ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ 22 ຄົນຕາຍ ຍ້ອນລົດບັນທຸກແກ໊ສ ລະເບີດ ຢູ່ເມັກຊິໂກ (ສະໄລດ໌)


ພະນັກງານດັບເພີງ ຊ່ອຍກູ້ໄພພວກທີ່ໄດ້ຮັບເຄາະໃນ Ecatepec
ພະນັກງານດັບເພີງ ຊ່ອຍກູ້ໄພພວກທີ່ໄດ້ຮັບເຄາະໃນ Ecatepec
ລົດ​ບັນທຸກແກ໊ສຄັນ​ນຶ່ງ​ໄດ້​ລະ​ເບີດ​ຂຶ້ນ​ ​ເທິງ​ທາງ​ຫລວງ​ສາຍ​ນຶ່ງ ​
ທາງ​ທິດ​ເໜືອ​ຂອງນະ ຄອນຫລວງ Mexico City ຂອງ​ປະ​ເທດ
​ເມັກ​ຊິ​ໂກ ​ສົ່ງ​ຜົນ​ໃຫ້ຢ່າງ​ນ້ອຍ 22 ຄົນ​ເສຍ​ຊີວິດ ຊຶ່ງ​ຮວມທັງ​ເດັກ
ນ້ອຍ 10 ຄົນ. ທາງ​ການ​ກ່າວ​ວ່າ ມີຢ່າງ​ນ້ອຍ 36 ຄົນ ​ໄດ້​ຮັບ​ບາດ
​ເຈັບ​ໃນ​ການລະ​ເບີດ​ຄັ້ງ​ນີ້.



ບັນດາເຈົ້າໜ້າ​ທີ່​ກ່າວ​ວ່າ ການລະ​ເບີດ​ຄັ້ງ​ນີ້ ທີ່​ເກີດ​ຂຶ້ນ​ໃນ​ຕອນຂ້ອນແຈ້ງ ຂອງເຊົ້າ​ວັນ​ພຸດ​ມື້​ນີ້ ​ໃນເມືອງ Ecatepec ​ເຂດຊານເມືອງຫລວງ Mexico City ​ໄດ້​ເຜົາ​ໄໝ້ລົດ​ລາ​ແລະ​ບ້ານ​ຊ່ອງ​ ທີ່ຢູ່​ໃກ້ທາງ​ຫລວງນັ້ນ.

ທາງ​ການ​ກ່າວ​ວ່າ ຄົນ​ຂັບ​ໄດ້​ຖືກ​ຕໍາຫລວດ​ຄວບ​ຄຸມ​ໂຕ​ໄວ້ ໃນ​ຂະນະ​ທີ່​ຮັບການປິ່ນປົວ
ຢູ່ໂຮງພະຍາບານ ​ແລະ​ວ່າ ລົດ​ບັນທຸກແກ໊ສຄັນ​ນັ້ນ​ ເປັນ​ຂອງ​ບໍລິ​ສັດ Termogas.

XS
SM
MD
LG