ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຈະທຳການຊ້ອມລົບ ຮ່ວມກັນກັບເກົາຫລີໃຕ້


ທ່ານ Robert Gates ລັດຖະມຸນຕີປ້ອງກັນປະເທດສະຫະລັດ
ທ່ານ Robert Gates ລັດຖະມຸນຕີປ້ອງກັນປະເທດສະຫະລັດ

ທ່ານ Robert Gates ລັດຖະມຸນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ກ່າວ​ວ່າ ສະຫະລັດ​ຈະ​ປະກອບສ່ວນ​ໃນ​ການ​ຊ້ອມ​ລົບ​ກັບ​ເກົາຫລີ​ໃຕ້​ ເພື່ອ ຕອບ​ໂຕ້​ຕໍ່ການ​ເຄື່ອນ​ໄຫວ ​ແບບ​ເກາະ​ຜິດ​ທາງ​ທະຫານ​ຂອງ​ເກົາຫລີ​ເໜືອ​ໃນ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້. ທ່ານ​ປະກາດ​ເລື້ອງ​ນີ້​ໃຫ້​ຮູ້​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ​ທ່ີ​ກອງ​ປະຊຸມ​ສຸດ​ຍອດ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ຂອງ​ເອ​ເຊຍ​ຂອງ​ພວກ​ລັດຖະມຸນຕີ​ປ້ອງ​ກັນ​ປະ​ເທດ​ແລະ​ເຈົ້າ​ໜ້າ​ທ່ີ​ສືບ​ລັບ ​ທ່ີສິງກະ ​ໂປ.

ໃນ​ລະຫວ່າງ​ທີ່​ກ່າວປາ​ໄສ​ ​ຕໍ່ກອງ​ປະຊຸມ​ສຸດ​ຍອດ​ດ້ານ​ຄວາມ​ປອດ​ໄພ​ຂອງເອ​ເຊຍ ​ທ່ີ​ສິງກະ​ໂປ​ນັ້ນ ທ່ານ Robert Gates ລັດຖະມຸນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ​ໄດ້​ກ່າວ​ປະນາມ​ອີກ​ຄັ້ງ​ນຶ່ງ​ ຕໍ່ການ​ເຄື່ອນ​ໄຫວ​ທາງ​ທະຫານ​ແບບ​ເກາະ​ຜິດ​ຂອງ​ເກົາຫລີ​ເໜືອ​ ໃນ​ການຈົມ​ກຳ​ປັ່ນ​ລົບ​ເກົາຫລີ​ໃຕ້​ລຳ​ນຶ່ງເມື່ອ​ເດືອນ​ມີນາ​ຜ່ານ​ມາ ​ຍັງ​ຜົນ​ໃຫ້ທະຫານ​ເຮືອເກົາຫລີ​ໃຕ້ 46 ຄົນ​ເສຍ​ຊີວິດ​. ທ່ານ Gates ​ເວົ້າວ່າ​ ເຫດການດັ່ງ ກ່າວ ເປັນ​ພາກສ່ວນ​ນຶ່ງ​ຂອງ​ຄວາ​ມປະພຶດແບບທ້າ​ທາຍ ​ຂາດ​ຄວາມ​ລະມັດລະວັງ​ ​ໃນຂອບ​ເຂດ​ທີ່ກວ້າງ​ໃຫຍ່​ກ່ວານັ້ນ ຂອງ​ເກົາຫລີ​ເໜືອ ແລະວ່າເກົາຫລີ​ເໜືອ​ຍັງ​ສືບ​ຕໍ່​ບ່ອນທຳລາຍ​ສັນຕິພາບ​ແລະ​ຄວາມ​ປອດ​ໄພ​ໃນ​ເອ​ເຊຍ​ຢູ່​ຕໍ່​ມາ ຊຶ່ງ​ທ່ານ Gates ກ່າວ​ຕື່ມວ່າ :

“ເປັນ​ເວລາ​ໄລຍະ​ນຶ່ງ​ມາແລ້ວ ທີ່ເກົາຫລີເໜືອ​ໄດ້ປະເຊີນກັບທາງເລືອກ ທີ່ຈະສືບຕໍ່ຕົກຢູ່ໃນສະພາບອົດຢາກຍາກຈົນ ເປັນປະເທດນອກຄອກ ໃນປະຊາຄົມນານາຊາດ ຫລື ວາງເສັ້ນທາງ​ເດີນໃໝ່. ​ແຕ່ວ່າ ນັບຕັ້ງ ແຕ່ນັ້ນມາ ລັດຖະບານເກົາຫລີເໜືອ ກັບ​ມີ​ແຕ່​ໂດດດ່ຽວ​ຕົນ​ເອງອອກ ຈາກປະຊາຄົມນານາຊາດ ຫລາຍ​ຂຶ້ນ​ນັບ​ມື້.”

ເກົາຫລີ​ເໜືອ​ໄດ້​ປະຕິ​ເສດ​ວ່າ ​ຕົນ​ບໍ່​ມີ​ສ່ວນ​ພົວພັນ​ໃດໆ​ໃນ​ການ​ໂຈມ​ຕີ​ກຳ​ປັ່ນ​ລົບ​ຂອງ​ເກົາຫລີ​ໃຕ້ລຳ​ນັ້ນ ​ແຕ່​ຄະນະສອບ​ສວນ​ສືບສວນ​ ທີ່​ປະກອບ​ດ້ວຍເຈົ້າ​ໜ້າ​ທ່ີນາໆ​ຊາດ​ກຸ່ມ​ນຶ່ງ ​ໄດ້ລົງ​ຄວາມ​ເຫັນ​ວ່າ ​ເກົາ ຫລີ​ເໜືອ​ເປັນ​ຜູ້​ຮັບຜິດຊອບ​ໃນ​ເລື້ອງ​ນີ້.

ທ່ານ Gates ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ສະຫະລັດ​ຈະ​ສືບ​ຕໍ່​ໃຫ້ການ​ຊ່ອຍ​ເຫລືອ​ແກ່​ເກົາຫລີ​ໃຕ້ ຕໍ່​ໄປ​ ແລະ​ປະກາດ​ວ່າທັງສອງ​ປະ​ເທດ​ຈະ​ດຳ ເນີນ​ການ​ຊ້ອມ​ລົບ​ຮ່ວມ​ກັນ​ ເພື່ອ​ເປັນ​ການຕອບ​ໂຕ້​ຕໍ່​ການ​ຈົມກຳ​ປັ່ນ​ລົບ​ຂອງ​ເກົາຫລີ​ໃຕ້ນັ້ນ. ແຕ່ບັນດາ​ເຈົ້າ​ໜ້າ​ທ່ີ​ທຳນຽບຫ້າ​ແຈ ກໍ​ຄື​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສະຫະລັດ ກ່າວ​ວ່າ ການ​ຊ້ອມ​ລົບ​ທີ່ເວົ້ານັ້ນ ອາດ​ຈະ​ບໍ່​ມີ​ຂຶ້ນ​ຈົນ​ກວ່າ​ຈະເປັນ​ທີ່ກະຈ່າງແຈ້ງ​ວ່າ ​ສະຫະ​ປະຊາ​ຊາດ​ຈະ​ດຳ​ເນີນ​ການແບບໃດ ກ່ຽວ​ກັບ​ເລື້ອງ​ນີ້. ທ່ານ Gates ກ່າວ​ວ່າ ​ເຈດ​ຕະນາ​ຂອງການ​ຊ້ອມ​ລົບ​ນີ້ ​ແມ່ນ​ເພື່ອ​ສະ​ແດງ​ໃຫ້​ລັດຖະບານ​ພຽງ​ ຢ້າງ​ ກໍ​ຄື​ເກົາຫລີ​ເໜືອເຫັນ​ວ່າ ການ​ບຸກລຸກ​ຂອງ​ຕົນ​ຈະ​ບໍ່​ດຳ​ເນີນ​ໄປໄດ້ ​ໂດຍ​ທ່ີບໍ່ມີ​ການ​ຍັບຍັ້ງ​ຂັດຂວາງໃດໆ. ທ່ານ Gates ຊີ້​ແຈງ​ຕື່ມ​ວ່າ:

“ນັບ​ແຕ່ເກີດ​ເຫດການການ​ຈົມ​ກຳ​ປັ່ນ ​ໂຈ​ນັນ ​ເປັນຕົ້ນມາ ສະຫະລັດ ​ສາທາລະນະ​ລັດ​ເກົາຫລີ​ຫລື​ເກົາຫລີ​ໃຕ້ ​ແລະ​ປະ​ເທດ​ອື່ນໆ ກໍ​ໄດ້​ທຳ ການ​ປຶກສາ​ຫາລື​ກັນ​ຢ່າງ​ໃກ້ຊິດ. ລັດຖະບານ​ຂອງຂ້າພະ​ເຈົ້າ​ໄດ້​ສະ​ເໜີ ​ໃຫ້ການ​ສະໜັບສະໜູນ​ຢ່າງ​ເຕັມທີ່​ແກ່​ເກົາຫລີ​ໃຕ້ ພັນທະ​ມິດຂອງ​ພວກ​ເຮົາ ​ໃນ​ຊ່ວງ​ເວລາ​ທີ່​ຫຍຸ້ງຍາກ​ນີ້. ພວກ​ເຮົາ​ຈະ​ດຳ​ເນີນ​ການ​ຊ້ອມລົບ​ຮ່ວມ​ກັນ​ກັບ​ເກົາຫລີ​ໃຕ້ ​ແລະ​ຈະ​ສະໜັບສະໜູນ​ການ​ເຄື່ອນ​ໄຫວ​ຢູ່​ໃນ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ. ​ໃນ​ເວລາ​ດຽວ​ກັນ ພວກ​ເຮົາ​ກໍ​ກຳລັງ​ພິຈາລະນາ​ຊັ່ງຊາ​ເບິ່ງ​ທາງ​ເລືອກ​ອື່ນໆ​ຕື່ມ​ອີກ ​ເພື່ອ ບັງຄັບ​ໃຫ້​ເກົາຫລີ​ເໜືອ​ຮັບຜິດ​ຊອບ​ກ່ຽວ​ກັບ​ເລື່ອ​ງນີ້.”

ພ້ອມ​ດຽວ​ກັນ ລັດຖະມຸນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດໄດ້ຮຽກຮ້ອງ​ໄປ​ຍັງ​ປະ​ເທດອື່ນໆ​ໃນ​ຂົງ​ເຂດ​ ໃຫ້​ທຳ​ຄວາມ​ກົດ​ດັນ​ຮ່ວມ​ກັນ​ຕໍ່​ເກົາຫລີ​ເໜືອ ​ເພື່ອ​ໃຫ້​ປ່ຽນ​ແປງ​ການ​ປະພຶດປະຕິບັດແບບ​ກໍ່​ສົງຄາມ​ຂອງ​ຕົນ​ນັ້ນ.

ນອກ​ນັ້ນ​ ທ່ານ Gates ຍັງ​ໄດ້​ເວົ້າເຖິງເລື້ອງ​ການ​ຂາດ​ຄວາມ​ຮ່ວມ​ໄມ້​ຮ່ວມ​ມື​ທາງ​ທະຫານ​ ​ລະຫວ່າງ​ສະຫະລັດ​ກັບ​ຈີນ ທ່ີ​ເປັນ​ພັນ​ທະ​ມິດ​ທ່ີ​ແຂງ​ແຮງທີ່ສຸດ​ຂອງ​ເກົາຫລີ​ເໜືອ​. ຈີນ​ໄດ້​ຢຸດ​ເຊົາ​ການ​ຮ່ວມ​ມື​ດ້ານຍຸດ​ທະ​ສາດ​ຕ່າງໆ​ກັບ​ສະຫະລັດ ຫລັງ​ຈາກ​ລັດຖະບານ​ປະທານາທິບໍດີ​ໂອ​ບາ​ມາ ​ຕັດສິນ​ໃຈ​ໃນ​ເດືອນ​ມັງກອນ​ຜ່ານ​ມາ ດຳ​ເນີນ​ໄປ​ຕາມ​ແຜນການ​ຂາຍ​ອາວຸດ​ຍຸດ​ໂທ​ປະກອນ​ ​ມູນ​ຄ່າ 6,400 ລ້ານ​ດອນ​ລາ ໃຫ້​ໄຕ້​ຫວັນ​ ຊຶ່ງ​ທ່ານ Gates ​ກ່າວ​ປ້ອງ​ກັນ​ການ​ຂາຍ​ອາວຸດ​ນີ້​ວ່າ ​ເປັນ​ນະ​ໂຍບາຍ​ທ່ີ​ມີມາ​ຕັ້ງ​ແຕ່​ດົນ​ນານ​ແລ້ວ ​ແລະ​ເປັນ​ສິ່ງ​ສຳຄັນ​ທ່ີ​ສຸດ​ຕໍ່​ຄວາມ​ໝັ້ນຄົງ​ຂອງຂົງ​ເຂດ. ທ່ານ Gates ກ່າວ​ຊີ້​ແຈງ​ວ່າ :

“ໄດ້​ເປັນ​ທີ່ແຈ້ງຂາວ​ແກ່​ທຸກໆ​ຄົນແລ້ວວ່າ ໃນ​ໄລຍະ​ເວລາ 30 ກວ່າປີ ນັບຕັ້ງແຕ່ມີການຈັດຕັ້ງຄວາມສຳພັນແບບປົກກະຕິນຳກັນ ມາ​ຈົນເທົ່າ ເຖິງປັດຈຸບັນນີ້ ການຂັດແຍ້ງກັນຫລາຍໆບັ້ນທີ່ໄດ້ເກີດ​ຂຶໜ​ແລະເຮັດ​ໃຫ້ຄວາມສຳພັນທາງທະຫານຂອງພວກເຮົາກັບຈີນ ຢຸດ​ສະ​ງັກລົງ​ນັ້ນ ຈະບໍ່​ສົ່ງ​ຜົນ​ໃຫ້ມີການປ່ຽນແປງ​ໃດໆ ​ໃນນະໂຍບາຍຂອງສະຫະລັດ ກ່ຽວກັບໄຕ້ຫວັນເລີຍ.”

ພ້ອມ​ດຽວ​ກັນ ທ່ານ Gates ຮຽກຮ້ອງ​ໃຫ້​ຈີນ​ ຮື້ຟື້ນ​ການ​ຮ່ວມ​ໄມ້​ຮ່ວມ​ມື​ທາງທະຫານ​ກັນ​ຄືນ​ອີກ ​ເພື່ອຫລຸດຜ່ອນ​ຄວາມ​ເຂົ້າ​ໃຈ​ຜິດແລະ​ການ​ຄາດການ​ຜິດ​ຊຶ່ງ​ກັນ​ແລະ​ກັນ​ນັ້ນ.

XS
SM
MD
LG