ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ
Robert Gates ກ່າວວ່າການເຈລະຈາ 6 ຝ່າຍກ່ຽວ
ກັບໂຄງການນິວເຄລຍຂອງເກົາຫຼີເໜືອນັ້ນ ສາມາດທີ່
ຈະໄຂຄືນໃໝ່ໄດ້ ເວລາໃດທີ່ເກົາຫຼີເໜືອຫາກຢຸດເຊົາ
ການກະທຳແບບທ້າທາຍເກາະຜິດແລະປະຕິບັດຕາມ
ຂໍ້ຕົກລົງຕ່າງໆທີ່ຜ່ານມາຂອງຕົນ.
ທ່ານ Gates ໃຫ້ການຢືນຢັນດັ່ງກ່າວໃນວັນສຸກມື້ນີ້
ຢູ່ທີ່ກຸງໂຊລ ບ່ອນທີ່ທ່ານຫາກໍເດີນທາງໄປເຖິງເພື່ອ
ຈະເລຈາຫາລື ກັບລັດຖະມຸນຕີປ້ອງກັນປະເທດຂອງ
ເກົາຫຼີໃຕ້ ທ່ານ Kim Kwan-jin ກ່ຽວກັບຄວາມ
ເຄັ່ງຕຶງຢູ່ໃນແຫຼມເກົາຫຼີເວລານີ້. ລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະລັດ
ກ່າວຕໍ່ພວກນັກຂ່າວວ່າ ການພົວພັນທາງດ້ານການທູດ ມີທາງເປັນໄປໄດ້ກັບພຽງຢາງ
ຖ້າການກະທຳ ຂອງອຳນາດການປົກຄອງເກົາຫຼີເໜືອ ຫາກສະແດງໃຫ້ເຫັນວ່າ ການ
ເຈລະຈາໃນອະນາຄົດ ອາດໃຫ້ດອກອອກຜົນຫຼືດຳເນີນໄປດ້ວຍຄວາມສຸດຈະລິດໃຈ.
ທ່ານ Gates ຊຶ່ງໄດ້ເຈລະຈາຫາລືກັບປະທານາທິບໍດີເກົາຫຼີໃຕ້ທ່ານ Lee Myung-bak
ນຳໃນລະຫວ່າງການເດີນທາງໄປຢ້ຽມຢາມຄັ້ງນີ້ກ່າວວ່າ ການທູດອາດສາມາດເລີ້ມຂຶ້ນໄດ້ ດ້ວຍການເຈລະຈາໂດຍກົງລະຫວ່າງເກົາຫຼີເໜືອ ແລະເກົາຫຼີໃຕ້.
ການເຈລະຈາ 6 ຝ່າຍກ່ຽວກັບໂຄງການນິວເຄລຍຂອງພຽງຢາງທີ່ຈີນເປັນເຈົ້າພາບແລະ
ມີີ 2 ເກົາຫຼີ ຍີ່ປຸ່ນ ຣັດເຊຍແລະສະຫະລັດເຂົ້າຮ່ວມນັ້ນໄດ້ຖືກໂຈະມາແຕ່ປີ 2008.