ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ Gates ເນັ້ນວ່າ ສະຫະລັດຍັງຈະ ສືບຕໍ່ພົວພັນ ກັບພາກພື້ນເອເຊຍ ເໝືອນເດີມ


ທ່ານ Robert Gates ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ (ຊ້າຍສຸດ ແຖວໜ້າ) ກັບເລຂາທິການໃຫຍ່ຂອງກຸ່ມອາຊຽນ (ຊ້າຍສຸດ ແຖວສອງ) ແລະບັນດາລັດຖະມົນຕີປ້ອງກັນປະເທດອາຊ່ຽນ ແລະອີກ 7 ປະເທດຄູ່ສົນທະນາ ໃນພິທີຕ້ອນຮັບ ກ່ອນການເປີດກອງປະຊຸມ ທີ່ຮ່າໂນ່ຍ, ວັນອັງຄານ ທີ 12 ຕຸລາ 2010. (AP
ທ່ານ Robert Gates ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ (ຊ້າຍສຸດ ແຖວໜ້າ) ກັບເລຂາທິການໃຫຍ່ຂອງກຸ່ມອາຊຽນ (ຊ້າຍສຸດ ແຖວສອງ) ແລະບັນດາລັດຖະມົນຕີປ້ອງກັນປະເທດອາຊ່ຽນ ແລະອີກ 7 ປະເທດຄູ່ສົນທະນາ ໃນພິທີຕ້ອນຮັບ ກ່ອນການເປີດກອງປະຊຸມ ທີ່ຮ່າໂນ່ຍ, ວັນອັງຄານ ທີ 12 ຕຸລາ 2010. (AP

ໃນໂອກາດຢ້ຽມຢາມຫວຽດນາມໃນອາທິດນີ້, ທ່ານ Robert Gates ລັດຖະມົນຕີກະຊວງ ປ້ອງກັນປະເທດຂອງສະຫະລັດ ໄດ້ເນັ້ນຢໍ້າວ່າ ສະຫະລັດຕັ້ງໃຈທີ່ຈະສືບຕໍ່ເປັນປະເທດມະ ຫາອໍານາດ ໃນເຂດມະຫາສະມຸດປາຊີຟິກ ແລະກໍຍັງຢາກມີການພົວພັນກັບພາກພື້ນເອ ເຊຍເໝືອນເດີມ. ທ່ານ Gates ໄດ້ເດີນທາງໄປນະຄອນຫລວງຮ່າໂນ່ຍ ເພື່ອເຂົ້າຮ່ວມ ກອງປະຊຸມຂອງລັດຖະມົນຕີປ້ອງກັນປະເທດ ຂອງກຸ່ມອາຊ່ຽນ ຊຶ່ງກໍມີທັງເຈົ້າໜ້າທີ່ກະຊວງ ປ້ອງກັນປະເທດຈາກຈີນ, ຍີ່ປຸ່ນ ແລະຣັດເຊຍ ເຂົ້າຮ່ວມນໍາ.

ໃນ​ໂອກາດຢ້ຽມຢາມ​ຫວຽດນາມ​ໃນ​ອາທິດ​ນີ້, ທ່ານ ​Robert Gates ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ ຂອງສະຫະລັດ ໄດ້​ເນັ້ນຢໍ້າວ່າ ສະຫະລັດຕັ້ງ​ໃຈ ​ທີ່​ຈະ​ສືບ ຕໍ່​ເປັນ​ປະ​ເທດ​ມະຫາ​ອຳນາດໃນເຂດ​ມະຫາ​ສະມຸດປາຊີ​ຟິກ ​ແລະ ກໍ​ຍັງ​ຢາກ​ມີການ​ພົວພັນ​ກັບ​ພາກພື້ນ ​ເອ​ເຊຍ​ເໝືອນ ​ເດີມ. ທ່ານ Gates ໄດ້ເດີນທາງ​ໄປນະຄອນຫລວງ ຮ່າ​ໂນ່ຍ ​ເພື່ອ​ເຂົ້າຮ່ວມກອງ​ປະຊຸມຂອງລັດຖະມົນຕີປ້ອງ ​ກັນ​ປະ​ເທດ​ຂອງກຸ່ມ​ອາຊ່ຽນ ຊື່​ງກໍ​ມີ​ທັງ​ເຈົ້າໜ້າທີ່​ກະຊວງ ປ້ອງ​ກັນປະ​ເທດ​ຈາກ​ຈີນ, ຍີ່ປຸ່ນ ​ແລະ ຣັດ​ເຊຍເຂົ້າຮ່ວມນໍາ.

ທ່ານ Robert Gates ລັດຖະມົນຕີກະຊວງປ້ອງກັນປະເທດຂອງ ສະຫະລັດ ກ່າວຄໍາປາໃສ ທີ່ມະຫາວິທະຍາໄລແຫ່ງຊາດຫວຽດນາມ ທີ່ຮ່າໂນ່ຍໃນມື້ວັນຈັນ ທີ 11 ຕຸລາ ຜ່ານມານີ້
ທ່ານ Robert Gates ລັດຖະມົນຕີກະຊວງປ້ອງກັນປະເທດຂອງ ສະຫະລັດ ກ່າວຄໍາປາໃສ ທີ່ມະຫາວິທະຍາໄລແຫ່ງຊາດຫວຽດນາມ ທີ່ຮ່າໂນ່ຍໃນມື້ວັນຈັນ ທີ 11 ຕຸລາ ຜ່ານມານີ້

ໃນ​ຂະນະ​ທີ່​ກ່າວ​ຄໍາ​ປາ​ໃສ​ຕໍ່ສະ ມາຊິກ​ຂອງ​ກອງທັບ ​ແລະນັກ ​ສຶກສາ ທີ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດຫວຽດນາມ​ ທີ່ຮ່າໂນ່ຍ ​ໃນ​ມື້ວັນ​ຈັນ​ຜ່ານ​ມານີ້, ທ່ານ Robert Gates ລັດຖະມົນຕີ ປ້ອງ​ກັນ​ປະ​ເທດ​ສະຫະລັດ ​ໄດ້ ສົ່ງ​ຂໍ້ຄວາມເພື່ອໃຫ້ຄວາມ​ໝັ້ນໃຈ​ ແກ່ບັນດາປະເທດ​ໃນ​ພາກພື້ນ​ ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ອີກ​ເທື່ອ​ນື່ງ ຊຶ່ງ​ທ່ານ​ກ່າວວ່າ.


“ຂ້າພະເຈົ້າຄິດວ່າ ຂົງເຂດເອເຊຍທັງໝົດສາມາດໝັ້ນໃຈໄດ້ເລີຍວ່າ ສະຫະລັດ
ຍັງມີຄວາມຕັ້ງໃຈທີ່ຈະສືບ​ຕໍ່ພົວພັນຢູ່ໃນຂົງເຂດເອເຊຍຕໍ່ໄປ ດັ່ງທີ່ເຮົາໄດ້ປະຕິ​
ບັດ ​ເປັນ​ເວລາ​ຫລາຍ​ສິບປີມາ​ແລ້ວ​ນັ້ນ ແລະພວກ​ເຮົາກໍມີຄວາມຕັ້ງໃຈທີ່ຈະເປັນ
ຜູ້ປະກອບສ່ວນທີ່ແຂງຂັນ ບໍ່ແມ່ນສະເພາະແຕ່ໃນເລື້ອງເສດຖະກິດ ແລະການ
ເມືອງເທົ່ານັ້ນ ແຕ່​ຍັງໃນເລື້ອງການປ້ອງກັນປະເທດ ແລະຄວາມໝັ້ນ​ຄົງນໍາອີກ.”

ທ່ານ Gates ​ໄປຮ່າ​ໂນ່ຍ ​ເພື່ອ​ເຂົ້າຮ່ວມກອງ​ປະຊຸມຂອງລັດ ຖະມົນຕີປ້ອງ​ກັນ​ປະ​ເທດ ​ອາຊ່ຽນ ບວກ 8. ອາ​ຊ່ຽນ ຫລື ສະມາຄົມ​ກຸ່ມປະ​ເທດ​ໃນ​ພາກພື້ນ​ເອ​ເຊຍ​ຕາ​ເວັນ​ອອກ ສຽງ​ໃຕ້​ໄດ້​ເຊີນ ສະຫະລັດ, ຈີນ, ຍີ່ປຸ່ນ, ຣັດ​ເຊຍ ​ແລະອີກ 4 ປະ​ເທດ​ທີ່ມີ​ອຳນາດ​ໃນ​ ລະດັບ​ພາກພື້ນເຂົ້າຮ່ວມ​ປະຊຸມນໍາ ​ເພື່ອຊ່ວຍກັນ​ຫາ​ທາງແກ້​ໄຂບັນ​ຫາດ້ານຄວາມໝັ້ນຄົງ ຕ່າງໆ​ ໃນພາກພື້ນມະຫາສະມຸດປາຊີ​ຟິກ ໂດຍທາງ​ການ​ທູດ.

ສະຫະລັດ​ມີ​ຄວາມ​ເປັນ​ຫ່ວງ​ວ່າ ບັນຫາຜິດຖຽງກັນ​ໃນ​ເລື້ອງໝູ່ເກາະນ້ອຍໆ ​ທີ່ຫລາຍໆ​ປະ​ເທດ​ອ້າງ​ເອົາ​ກໍາມະສິດ ຢູ່ທະເລຈີນໃຕ້ນັ້ນ ອາດ​ພາ​ໃຫ້ການເດີນ​ເຮືອຜ່ານ​ເສ້ນ​ທາງ​ເດີນທະ​ເລ ທີ່​ມີ​ການ​ສັນຈອນຂອງ​ເຮືອ​ຫລາຍ​ທີ່​ສຸດຂອງ​ໂລກ ​ເສ້ນ​ນຶ່ງນັ້ນ ປະສົບ​ກັບຂໍ້​ຫຍຸ້ງ​ຍາກ. ​ເຖິງ​ແມ່ນ​ວ່າ​ ໂດຍສ່ວນໃຫຍ່ແລ້ວ ຈະບໍ່ມີ​ຄົນ​ອາ​ໃສຢູ່​ກໍ​ຕາມ ​ແຕ່ກໍເປັນ​ທີ່​ເຊື່ອ​ກັນ​ວ່າ ພວກ ເກາະດອນ​ເຫລົ່ານັ້ນ ​ມີ​ບໍ່ນໍ້າມັນ ​ແລະອາຍແກັສທໍາມະ​ຊາດ ທີ່​ຍັງ​ບໍ່ທັນ​ໄດ້​ຖືກຂຸດ​ຄົ້ນ​ຢູ່​ຢ່າງ ມະຫາສານ. ນອກ​ນັ້ນແລ້ວ ກໍ​ຍັງ​ຕັ້ງຢູ່​ລະ​ຫວ່າງ​ກາງຂອງເສັ້ນ​ທາງ​ເດີນ​ທະ​ເລຫລາຍໆ​ສາຍ ທີ່​ມີ​ການ​ສັນຈອນຄັບ​ຄັ່ງ ​ແລະກໍເປັນພື້ນ​ທີ່​ທີ່​ມີ​ການ​ຫາ​ປາໄດ້​ຢ່າງ​ມາກ​ມາຍ.

ລັດຖະບານ​ປັກ​ກິ່ງ​ເວົ້າວ່າ ການ​ກ່າວອ້າງ​ເອົາ​ກໍາມະ​ສິດ​ໃນ​ໝູ່ເກາະ Spratly ​ແລະ Paracel ຂອງ​ຕົນນັ້ນ ຖື​ວ່າເປັນ “​ຜົນ​ປະ​ໂຫຍ​ດຕົ້ນຕໍແຫ່ງຊາດຂອງຈີນ”.

ໄຕ້​ຫວັນ, ຫວຽດນາມ, ຟີ​ລິບ​ປິນ, ບຣູ​ໄນ ​ແລະ ມະ​ເລ​ເຊຍ ກໍ​ໄດ້ກ່າວ​ອ້າງ​ເອົາ​ກໍາມະສິດ ໃນໝູ່​ເກາະ​ເຫລົ່ານີ້ເຊ່ນ​ກັນ ເປັນ ບາງ​ສ່ວນ​ຫລືທັງ​ໝົດ​.

ທາງສະຫະລັດນັ້ນເວົ້າວ່າ ​ສະຫະລັດກໍ​ມີຜົນ​ປະ​ໂຫຍ​ດ​ຂອງ​ຕົນ ​ໃນ​ການ​ທີ່​ຈະ​ຮັກສາໃຫ້​ມີ ​ການເດີນ​ເຮືອ​ຜ່ານ​ເຂດນ່ານນໍ້າ​ສາກົນ​ດັ່ງກ່າວ ນັ້ນໄດ້ຢ່າງ​ເສ​ລີ​.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ (ຂວາ) ໃນກອງປະຊຸມບັ້ນນຶ່ງ ທີ່ຮ່າໂນ່ຍ, ຫວຽດນາມ, ວັນທີ 11 ຕຸລາ 2010.
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ (ຂວາ) ໃນກອງປະຊຸມບັ້ນນຶ່ງ ທີ່ຮ່າໂນ່ຍ, ຫວຽດນາມ, ວັນທີ 11 ຕຸລາ 2010.

ທ່ານລັດຖະມົນຕີ ກະຊວງປ້ອງ​ກັນ​ປະ​ເທດ ສະຫະລັດກ່າ​ວວ່າ ​ໂດຍ​ການເຮັດວຽກຮ່ວມ ກັນໃນອົງການ​ຈັດຕັ້ງທີ່​ມີ​ຫລາຍ​ຝ່າຍ​ເຊ່ນກຸ່ມ ອາຊຽນນັ້ນ ບັນດາປະ​ເທດນ້ອຍໆໃນ​ເອ​ເຊຍ ຈະສາມາດ​ແກ້​ໄຂ​ບັນຫາ​ດ້ານ​ຄວາມໝັ້ນຄົງ​ ໃນ​ພາກພື້ນໄດ້​ດີກ​ວ່າ. ທ່ານ​ກ່າວ​ດັ່ງນີ້:

“ເຮົາພົບເຫັນຫລາຍຂຶ້ນ​ເລື້ອຍໆວ່າ ການອາໃສກາງຕໍ່ຄວາມສຳພັນແບບ
ສອງຝ່າຍ ​ແຕ່​ພຽງຢ່າງດຽວນັ້ນແມ່ນ
ບໍ່ພຽງພໍ ຄືພວກເຮົາຕ້ອງການສະຖາ
ບັນທີ່​ມີຫລາຍໆຝ່າຍ ເພື່ອປະເຊີນກັບ
ສິ່ງທ້າທາຍຕ່າງໆ ທີ່ສໍາຄັນທີ່ສຸດຕໍ່
ຄວາມໝັ້ນຄົງຢູ່ໃນຂົງເຂດເອເຊຍນັ້ນ.”

ໃນລະຫວ່າງ​ການຢ້ຽມຢາມ​ຫວຽດນາມຢູ່​ນີ້ ທ່ານ Gates ໄດ້ພົບ​ປະກັບລັດຖະມົນຕີປ້ອງ​ກັນ ​ປະ​ເທດ ຂອງຫລາຍ​ໆປະ​ເທດອາ​ເຊຍ ທີ່​ຢາກ​ໃຫ້ສະຫະລັດຊ່ວຍ​ສະໜັບສະໜູນໃນ​ການຕ້ານ​ຢັນ​ກັບ​ຈີນ​ ທີ່​ກໍາລັງ​ເຕີບ​ໃຫຍ່​ຂຶ້ນ​ມາເປັນປະ​ເທດ​ມະຫາ​ອຳນາດ​ໃນ​ພາກ​ພື້ນ ຫລາຍຂຶ້ນນັບ​ມື້ນັ້ນ.

ໃນ​ຄໍາ​ປາ​ໃສ​ຂອງ​ທ່ານນັ້ນ ທ່ານ Gates ກ່າວ​ວ່າ ສະຫະລັດ ​ແລະຫວຽດນາມສາມາ​ດ ຜ່ານຜ່າ​ຂໍ້​ຂັດ​ແຍ່ງກັນທີ່​ມີ​ມາ​ເປັນ​ທົດ​ສະ​ວັດ​ນັ້ນ​ໄດ້ ​ໂດຍ​ຜ່ານ​ການ​ສົນທະນາ ແລະ​ການ ເຈລະຈາ​ກັນ. ທ່ານ​ຮັບຮູ້ວ່າ ຍັງມີ​ຄວາມ​ຄິດ ​ເຫັນ​ທີ່​ແຕກ​ຕ່າງ​ກັນຫລາຍ​ຢູ່ເຊ່ນ​ວ່າ ການຕໍາ ໜິຕິຕຽນ ຂອງລັດຖະບານວໍ​ຊິງ​ຕັນກ່ຽວ​ກັບ ການ​ປະ​ຕິ​ບັດ​ດ້ານສິດ​ທິະນຸດຂອງ​ຫວຽດນາມ ​ແຕ່​ທ່ານກໍໃຫ້​ຂໍ້​ຄິດ​ເຫັນວ່າ ການ​ສົນທະນາ​ການ​ຢ່າງ​ເປີດ​ເຜີຍ ຈະ​ຊ່ວຍ​ໃຫ້​ແກ້​ໄຂ​ບັນຫາໄດ້ດີກ​ວ່າ.

XS
SM
MD
LG