ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ລາ​ຄາ​ນ້ຳ​ມັນ​ຍັງ​ສືບ​ຕໍ່ສູງ​ຢູ່​ໃນ ​ຫລາຍ​ພາກ​ຂອງສະ​ຫະ​ລັດ ​


ຜູ້​ຊາຍ​ຄົນ​ນຶ່ງກວດ​ເບິ່ງ​ລາ​ຄາ​ນ້ຳ​ມັນ ຢ​ູ່​ປ້ຳ​ນ້ຳ​ມັນ​ໃ​ເມືອງ Buffalo Grove ລັດ​ອີ​ລີ​ນອຍ ວັນ​ທີ 26 ມີ​ນາ 2022
ຜູ້​ຊາຍ​ຄົນ​ນຶ່ງກວດ​ເບິ່ງ​ລາ​ຄາ​ນ້ຳ​ມັນ ຢ​ູ່​ປ້ຳ​ນ້ຳ​ມັນ​ໃ​ເມືອງ Buffalo Grove ລັດ​ອີ​ລີ​ນອຍ ວັນ​ທີ 26 ມີ​ນາ 2022

ລາຄານໍ້າມັນຍັງສືບ​ຕໍ່່ສູງ​ຂຶ້ນຢູ່​ໃນ​ຫລາຍ​ພາກ​ຂອງ​ສະ​ຫະ​ລັດ. ຢູ່ບ້ານເມີໂດຊິໂນ (Medocino) ຊຶ່ງເປັນໝູ່ບ້ານນ້ອຍໆແຫ່ງນຶ່ງຫ່າງ​ຈາກນະຄອນແຊນ ແຟຣນຊິສໂກປະມານ 175 ໄມ ໃນ​ພາກ​ເໜືອ​ຂອງລັດຄາລິຟໍເນຍນັ້ນ ນ້ຳມັນແອັດ​ຊັງທຳມະດາກາລອນນຶ່ງ ທີ່ເທົ່າກັບ 3.785 ລິດ ມີລາຄາ ຢູ່ 9 ໂດລາ 60 ເຊັນ ຊຶ່ງເປັນແຫ່ງດຽວທີ່ມີລາຄາແພງທີ່ສຸດໃນປະ​ເທດ, ອີງ​ຕາມ ທ່ານສີອຳພອນ ອິນທະວົງ ທີ່ເມືອງອັອກນາດຢູ່​ເຂດ​ກາງ​ຂອງ​ລັດ​ຄາ​ລິ​ຟໍ​ເນຍ ແຕ່​ຢ່າງ​ໃດ​ກໍ​ຕາມຢູ່​ເມືອງ​ອັອກນາດນັ້ນ ລາຄານໍ້າມັນຂ້ອນ​ຂ້າງ​ຖືກວ່າ ທີ່ທ່ານສູ່ ສີ​ອຳ​ພອນ​ກ່າວ​ຕໍ່ວີໂອເອ​ວ່າ:

ສ່ວນຢູ່ໃນລັດອື່ນໆ ລາຄານໍ້າທຳມະດາກາລອນນຶ່ງຕົກຢູ່ປະມານ 5 ໂດລາ 50 ເຊັນ ຫາ 6 ໂດລາ 60 ເຊັນ. ເຖິງແມ່ນ​ວ່າ ນໍ້າມັນມີລາຄາແພງຂຶ້ນຢູ່ໃນສະຫະລັດ ແຕ່ນໍ້າມັນບໍ່ໄດ້ຂາດຕະຫລາດ ແລະກໍບໍ່ໄດ້ລຽນແຖວກັນຊື້ເໝືອນ ດັ່ງຢູ່ປະເທດອື່ນໆ. ສິ່ງທີ່ໜ້າວິຕົກນັ້ນກໍຄື ລະດູຮ້ອນກຳລັງກ້າວເຂົ້າມາ ຊຶ່ງເປັນຍາມພັກໂຮງຮຽນລະດູຮ້ອນ ແລະມີການເດີນທາງໄປພັກຜ່ອນປະຈຳປີ ອັນຈະເປັນຜົນກະທົບດ້ານການເງິນໃນການໃຊ້ຈ່າຍໃນ​ການເດີນທາງບໍ່ວ່າຈະ​ເປັນທາງລົດ ຫລື ທາງເຮືອບີນກໍ​ຕາມ.

XS
SM
MD
LG