ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໓໐ ມີນາ ໒໐໒໓

ຊາວລາວ ອາເມຣິກັນ ຢູ່ໃນລັດເວີຈີເນຍ ແລະຄາໂຣໄລນາເໜືອ ກ່າວເຖິງສະພາບການຂາດແຄນນ້ຳມັນເຊື້ອໄຟ


ປ້ຳນ້ຳມັນແຫ່ງນຶ່ງໃນເມືອງອາເລັກແຊນເດຣຍ ລັດເວີຈີເນຍ ມີລົດຫຼາຍຄັນລຽນແຖວເພື່ອໃສ່ນ້ຳມັນ, ເມື່ອວັນພຸດ ທີ 12 ພຶດສະພາ 2021.

ໃນຂະນະທີ່ບໍລິສັດທໍ່ສົ່ງນ້ຳມັນເຊື້ອໄຟ Colonial Pipeline ໄດ້ໂຈະການສະ ໜອງນ້ຳມັນເຊື້ອໄຟໃຫ້ບັນດາປ້ຳນ້ຳມັນໃນລັດ ທີ່ຢູ່ຕາມຊາຍຝັ່ງທະເລຕາເວັນອອກ ຈາກພາກໃຕ້ຕະຫຼອດເຖິງພາກເໜືອ ຍ້ອນຖືກໂຈມຕີຕໍ່ລະບົບອິນເຕີເນັດເພື່ອຮຽກຄ່າໄຖ່ ຫຼື ransomware ນັບຕັ້ງແຕ່ວັນເສົາທີ 8 ພຶດສະພາເປັນຕົ້ນ ມາ ລັດເວີຈີເນຍ ຈຶ່ງໄດ້ປະກາດພາວະສຸກເສີນ. ປ້ຳນ້ຳມັນໃນຫລາຍໆແຫ່ງທົ່ວຂົງເຂດດັ່ງກ່າວ ບໍ່ມີນ້ຳມັນຂາຍ ແລະສ່ວນປ້ຳນ້ຳມັນທີ່ຍັງມີນ້ຳມັນເຫຼືອຢູ່ນັ້ນ ກໍມີລົດລຽນແຖວຍາວຢຽດ. ວີໂອເອພາກພາສາລາວໄດ້ສອບຖາມຊາວລາວອາເມ ຣິກັນໃນລັດ North Carolina ແລະ Virginia ກ່ຽວກັບ ສະພາບການຂາດ ແຄນນ້ຳມັນເຊື້ອໄຟໃນປັດຈຸບັນ. ຊຶ່ງທ່ານຂາວພອນ ປະຊາຊົນໃນຄຸ້ມ ແຮມຕັນ ເມືອງນິວພອດນິວ໌ ຂອງລັດເວີຈີເນຍ ກ່າວວ່າ

ແລະທ່ານ ແອັ່ງ ທີ່ອາໄສຢູ່ເມືອງຊາຣລັອດ ລັດຄາໂຣໄລນາເໜືອ ກ່າວເຖິງສະຖານະການຢູ່ໃນພື້ນທີ່ຂອງທ່ານວ່າ:

ດັ່ງທີີ່ວີໂອເອລາວ ໄດ້ລາຍງານໄປວ່າ ທ່າມກາງທີ່ມີການຂາດແຄນ ຢູ່ໃນບາງຂົງເຂດ ລັດຖະບານສະຫະລັດກຳລັງຊອກຫາທາງເພື່ອໃຫ້ການຄໍ້າປະກັນ ຕໍ່ບັນດາຄົນເດີນທາງ ທີ່ຈະເຮັດໃຫ້ ນໍ້າມັນມີຂາຍຄືນອີກຢ່າງເຕັມສ່ວນ ພາຍໃນບໍ່ເທົ່າໃດມືຶ້ຕໍ່ໜ້ານີ້.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG