ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

Gareth Carter ຊາວອັງກິດຢູ່ສະວີເດັນ ທີ່ຫລົງຮັກ ປະເທດລາວ


Gareth Carter ຊາວອັງກິດຢູ່ສະວີເດັນ ທີ່ຫລົງຮັກ ປະເທດລາວ
Gareth Carter ຊາວອັງກິດຢູ່ສະວີເດັນ ທີ່ຫລົງຮັກ ປະເທດລາວ

ໃນສອງ​ອາທິດ​ທີ່​ແລ້ວ​ນີ້​ທາງລາຍ​ການຊີວິດ​ຊາວ​ລາວໃນ ຕ່າງແດນຂອງ VOA ​ໄດ້​ນຳການ​ສຳພາດກັບສອງ​ໜຸ່ມ ລອງ ວາງ​ແລ​ະ​ໄຊສະຫວາດ
ຊຶ່ງ​ເປັນຜູ້ນຳ​ພາ​ທີ​ມເຕະບານ​ຂອງ​ໂຮງຮຽນ​ສອນ​ພາສາ​ອັງກິດ ​ທີ່ແຂວງ​ຊຽງ​ຂວາງ
ປະ​ເທດລາ​ວ​ໄປ​ແລ້ວ ​ແລະຄໍ່າຄືນນີ້ ຜູ້​ອຸບປະຖຳ​ລາຍ​ໃຫຍ່ ​ທ່ານ Gareth Carter
ຊາວ​ອັງກິດ​ທີ​ອາ​ໄສຢູ່ສະ​ວີເດັນ ໄດ້​ມາ​ໂອ​ລົມ​ກັບ VOA ກ່ຽວ​ກັບ​ການ​ປະກອບສ່ວນ​
ຂອງ​ຜຸ້ກ່ຽວທີ່ເຮັດ​ໃຫ້ກຸ່ມ​ເຍົາວະ​ຊົນ​ເຕະບານຂອງ​ໂຮງຮຽນ English Development
School ​ແຂວງ​ຊຽງ​ຂວາງ​ຂອງ​ລາວໄດ້​ມີໂອກາດ​ເຂົ້າ​ແຂ່ງຂັນ​ໃນ​ງານມະຫະກຳ​ການ
ເຕະບານເຍົາວະ​ຊົນ (Gothia Cup) ​ທີ່​ໃຫ່ຽທີ່​ສຸດ​ຂອງ​ໂລກ ​ທີ່​ສະ​ວີ​ເດັນ

ເຊີນ​ທ່ານອ່ານ​ບົດ​ຄວາມບາງ​ສ່ວນ​ຂອງ​ການ​ສຳ​ພາດ​ໄດ້​ເລີຍແລ​ະກະລຸນາ​ຫາ​ທາງ​ຮັບ
ຟັງກາ​ນສຳພາດ​ທັງ​ໝົດ​ໄດ້​ດ້ວຍ​ການ​ກົດ​ຮູບ​ໂທ​ລະໂຄ່ງ​ໄດ້​ໃນ​ຂ້າງ​ເທິງ​ຂວາ​ມື​ນີ້:

ລາວເປັນປະເທດທີ່ຂ້ອຍມັກທີ່ສຸດປະເທດນຶ່ງໃນໂລກ. ໃນສິ່ງທີ່ເລັກໆນ້ອຍໆ
ທີ່ຂ້ອຍກະທຳມານີ້ມັນໄດ້ມີຜົນກະທົບທີ່ດີຕໍ່ຄົນຢູ່ໃນລາວລຫຼືແມ່ນແຕ່ຄົນລາວ
ໃນທົ່ວໂລກທີ່ຂຽນເຖິງຂ້ອຍນັ້ນ. ສຳລັບຂ້ອຍດລ້ວໃນການທີ່ໄດ້ເຮັດສິ່ງທີ່ດີ
ໃຫ້ລາວແລ້ວນັ້ນແມ່ນວ່າຖືເປັນກຽດຢ່າງສູງສຸດໃນຊີວິດ. ເຫດຜົນທີ່ຂ້ອຍ
ເວົ້າວ່າ ລາວເປັນປະເທດທີ່ຂ້ອຍມັກທີ່ສຸດປະເທດນຶ່ງໃນໂລກນັ້ນ ອາດຈະເປັນ
ເພາະວ່າ ຂ້ອຍມີຄວາມຮູ້ສຶກວ່າມັນປອດໄພ ສາມາດເວົ້າໄດ້ວ່າຂ້ອຍຮູ້ສຶກ
ປອດໄພທີ່ການເດີນຖະນົນໃນລາວກວ່າການເດີນຖະນົນໃນ ລອນດອນອີກຊ້ຳ.
ແນ່ນອນໃນຄື ຜູ້ຄົນອຸບປະນິໄສແລະນ້ຳໃສໃຈຈິງແລະບໍ່ແອບແຝງຂອງຜູ້ຄົນ
ແລະການທີ່ພວກເຂົາເຫຼົ່ານີ້ເຮັດໃຫ້ຂ້ອຍມີຄວາມຮູ້ສຶກເປັນກັນເອງແລະໃຫ້
ການຕ້ອນຮັບສັນພີ່ນ້ອງພວກເຂົາເຈົ້າສົນໃຈແລະເອົາໃຈໃສ່ຢາກຮູ້ຢາກເຫັນ
ວ່າຂ້ອຍເປັນໃຜ ມາຈາກໃສ ແລະນັ້ນລະຄືຈິດໃຈອັນອ່ອນນ້ອມຂອງຊາວລາວ
ທີ່ເກືອບວ່າທຸກຄົນແມ່ນມີພ້ອມ. ສະລຸບແລ້ວກໍຄືວ່າ ຂ້ອຍຮູ້ສຶກປອດໄພແລະ
ມີຄວາມຮູ້ສຶກມີໃຈແລະເບີກບານທີ່ໄດ້ສຳພັດຜູ້ຄົນພວກນີ້ ແລະນັ້ນລະຄືສິ່ງ
ທີ່ວິເສດຂອງປະເທດລາວຄືຜູ້ຄົນ.

Gareth Carter ຊາວອັງກິດຢູ່ສະວີເດັນ ທີ່ຫລົງຮັກ ປະເທດລາວ
Gareth Carter ຊາວອັງກິດຢູ່ສະວີເດັນ ທີ່ຫລົງຮັກ ປະເທດລາວ
ຄວາມຫວັງ​ອັນ​ແຮງ​ກ້າ​ທີ່
Gareth ມີ​ຕໍ່​ປະ​ເທດ​ລາວ​ແມ່ນ​
ວ່​າ ຢາກຈະດຳ​ເນີນ​ເຮັດ​ສາລະ​
ຄະດີກ່ຽວ​ກັບປະ​ເທດ​ລາວທີ່ພໍ​ຜູ້​ ຄົນໄດ້​ເບິ່ງ​ສາລະ​ຄະດີເລື່ອງ​ນີ້ ​ຈົບ​ແລ້ວ ຜູ້​ຄົນ​ກໍ​ຈະຮູ້ວ່າປະ ​ເທດລາວ​ຢູ່​ໃສ​ ແລະເປັນ​ປະ ​ເທດ​ທີ່​ຮັ່ງມີອຸ​ດົມສົມບູນ ແລະ​ ມີ​ວັດທະນະທໍາ​ທີ່​ສູງ​ສົ່ງ ຊຶ່ງລາ​ວ ກ່າວ​ຊີ້​ແຈງ​ແລະ​ສະ​ຫລຸ​ບວ່າ:

ເວລາທີ່ຂ້ອຍບອກພວກໝູ່ເພື່ອນແລະຄົນທີ່ຂ້ອຍພົບເຫັນວ່າຂ້ອຍເຮັດໂຄງການ
ຢູ່ທີ່ລາວແລະພວກເຂົາເຈົ້າກໍຈະຖາມສະເໝີວ່າ ລາວຢູ່ໃສ ແລະການທີ່ຂ້ອຍ ເຮັດສາລະຄະດີກຽ່ວກັບທີມນັກກິລານີ້ ຈະບໍ່ແມ່ນພຽງແຕ່ການເຕະ
ບານເທົ່າ ນັ້ນມັນຈະເປັນເນັ້ນເຖິງພູມລຳເນົາຫ້ວຍຮ່ອມພູຜາ ທຳມະຊາດຂອງລາວ ແລະການເດີນທາງພະເນຈອນຂອງກຸ່ມນັກກິລາເຍົາວະຊົນພວກນີ້ ຈາກລາວ
ເຖິງສະ​ວີ​ເດັນ ຊຶ່ງ​ມັນຟ້ອງ​ໃນ​ມູູມກ້ອງ. ​ຂ້ອຍ​ໄດ້​ແຕ່​ຫວັງ​ວ່າ ມັນຈະ​ເປັນ
ຮູບ​ເງົາ​ທີ່​ສວຍ​ງາມ​ທີ່​ສຸດ​ເລື່ອງ​ນຶ່ງ​ທີ່​ຖ່າຍ​ທຳກ່ຽວ​ກັບ​ລາວທີ່​ໄດ້​ສ້າງ​ຂຶ້ນ.
ແລະ​ມັນ​ຈະ​ນຳ​ມາ​ເຖິງ​ຄວາມ​ຈະ​ເຣີນຮຸ່ງ​ເຮືອງ​ໃນ​ຫຼາຍໆ​ດ້ານ​ ຊຶ່ງ​ຮວມ​ເຖິງ​
ການຂະຍາຍ​ໂຮງຮຽນ​ແລ​ະທີມກິລາ​ແລະໂຄງການ​ອື່ນໆ​ທີ່​ເປັນ​ຜົນ​ພອຍ​ໄດ້
ນຳອີກ ຄວາມ​ຮູ້ສຶກ​ສວ່ນຕົວ​ອັນ​ຕັ້ງ​ໃຈ​ເປັນ​ທີ່​ສຸດ​ກໍ​ຄື​ວ່າ ມື້​ນຶ່ງ​ຂ້າ​ໜ້ານັກ​ກິລາ
ຈາກ​ທີ​ມນີ້​ຜູ້​ໃດ​ຜູ້​ນຶ່ງ​ໄດ້ຖືກ​ເລືອກ​ເຂົ້າ​ບັນຈຸ​ເປັນ​ນັກ​ກຳລາ​ທີ​ມຊາດສຸດ​ທ້າຍ​ນີ້
ຂ້ອຍ​ຂໍ​ຂອບ​ໃຈກັບຜູ້​ຄົນ​ທີ່​ສວຍ​ງາມ​ໃນ​ລາວ​ຮວມທັງ​ປະ​ເທດ​ລາວ​ນຳ
ທີ່​ເຮັດ
ໃຫ້​ຂ້ອຍ​ໄດ້​ສຳ​ພັດ​ວິຖີ​ຊີວິດ​ແລະ​ປະສົບ​ການ​ອັນ​ລ້ຳຄ່າ​ໃນຊີວິດ. ຂ້ອຍ​ດີ​ໃຈ
ທີ່​ໄດ້​ມີ​ເພື່ອນ​ຄົນ​ລາວ​ໃນ​ປະ​ເທ​ດລາວ​ນີ້.

“ມັນຈະ​ເປັນ​ຮູບ​ເງົາ​ທີ່​ສວຍ​ງາມ​ທີ່​ສຸດ​ເລື່ອງ​ນຶ່ງ​ທີ່​ໄດ້ຖ່າຍ​ທຳຂຶ້ນກ່ຽວ​ກັບ​ປະເທດລາວ. ​
ສຸດ​ທ້າຍ​ນີ້ຂ້ອຍ​ຢາກຂໍ​ຂອບ​ໃຈນໍາປະຊາຊົນລາວ​ທີ່​ມີຈິດໃຈສວຍ​ງາມ​ຮວມທັງ​ປະ​ເທດ​
ລາວ​ນຳທີ່​ເຮັດ​ໃຫ້​ຂ້ອຍ​ໄດ້​ມີ​ປະສົບ​ການ​ອັນ​ດີທີ່ສຸດແລະລ້ຳຄ່າທີ່ສຸດໃນຊີວິດແລະ
ຂ້ອຍ​ດີ​ໃຈຫລາຍ​ທີ່​ໄດ້​ມີ​ເພື່ອນ​ຄົນ​ລາວຢູ່​ໃນ​ປະ​ເທ​ດລາວ​ນີ້.

ພວກ​ເຮົາ​ຂໍອວຍພອນ​ໃຫ້​ຄວາມ​ຫວັງ​ຂອງ Gareth ​ເປັນ​ຈິງ​ແລະ​ສາມາດ​ຊ່ອຍ​ເສີມ
ຂະ​ຫຍາຍ​ໂຄງການ​ຂອງ​ໂຮງຮຽນ​ພັດທະນາ​ພາສາ​ອັງກິດ​ຢ່າງຕໍ່​ເນື່ອງ ​ແລະ​ທາງ​
ລາຍການ​ຊີວິດ​ຊາວ​ລາວ​ໃນຕ່າງ​ແດນ​ຈະ​ນຳ​ເລື່ອງ​ລາວ​ທີ່​ໜ້າ​ສົນ​ໃຈ​ອື່ນໆ​ມາສະ​ເນີ​
ທ່ານ​ອີກກະລຸນາ​ຄອຍ​ຕິດຕາມ.

XS
SM
MD
LG