ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ແກ້ນ​ສ໌ ຍົກ​ເລີກ ການ​ເຈ​ລະ​ຈາ ແບ່ງ​ປັນ​ອຳ​ນາດ ກັບ​ທ່ານ ເນ​ຕັນ​ຢາ​ຮູ


ທ່ານ ເບັນ​ນີ ແກ້​ນ​ສ໌ ຜູ້​ນຳ​ຂອງ​ພັກ​ສີ​ຟ້າ ແລະ ສີ​ຂາວ, ກ່າວ​ຖະ​ແຫຼງ​ການ ຢູ່ກອງ​ປະ​ຊຸມ​ພັກ​ຂອງ​ທ່ານ​ໃນ​ນະ​ຄອນຫຼວງ ແທ​ລ ອາ​ວີ​ຟ, ອິ​ສ​ຣາ​ແອ​ລ. 26 ກັນ​ຍາ, 2019.
ທ່ານ ເບັນ​ນີ ແກ້​ນ​ສ໌ ຜູ້​ນຳ​ຂອງ​ພັກ​ສີ​ຟ້າ ແລະ ສີ​ຂາວ, ກ່າວ​ຖະ​ແຫຼງ​ການ ຢູ່ກອງ​ປະ​ຊຸມ​ພັກ​ຂອງ​ທ່ານ​ໃນ​ນະ​ຄອນຫຼວງ ແທ​ລ ອາ​ວີ​ຟ, ອິ​ສ​ຣາ​ແອ​ລ. 26 ກັນ​ຍາ, 2019.

ອະ​ດີດ​ຫົວ​ໜ້າ​ກອງ​ທັບ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ນີ ແກ້ນ​ສ໌ ໄດ້​ຍົກ​ເລີກ​ການ​ປະ​ຊຸມ​ກັບ​
ນາ​ຍົກ​ລັດ​ຖະ​ມົນ​ຕີ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ໃນ​ວັນ​ພຸດມື້ນີ້ ເປັນ​ຄວາມ​ລົ້ມ​ແຫຼວ​ອີກ​ຄັ້ງ
​ນຶ່ງ​ໃນະ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ກໍ່​ຕັ້ງ​ລັດ​ຖະ​ບານ​ຮ່ວມ​ກັນ.

ທ່ານ ແກ້ນ​ສ໌ ໄດ້​ກ່າວ​ວ່າ ເງື່ອນ​ໄຂ​ເບື້ອງ​ຕົ້ນ​ສຳ​ລັ​ບ​ການ​ເຈ​ລະ​ຈາ​ແມ່ນບໍ່ເໝາະ​ສົມ.
ແຕ່​ທ່ານ​ໄດ້​ກ່າວ​ວ່າ ການ​ປະ​ຊຸມ​ກັນ​ອາດ​ຖືກກ​ກຳ​ນົດ​ຄືນ​ໃໝ່​ໃນ​ທ້າຍ​ອາ​ທິດນີ້.

ພັກ​ລິ​ຄູດ ຂອງ​ທ່ານ ເນ​ຕັນ​ຢາ​ຮູ ໄດ້​ກ່າວ​ວ່າເຂົາ​ເຈົ້າ “ຕົກ​ໃຈ” ກັບ​ການ​ຕັດ​ສິນ​ໃຈ​ຂອງ
​ທ່ານ ແກ້ນ​ສ໌ ທີ່​ຈະ​ຍົກ​ເລີກ​ການ​ເຈ​ລະ​ຈາ, ແລະ ຮຽກ​ຮ້ອງ​ໃຫ້​ທ່ານ​ສະ​ແດງ​ຄວາມ​ຮັບ
​ຜິດ​ຊອບ ແລະ ຫຼີກ​ລ່ຽງ​ຄວາມ​ເປັນ​ໄປ​ໄດ້​ກ່ຽວ​ກັບ ການ​ເລືອກ​ຕັ້ງ​ອີກ​ຄັ້ງ​ນຶ່ງ.

ພັກ​ສີ​ຟ້າ ແລະ ສີ​ຂາວ ທີ່​ນິ​ຍົມ​ແນວ​ທາງ​ການ​ເມືອງ​ເປັນ​ກາງ​ຂອງ​ທ່ານ ແກ້ນ​ສ໌ ໄດ້​ຊ
ະ​ນະ 33 ບ່ອນ​ນັ່ງ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຂອງ​ເດືອນ​ທີ່​ຜ່ານ​ມາ, ໃນ​ຂະ​ນະ​
ທີ່​ພັກ​ລີ​ຄູດ ໄດ້​ຊ​ະ​ນະ 32 ບ່ອນ​ນັ່ງ.

ນີ້​ແມ່ນ​ການ​ເລືອກ​ຕັ້ງ​ຄັ້ງ​ທີ​ສອງ​ຂອງ​ປີນີ້ ທີ່ບໍ່​ມີ​ພັກ​ການ​ເມືອງ​ໃດ​ໄດ້​ຊະ​ນະ​ບ່ອນ​ນັ່ງ​ພຽງ
​ພໍ ເພື່ອ​ທີ່​ຈະ​ສ້າງ​ລັດ​ຖະ​ບານ​ປະ​ສົມ.

ປະ​ທາ​ນາ​ທິ​ບໍ​ດີ ອິ​ສ​ຣາ​ແອ​ລ ທ່ານ ຣູ​ເວັນ ຣິ​ວ​ລິນ (Reuven Rivlin) ໄດ້​ຂໍ​ໃຫ້​ທ່ານ ເນ
​ຕັນ​ຢາ​ຮູ ພະ​ຍາ​ຍາມ​ຕັ້ງ​ລັດ​ຖະ​ບານ​ປະ​ສົມ​ທີ່​ຈະ​ຂະ​ຫຍາຍ​ສະ​ຖິ​ຕິ​ ຂອງ​ທ່ານ ໃນ​ຖາ​
ນະ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທີ່​ດຳ​ລົງ​ຕຳ​ແໜ່ງ​ດົນ​ທີ່​ສຸດ​ຂອງ ອິ​ສ​ຣາ​ແອ​ລ.

ແຕ່​ທ່ານ ແກ້ນ​ສ໌ ໄດ້​ກ່າວ​ວ່າ ທ່ານ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ເປັນ​ສ່ວນ​ນຶ່ງ​ຂອງ​ລັດ​ຖະ​ບານ​ໃດ
ທີ່​ນຳ​ພາ​ໂດຍ​ທ່ານ ເນ​ຕັນ​ຢາ​ຮູ, ຜູ້​ທີ່​ກຳ​ລັງ​ປະ​ເຊີນ​ກັບ​ຂໍ້​ກ່າວ​ຫາ​ການ​ສໍ້​ລາດ​ບັງຫຼວງ.

ທະ​ນາຍ​ຄວາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈະ​ເຂົ້າ​ຮ່ວມ​ໃນ​ການ​ໃຫ້​ປາກ​ຄຳ​ລັບ ກັບ
​ໄອ​ຍະ​ກາ​ນ​ສູງ​ສຸດ ທ່ານ ອາ​ວິ​ໄຈ ແມນ​ແດ​ລ​ບ​ລິດ (Avichai Mandelblit) ໃນ​ວັນ​ພຸດ
ມື້ນີ້​ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ຫວັງ​ຢາກຫຼີກ​ລ່ຽງ​ການ​ຟ້ອງ​ຮ້ອງ​ຄະ​ດີ.

ຖ້າ​ທ່ານ ເນ​ຕັນ​ຢາ​ຮູ ບໍ່​ສາ​ມາດ​ທີ່​ຈະ​ຕັ້ງ​ລັດ​ຖະ​ບານ​ໃໝ່​ຂຶ້ນ​ມາ, ທ່ານ ຣິວ​ລິນ ເບິ່ງ​ຄື​ວ່າ
​ຈະ​ຂໍ​ໃຫ້​ທ່ານ ແກ້ນ​ສ໌ ພະ​ຍາ​ຍາມ ຫຼື ຂໍ​ໃຫ້​ສະ​ພາ​ແຫ່ງ​ຊາດ​ເລືອກ​ນາ​ຍົກ​ລັດ​ຖະ​ມົນ​ຕີ
​ຄົນ​ນຶ່ງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG