ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນຫາຂາດແຄນນ້ຳມັນ ແລະເງິນຕາຕ່າງປະເທດ ເພື່ອຊຳລະໜີ້ສິນ ຂອງລັດຖະບານລາວ ເຮັດໃຫ້ປະຊາຊົນລາວ ສ່ວນໃຫຍ່ມີຄວາມເປັນຫ່ວງ


ປ້ຳນ້ຳມັນ ພີພີທີ ຂອງໄທ ຢູ່ນາໄຊ ນະຄອນວຽງຈັນ ທີ່ມີປ້າຍແຈ້ງວ່າ ນ້ຳມັນໝົດ ເມື່ອວັນທີ 30 ກັນຍາ 2023.
ປ້ຳນ້ຳມັນ ພີພີທີ ຂອງໄທ ຢູ່ນາໄຊ ນະຄອນວຽງຈັນ ທີ່ມີປ້າຍແຈ້ງວ່າ ນ້ຳມັນໝົດ ເມື່ອວັນທີ 30 ກັນຍາ 2023.

ເລື້ອງນໍ້າມັນຂາດແຄນ ແລະການແລກປ່ຽນເງິນຕາຕ່າງປະເທດພົບຄວາມ ຫຍຸ້ງຍາກ ກາຍເປັນສິ່ງທີ່ລົບກວນຈິດໃຈເຮັດໃຫ້ປະຊາຊົນລາວສ່ວນໃຫຍ່ ເປັນຫ່ວງ ຂະນະທີ່ເຂົາເຈົ້າກໍາລັງຕໍ່ສູ້ຮັບມືກັບຄ່າຄອງຊີບ ທີ່ຖີບຕົວສູງຂຶ້ນນັບມື້ . ນັກຂ່າວຂອງພວກເຮົາ ມີລາຍລະະອຽດເລື້ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.

ນໍ້າມັນເປັນປັດໄຈຫລັກໃນການດໍາລົງຊີວິດຂອງປະຊາຊົນໃນຍຸກສະໄໝໃໝ່ ບໍ່ວ່າຈະຢູ່ໃນປະເທດ ຫລືສັງຄົມໃດກໍຕາມ. ບັນຫາຂາດແຄນນໍ້າມັນໄດ້ກາຍມາເປັນອຸທາຫອນຈິດໃຈຂອງຄົນລາວເລື້ອຍມາ ນັບຕັ້ງແຕ່ມີວິກິດການຂາດແຄນນໍ້າມັນ ທີ່ເລີ້ມຂຶ້ນໃນເດືອນມີນາ, 2022 ຫລັງຈາກຣັດເຊຍເຂົ້າໄປບຸກລຸກຢູເຄຣນ ຢ່າງເຕັມສ່ວນໃນ 1 ເດືອນກ່ອນໜ້ານັ້ນ. ເຫດການຄ້າຍໆກັນ ກັບຕອນນັ້ນ ໄດ້ກັບຄືນມາສ້າງຄວາມກັງວົນໃຈແກ່ປະຊາຊົນອີກ ໃນອາທິດກວ່າໆຜ່ານມານີ້ ເມື່ອບໍລິສັດນໍ້າມັນ ພີທີທີ (PTT) ຂອງໄທ ທີ່ມີຊື່ສຽງໃນລາວ ໄດ້ອອກແຈ້ງການໃຫ້ລູກຄ້າຊາບວ່າ ທາງບໍລິສັດປະສົບຄວາມຫຍຸ້ງຍາກໃນການແລກປ່ຽນເງິນຕາຕ່າງປະເທດ ເພື່ອໄປຊໍາລະຄ່ານໍ້າມັນ ທີ່ນໍາເຂົ້າມາ ຊຶ່ງອາດຈະສົ່ງຜົນເຮັດໃຫ້ມີປະລິມານນໍ້າມັນບໍ່ພຽງພໍ ເພື່ອສະໜອງໃຫ້ປໍ້ານໍ້າມັນທີ່ເປັນລູກຄ້າຂອງບໍລິສັດ ໃນທົ່ວປະເທດ. ແຈ້ງການນີ້ ໄດ້ເຮັດໃຫ້ປະຊາຊົນສ່ວນໃຫຍ່ ພາກັນແຕກຕື່ນ ແລະຂຸ້ນຂ້ຽວໄປຊື້ນໍ້າມັນມາກັກໄວ້ ເຖິງແມ່ນວ່າ ໃນຕົວຈິງການຂາດແຄນນໍ້າມັນ ອາດຈະບໍ່ໜັກເໝືອນດັ່ງຕົ້ນປີກາຍນີ້ກໍຕາມ ດັ່ງທາງພະນັກງານ ບໍລິສັດເຊື້ອໄຟລາວ ທີ່ເປັນບໍລິສັດລັດວິສາຫະກິດທ່ານນຶ່ງ ຊີ້ແຈງໃຫ້ຟັງວ່າ:

ທ່ານກ່າວວ່າ : “ມັນບໍ່ໄດ້ຂາດ ເຂົາແຈ້ງໃຫ້ລູກຄ້າເຂົາຊື່ໆ ເຂົາແຈ້ງໃຫ້ລູກຄ້າເຂົາຊ່ວງນີ້ມັນອາດຈະຊິບໍ່ພຽງພໍ ມັນຍ້ອນວ່າ ເງິນຕາຂອງເຮົາມັນຕອບສະໜອງບໍ່ພຽງພໍເທົ່າທີ່ຄວນ ເຂົາກະຊິພະຍາຍາມ ກະຄົນລາວເຮົາກະເປັນແນວນັ້ນລະ ເຂົາກະແຕກຕື່ນ ນໍ້າມັນບໍ່ໄດ້ອຶດບໍ່ໄດ້ຢາກນະ ສະເພາະ ປຕທ ເຂົາແຈ້ງໃຫ້ລູກຄ້າເຂົາ ພວກທີ່ບໍ່ພໍປານໃດຈຸທີ່ສະໜອງໃຫ້ບໍ່ພຽງພໍ ແຕ່ກະມີຢູ່”.

ສ່ວນທາງກະຊວງອຸດສາຫະກໍາ ແລະການຄ້າຂອງລາວ ໃນວັນທີ 22 ກັນຍາ ຜ່ານມາ ກໍໄດ້ອອກມາແຈ້ງການຜ່ານສື່ມວນຊົນຂອງລາວວ່າ ຍັງສາມາດ ມີນໍ້າມັນເຊື້ອໄຟສະໜອງໃຫ້ຜູ້ຊົມໃຊ້ໄດ້ຕາມປົກກະະຕິ ຊຶ່ງໄດ້ມີການນໍາເຂົ້າ ມື້ນຶ່ງບໍ່ຕໍ່າກວ່າ 8 ແສນລິດ ສໍາລັບນໍ້າມັນແອັດຊັງ ແລະມື້ລະບໍ່ຕໍ່າກວ່າ 2 ລ້ານ 2 ແສນລິດ ສໍາລັບນໍ້າມັນກາຊວນ ພ້ອມທັງມີປໍ້ານໍ້າມັນເຊື້ອໄຟຫລາຍກວ່າ 80 ເປີເຊັນຂອງຈໍານວນປໍ້ານໍ້າມັນທັງໝົດທົ່ວປະເທດ ເປີດຈໍາໜ່າຍນໍ້າມັນໃຫ້ແກ່ລູກຄ້າຢູ່. ທາງກະຊວງຍັງໄດ້ເຕືອນໃຫ້ປະຊາຊົນເຊື່ອໝັ້ນ ແລະມີການພິນິດພິດຈາລະນາໃນການເສບຂ່າວ.

ແຟ້ມພາບ: ປະຊາຊົນລາວ ພາກັນລຽນແຖວເພື່ອໃສ່ນ້ຳມັນລົດຂອງເຂົາເຈົ້າ ຢູ່ທີ່ປ້ຳນ້ຳມັນ ດົງຈອງ, ນະຄອນວຽງຈັນ, ວັນທີ 27 ພຶດສະພາ 2022.
ແຟ້ມພາບ: ປະຊາຊົນລາວ ພາກັນລຽນແຖວເພື່ອໃສ່ນ້ຳມັນລົດຂອງເຂົາເຈົ້າ ຢູ່ທີ່ປ້ຳນ້ຳມັນ ດົງຈອງ, ນະຄອນວຽງຈັນ, ວັນທີ 27 ພຶດສະພາ 2022.

ແຕ່ຢ່າງໃດກໍຕາມ ໂດຍອີງຕາມບົດລາຍງານເສດຖະກິດຂອງ ສປປ ລາວ - ການຟື້ນຟູສະຖຽນລະພາບຂອງເສດຖະກິດມະຫາພາກ ເພື່ອສະໜັບສະໜູນການຟື້ນຕົວຂອງທະນາຄານໂລກ ທາງກະຊວງດັ່ງກ່າວ ກໍຍອມຮັບວ່າ ການເພີ່ມສູງຂຶ້ນຂອງລະດັບໜີ້ສິນສາທາລະນະ ແລະລາຄາສິນຄ້າໃນຕະຫລາດໂລກໂດຍສະເພາະແມ່ນນໍ້າມັນເຊື້ອໄຟ ແລະປຸຍ ໄດ້ພາໃຫ້ລາຄາວັດຖຸດິບ ແລະສິນຄ້າຜະລິດຢູ່ພານໃນເພີ້ມສູງຂຶ້ນ ຊຶ່ງໄດ້ຜັກດັນໃຫ້ລາຄາອາຫານ ເພີ້ມຂຶ້ນຢ່າງວ່ອງໄວ ແລະກໍ່ໃຫ້ເກີດຄວາມສ່ຽງ ຕໍສະຖຽນລະພາບດ້ານເສດຖະກິດມະຫາພາກ ແລະກະທົບຕໍ່ມາດຕະຖານການດຳລົງຊີວິດຂອງປະຊາຊົນ.

ຕໍ່ບັນຫານີ້ທາງອະດີດພະນັກງານອາວຸດໂສ ໃນກະຊວງການຄ້າກໍໃຫ້ຄໍາເຫັນວ່າ:

“ນໍ້າມັນຕະຫລາດໂລກກະຂຶ້ນ ແລ້ວລັດຖະບານຈະແກ້ໄຂແນວໃດ ບາດນີ້ ຣັດເຊຍຊິໃຫ້ທ່ານທອງລຸນ ໄປປະຊຸມນໍາ ເຂົາຢາກເຮັດນໍາລັດເຂົາບໍ່ຢາກເຮັດນໍາເອກກະຊົນ. ບາດນີ້ລັດບໍ່ແຂງແຮງແມ່ນບໍລະ ລະມັນມີຢູ່ບ່ອນໃດ ວ່າລັດມັນແຂງແຮງ. ນໍ້າມັນເຊື້ອໄຟກະຕາຍ ຕາຍຍ້ອນບໍ່ມີເງິນຕາຫັ້ນນະ ບໍລິຫານກະບໍ່ໄດ້”.

ສ່ວນທາງກະຊວງແຮງງານ ແລະສະຫວັດດີການສັງຄົມກໍໄດ້ປະກາດເພີ່ມເງິນເດືອນ ປັບຄ່າແຮງງານຂັ້ນຕ່ຳຈາກ 1,300.000 ກີບ ມາເປັນ 1,600.000 ກີບ/ຄົນ/ເດືອນ, ເລີ້ມແຕ່ວັນທີ 1 ຕຸລາ ກໍຄືມື້ວານນີ້ ເປັນຕົ້ນໄປ!

ແຕ່ຢ່າງໃດກໍຕາມ ມັນຍັງອາດຈະບໍ່ສາມາດບັນເທົາເລື້ອງຄ່າຄອງຊີບຂອງປະຊາຊົນໄດ້ຫລາຍປານໃດ ເມື່ອສະພາບເງິິນກີບອ່ອນຄ່າລົງເລື້ອຍໆ ດັ່ງທີ່ທ່ານບຸນລ້ວນ ຊົມສີ ຫາປັນຍາ ຮອງປະທານສະພາປະຊາຊົນແຂວງໄຊຍະບູລີ ກ່າວໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ທີ່ຫາກໍຈົບລົງ ເມື່ອມໍ່ໆມານີ້ວ່າ ບັນຫາເງິນກີບອ່ອນຄ່າ ຍ້ອນການຄຸ້ມຄອງເງິນຕາຕ່າງປະເທດ ຍັງຂາດສະມັດຕະພາບ ແລະລາຄາສິນຄ້າອຸປະໂພກບໍລິໂພກ ຖີບຕົວຂຶ້ນຢ່າງວ່ອງໄວ ຄືບັນຫາທີ່ເຄັ່ງຮ້ອນກວ່າໝູ່ ທີ່ກະທົບໃສ່ຊີວິດການເປັນຢູ່ຂອງປະຊາຊົນ ທີ່ຕ້ອງໄດ້ປະຕິບັດ ແລະຫາທາງແກ້ໄຂ.

XS
SM
MD
LG