ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ ກຸ່ມອັນທະພານ ສາລະພາບວ່າ ເປັນຜູ້ສັງຫານ ນັກສຶກສາ ເມັກຊິໂກ ທີ່ຫາຍສາບສູນ


ພວກປະທ້ວງ ຖືທຸງຊາດເມັກຊິໂກ ແລະຮູບພວກນັກສຶກສາ ທີ່ຫາຍສາບສູນ ໃນລະຫວ່າງການປະທ້ວງ ສະໜັບສະໜຸນ ພວກນັກສຶກສາ 43 ຄົນ ທີ່ຫາຍສາບສູນໄປ ຢູ່ນອກກສະຖານ ທູດເມັກຊິໂກ ໃນນະຄອນຫຼວງໂບໂກຕ້າ ປະເທດໂຄລອມເບຍ (7 ພະຈິກ 2014)
ພວກປະທ້ວງ ຖືທຸງຊາດເມັກຊິໂກ ແລະຮູບພວກນັກສຶກສາ ທີ່ຫາຍສາບສູນ ໃນລະຫວ່າງການປະທ້ວງ ສະໜັບສະໜຸນ ພວກນັກສຶກສາ 43 ຄົນ ທີ່ຫາຍສາບສູນໄປ ຢູ່ນອກກສະຖານ ທູດເມັກຊິໂກ ໃນນະຄອນຫຼວງໂບໂກຕ້າ ປະເທດໂຄລອມເບຍ (7 ພະຈິກ 2014)

ລັດຖະບານເມັກຊິໂກ ກ່າວວ່າ ຜູ້ຕ້ອງສົງໄສ ເປັນສະມາຊິກ
ຂອງກຸ່ມອັນທະພານ Guerreros Unidos ຮັບສາລະພາບ
ວ່າ ໄດ້ສັງຫານ ພວກນັກສຶກສາ 43 ຄົນທີ່ຫາຍສາບສູນຫຼັງ
ຈາກຕຳຫຼວດມອບພວກນັກສຶກສາເຫຼົ່ານີ້ໃຫ້ແກ່ກຸ່ມຂອງຕົນ
ທີ່ລັດ Guerreros ໃນພາກໃຕ້ ຂອງປະເທດ ເມື່ອວັນທີ 26
ກັນຍາຜ່ານມາ.

ອະທິໄອຍະການ Jesus Murillo Karam ກ່າວວ່າ ຫລັກ
ຖານແມ່ນຊີ້ບອກວ່າ ພວກນັກສຶກສາເຫຼົ່ານີ້ໄດ້ຖືກຂ້າຕາຍ
ແລ້ວ ແລະສົບພວກເຂົາໄດ້ຖືກເຜົາໃກ້ໆບ່ອນຖິ້ມຂີ້ເຫຍື້ອ
ໃນເມືອງ Cocula ຊຶ່ງຕັ້ງຢູ່ບໍ່ໄກປານໃດຈາກເມືອງ Iguala.
ກະດູກຂອງພວກນັກສຶກສາ ໄດ້ຖືກຖິ້ມລົງໃສ່ແມ່ນ້ຳ.

ມີຫຼາຍສິບຄົນໄດ້ຖືກຈັບໃນຖານພົວພັນກັບການລັກພາໂຕພວກນັກສຶກສາໃນຄັ້ງນີ້ຮວມ ທັງສະມາຊິກ ຂອງກຸ່ມ Guerreros Unidos ຕຳຫລວດຂອງເມືອງ Iguala ແລະເມືອງ Cocula 36 ຄົນ ພ້ອມທັງທ່ານ Jose Luis Abarca ເຈົ້າເມືອງ Iguala ທີ່ຖືກປົດອອກ ຈາກຕຳແໜ່ງແລະພັນລະຍາຂອງທ່ານ.

ເຈົ້າໜ້າທີ່ເວົ້າວ່າເຈົ້າເມືອງ Abarca ໄດ້ສັ່ງໃຫ້ຕຳຫຼວດໄປຈັບພວກນັກສຶກສາຍ້ອນຢ້ານ
ວ່າ ພວກເຂົາຈະທຳລາຍແຜນການກ່າວຄຳປາໄສຂອງພັນລະຍາທ່ານ ທີ່ເປັນຫົວໜ້າອົງ ການປົກປ້ອງເດັກນ້ອຍໃນເຂດທ້ອງຖິ່ນນັ້ນ.

ທ່ານ Murillo Karam ເວົ້າວ່າ ໄດ້ມີການພົບເຫັນແຂ້ວຂອງພວກເຄາະຮ້າຍ ຢູ່ໃນບ່ອນ ເກີດເຫດ ທີ່ໄດ້ຖືກໄຟເຜົາຢ່າງຮ້າຍແຮງ ຈົນກາຍເປັນຝຸ່ນເວລາຖືກແຕະຕ້ອງ. ທ່ານເວົ້າ ວ່າເປັນການຍາກຫຼາຍທີ່ຈະພິສູດ DNA ໄດ້ເພື່ອໃຫ້ການຢືນຢັນກ່ຽວກັບພວກເຄາະຮ້າຍ ທີ່ຖືກເຜົາດົນເຖິງ 14 ຊົ່ວໂມງນັ້ນ.

MEXICO MISSING STUDENTS CNPK
please wait

No media source currently available

0:00 0:02:48 0:00

XS
SM
MD
LG