ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໗ ມີນາ ໒໐໒໕

ເຫດແກັສລະເບີດສູນອາຫານ ໃນໄຕ້ຫວັນ ມີຜູ້ເສຍຊີວິດ 4 ຄົນ ແລະ ບາດເຈັບ 8 ຄົນ


 ເສດຊາກຫັກພັງ ( ຝາກໍ່ດິນຈີ່ ) ຕົກລົງມາຈາກຊັ້ນ 12 ເຫດແກັສລະເບີດ ທີ່ຫ້າງຊັບພະສີນຄ້າ Shin Kong Mitsukoshi ໃນເມືອງ ໄຖຈົງ ເມື່ອວັນທີ 13 ກຸມພາ 2025
ເສດຊາກຫັກພັງ ( ຝາກໍ່ດິນຈີ່ ) ຕົກລົງມາຈາກຊັ້ນ 12 ເຫດແກັສລະເບີດ ທີ່ຫ້າງຊັບພະສີນຄ້າ Shin Kong Mitsukoshi ໃນເມືອງ ໄຖຈົງ ເມື່ອວັນທີ 13 ກຸມພາ 2025

ເກີດເຫດການແກັສລະເບີດທີ່ຫ້າງຊັບພະສີນຄ້າໃນໄຕ້ຫວັນໃນວັນພະຫັດມື້ນີ້ສົ່ງຜົນໃຫ້ມີຜູ້ເສຍຊີວິດ 4 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບສົ່ງໄປຍັງໂຮງໝໍປີ່ນປົວ 8 ຄົນອີງຕາມການລາຍງານຂອງອົງການເອພີທີ່ອ້າງອີງຄໍາກ່າວຂອງເຈົ້າໜ້າທີ່ດັບເພີງ.

ເຫດການລະເບີດເກີດຂຶ້ນທີ່ສູນອາຫານຊັ້ນທີ 12 ຂອງຫ້າງຊັບພະສີນຄ້າ Shin Kong Mitsukoshi ໃນເມືອງໄຖຈົງຕາມການລາຍງານຂອງຫ້ອງການດັບເພີງໄຖຈົງ.

ໃນຈຳນວນຜູ້ເສຍຊີວິດມີສອງຄົນເປັນນັກທ່ອງທ່ຽວມາຈາກ ມາເກົ້າ. ຂະນະທີ່ອີກຄົນນຶ່ງໄດ້ຮັບບາດເຈັບສາຫັດ. ຫ້ອງການທ່ອງທ່ຽວມາເກົ້າຢັ້ງຢືນໃນວັນພະຫັດມື້ນີ້. ສື່ມວນຊົນທ້ອງຖີ່ນລາຍງານວ່າພວກເຂົາເປັນສ່ວນນຶ່ງຂອງຄອບຄົວ 7 ຄົນທີ່ໄດ້ເດີນທາງມາທ່ອງທ່ຽວ.

ເຈົ້າໜ້າທີ່ດັບເພີງຫຼາຍສິບຄົນຖືກສົ່ງໄປຍັງທີ່ເກີດເຫດເວລາປະມານ 11ໂມງ 30 ນາທີ. ບາງສ່ວນຂອງໂຄງສ້າງພາຍນອກອາຄານໄດ້ຮັບຄວາມເສັຍຫາຍແລະເສດຊາກຫັກພັງກະແຈກກະຈາຍຢູ່ຕາມຖະໜົນ.

ເຈົ້າຄອງນະຄອນໄຖຈົງ ທ່ານ ຫຼູ ຊິວຢຽນ ໃຫ້ສຳພາດຕໍ່ນັກຂ່າວທີ່ຈຸດເກີດເຫດວ່າ. ທ່ານນາງຮູ້ສຶກເຖິງແຮງສັ່ນສະເທືອນທີ່ຫ້ອງການຂອງທ່ານຊຶ່ງຢູ່ໄກ້ກັນ. ທ່ານນາງກ່າວວ່າຫ້ອງການດັບເພີງຈະໃຫ້ຄວາມສຳຄັນກັບການປະຕິບັດໜ້າທີ່ກູ້ໄພເປັນອັນດັບທຳອິດ. ຂະນະດຽວກັນການສືບສວນກໍ່ກຳລັງດຳເນີນການແລະເຈົ້າໜ້າທີ່ກຳລັງກວດສອບວ່າມີແຫຼ່ງອັນຕະລາຍອື່ນ ໆ ຫຼືບໍ່.

ປະທານາທິບໍດີໄຕ້ຫວັນ ທ່ານ ໄຫຼ ຊິງເຕີ ກ່າວວ່າ ທ່ານ ໄດ້ສັ່ງໃຫ້ໜ່ວຍງານ ຂອງລັດຖະບານທີ່ກ່ຽວຂ້ອງທັງໝົດກວດສອບສາເຫດຂອງອຸປັດຕິເຫດຄັ້ງນີ້.

ອ່ານຂ່າວເປັນພາສາອັງກິດ

A gas explosion at a department store in Taiwan on Thursday killed four people and left eight hospitalized, fire authorities said.

The blast occurred at the food court on the 12th floor of the Shin Kong Mitsukoshi department store in Taichung city, the Taichung Fire Bureau said.

Among the dead were two people visiting from Macau, while a third was severely injured, Macao's Tourism Office confirmed Thursday. Local media reported that they were part of a family of seven who were there for tourism.

Dozens of firefighters were deployed to the scene at about 11:30 a.m. Parts of the building's exterior were damaged and scattered fragments were strewn on the streets.

Taichung Mayor Lu Shiow-yen told reporters at the scene that she felt the shock at her office nearby. She said the fire bureau would focus on a rescue operation first, but an investigation was also underway and officers were checking whether there were other sources of danger.

Taiwan's President Lai Ching-te said he had asked all relevant government agencies to investigate the cause of the accident.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG