ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Gates ພົບປະກັບພັນທະມິດ ຂອງສະຫະລັດ


ລັດຖະມົນຕີປ້ອງກັນປະເທດສະຫະລັດທ່ານ Robert Gates (ຂວາ) ຈັບມືກັບລັດຖະມົນຕີປ້ອງກັນປະເທດສິງກະໂປ ທ່ານ Ng Eng Hen ທີ່ກອງປະຊຸມສຸດຍອດວ່າດ້ວຍຄວາມໝັ້ນຄົງໃນເຂດເອເຊຍທີ່ສິງກະໂປ (3 ມິຖຸນາ 2011)
ລັດຖະມົນຕີປ້ອງກັນປະເທດສະຫະລັດທ່ານ Robert Gates (ຂວາ) ຈັບມືກັບລັດຖະມົນຕີປ້ອງກັນປະເທດສິງກະໂປ ທ່ານ Ng Eng Hen ທີ່ກອງປະຊຸມສຸດຍອດວ່າດ້ວຍຄວາມໝັ້ນຄົງໃນເຂດເອເຊຍທີ່ສິງກະໂປ (3 ມິຖຸນາ 2011)

ລັດຖະມົນຕີປ້ອງກັນປະເທດສະຫະລັດແລະຈີນກ່າວໃນວັນສຸກມື້ນີ້ວ່າ ຄວາມສຳພັນທາງ
ທະຫານລະຫວ່າງປະເທດທັງສອງກຳລັງກ້າວໜ້າໃນບາງດ້ານແລະພວມມຸ່ງໜ້າໄປໃນທິດ
ທາງບວກ.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Robert Gates ແລະຄູ່ຕຳແໜ່ງ
ຝ່າຍຈີນນາຍພົນ Liang Guanglie ໄດ້ໃຫ້ການຖະແຫຼງດັ່ງກ່າວທີ່ສິງກະໂປໃນວັນສຸກ
ມື້ນີ້ ບ່ອນທີ່ພວກທ່ານ ໄດ້ເຈລະຈາຫາລືກັນກ່ອນໜ້າກອງປະຊຸມວ່າດ້ວຍຄວາມໝັ້ນຄົງ
ShangriLa.

ນີ້ແມ່ນການໄປຮ່ວມກອງປະຊຸມສຸດຍອດ ໃນດ້ານຄວາມໝັ້ນຄົງຂອງເອເຊຍຄັ້ງທີ 5 ແລະ
ກໍເປັນຄັ້ງສຸດທ້າຍຂອງທ່ານ Gates ໃນຖານະລັດຖະມົນຕີປ້ອງກັນປະເທດຂອງສະຫະລັດ.

ມີຜູ້ຕາງໜ້າຈາກ 27 ປະເທດ ໄປຮ່ວມກອງປະຊຸມວ່າດ້ວຍຄວາມໝັ້ນຄົງ ທີ່ສິງກະໂປ ຊຶ່ງ
ຈະດຳເນີນໄປຈົນຮອດມື້ວັນອາທິດ.

ກ່ອນໜ້ານີ້ ທ່ານ Gates ໄດ້ພົບປະກັບລັດຖະມົນຕີປ້ອງກັນປະເທດຂອງຍີ່ປຸ່ນແລະນາ
ຍົກລັດຖະມົນຕີມາເລເຊຍ. ນອກນັ້ນທ່ານຍັງໄດ້ພົບປະກັບລັດຖະມົນຕີປ້ອງກັນປະເທດ
ສິງກະໂປ ທ່ານ Ng Eng Hen ຊຶ່ງທ່ານພ້ອມກັບທ່ານ Gates ສະແດງຄວາມສະໜັບ
ສະໜຸນຕໍ່ການສືບຕໍ່ພົວພັນຂອງວໍຊິງຕັນຢູ່ໃນພູມີພາກຕະຫຼອດທັງການຮ່ວມມືໃນການ
ຮັບມືກັບໄພຂົ່ມຂູ່ຂ້າມຊາດແລະເສີມຂະຫຍາຍຄວາມໝັ້ນຄົງຢູ່ໃນຂົງເຂດ.

XS
SM
MD
LG