບສະໜູນຮັກຮ່ວມເພດ ພາກັນຖືປ້າຍ ແລະຮ້ອງໂຮເດີນຂະບວນຢູ່ຕາມຖະໜົນ ໃນນະຄອນຊິດນີ ປະເທດອອສເຕຣເລຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Australia Same Sex Marriage
please wait

No media source currently available

0:00 0:00:24 0:00

XS
SM
MD
LG