ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Gates ວ່າ ປ.ໂອ​ບາ​ມາ ໝົດສັດທາ ໃນນະໂຍບາຍ ອັຟກາ​ນິສຖານ


ທ່ານ Robert Gates ອະດີດລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ​ ​
ທ່ານ Robert Gates ອະດີດລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ​ ​
ປື້​ມ​ໃໝ່​ ທີ່​ຂຽນ​ໂດຍອະດີດ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະ
ລັດ ທ່ານ Robert Gates ​ໄດ້ກ່າວ​ເຖິງ​ປະທານາທິບໍດີ​ສະຫະ
ລັດ ທ່ານ ບາຣັກ ​ໂອ​ບາ​ມາ​ ວ່າ ​ເປັນ “ບຸກຄົນ​ທີ່​ມີ​ກຽດ​ສັກສີ”
ຜູ້​ຊຶ່ງເຖິງ​ຢ່າງ​ນັ້ນ​ກໍຕາມ​ເທາະ ຍັງ​ມີ​ຄວາມ​ສົງ​ໄສກ່ຽວ​ກັບ​ຍຸດ​ທະ​
ສາດ​ໃນການ​ເພີ້ມກຳລັງ​ຢ່າງ​ໄວວາຂອງ​ລັດຖະບານ​ທ່ານ ຢູ່​ໃນ
​ອັຟກາ​ນິສຖານ ​ແລະ​ບໍ່​ໄວ້​ໃຈ​ຢ່າງ​ເປັນ​ການ​ເປີດ​ເຜີຍຕໍ່​ພວກ​ຜູ້
ນຳ​ທາງ​ທະຫານ.

ຂໍ້ຄວາມ​ບາງ​ຕອນ ​ຈາກ​ປື້​ມ “Duty: Memoirs of a
Secretary of War,”
​ໄດ້​ມີ​ການພິມ​ເຜີຍ​ແຜ່​ໃນຕອນ​ບ່າຍ
​ຂອງ​ວັນ​ອັງຄານ​ວານ​ນີ້ໂດຍ​ໜັງສືພິມ New York Times ​ແລະ Washington Post.

ທ່ານ Gates ຊຶ່ງ​ສັງກັດ​ພັກ Republican ທີ່ໄດ້​ກຳ​ຕໍາ​ແໜ່​ງລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ
ມາ​ແຕ່​ສະ​ໄໝ​ລັດຖະບານ​ອະດີ​ດປະທານາທິບໍດີ George W. Bush ​ແລ​ະຍັງ​ຮັບ​ໜ້າ​ທີ່
ຕື່ມອີກ2 ປີ ພາຍ​ໃຕ້​ລັດຖະບານ​ຂອງ​ທ່ານ ​ໂອ​ບາ​ມານັ້ນ ຂຽນ​ວ່າທ່ານ​ບໍ່ເຄີຍ​ມີຄວາມ
​ສົງໄສ​ໃດໆ​ກ່ຽວ​ກັບ​ການ​ສະໜັບສະໜູນ​ຂອງ​ທ່ານ​ໂອ​ບາ​ມາ​ຕໍ່​ພວກທະຫານ “​ມີພຽງ​ແຕ່
ການ​ສະ​ນັບ​ສະ​ໜູນຂອງ​ທ່ານ ​ຕໍ່​ພະລະ​ໜ້າ​ທີ່​ຂອງ​ພວກ​ທະຫານ​ເທົ່າ​ນັ້ນ.”


​ຂໍ້ຄວາມ​ຕອນ​ນຶ່ງຂອງ​ປື້​ມ ທີ່ພິມເຜີຍ​ແຜ່​ໂດຍ​ໜັງສືພິມ New York Times ນັ້ນ
ທ່ານ Gates ຂຽນວ່າ ທ່ານໂອບາມາໄດ້ຕັ້ງຄຳຖາມ ເຖິງຄວາມອາດສາມາດຂອງ
​ຜູ້ບັງຄັບບັນ ຊາຂອງທ່ານໃນສະໜາມລົບໃນອັຟກາ​ນີສຖານ ຄືພົນເອກ David
Petreaus ແລະໄດ້ ສະແດງອອກເຖິງຄວາມສົງ​ໄສ​ບໍ່​ແນໃຈ ກ່ຽວກັບວ່າ ທ່ານຈະສາ
ມາດປະຕິບັດໜ້າທີ່ຮ່ວມ ກັບປະທານາທິບໍດີອັຟກາ​ນີສຖານ ທ່ານ Hamid Karzai
ໄດ້ຫຼືບໍ່?

ແຕ່ວ່າ ໃນຕອນທ້າຍໆຂອງປື້ມດັ່ງກ່າວ ທ່ານ Gates ​ໄດ້​ກ່າວ​ວ່າ ທ່ານ​ໂອ​ບາ​ມາ
ແມ່ນຖືກຕ້ອງ​ແລ້ວ ​ໃນເລື່ອງອັຟກາ​ນີສຖານ.

ທ່ານ Gates ​ໄດ້​ຕໍາ​ນິຕິ​ຕຽນ​ຢ່າງ​ໜັກ​ຕໍ່​ຮອງ​ປະທານາທິບໍດີ ທ່ານ Joe Biden
ທີ່ກ່າວ​ເຖິງທ່ານ​ວ່າ ​“​ເປັນບຸກຄົນ​ທີ່​ມີ​ກຽດ​ສັກສີ” ​ແຕ່ເວົ້າວ່າ ທ່ານໄດ້ “​ຜິດພາດ​
ເກືອບ​ວ່າ​ທຸກໆ​ເລື່ອງ​ທີ່​ສຳຄັນໆໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ
ເລື່ອງ​ຄວາມ​ໝັ້ນ​ຄົງແຫ່ງ​ຊາດໃນ​ຮອບ 4 ທົດ​ສະ​ວັດ ຜ່ານ​ມານີ້.
XS
SM
MD
LG