ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ນັກຮຽນ ແກມເບຍ ແລະ ອັຟການິສຖານ ຖືກປະຕິເສດ ການຂໍວີຊາ ເຂົ້າສະຫະລັດ


ສະມັກຊິກທີມຫຸ່ນຍົນ ອັຟການິສຖານ ທີ່ຖືກປະຕິເສດ ບໍ່ໃຫ້ເຂົ້າມາໃນ ສະຫະລັດ ເພື່ອຮ່ວມການແຂ່ງຂັນ, ກຳລັງເຮັດວຽກກັບຫຸ່ນຍົນຂອງພວກເຂົາເຈົ້າ ໃນແຂວງ Herat, ອັຟການິສຖານ. 4 ກໍລະກົດ, 2017.
ສະມັກຊິກທີມຫຸ່ນຍົນ ອັຟການິສຖານ ທີ່ຖືກປະຕິເສດ ບໍ່ໃຫ້ເຂົ້າມາໃນ ສະຫະລັດ ເພື່ອຮ່ວມການແຂ່ງຂັນ, ກຳລັງເຮັດວຽກກັບຫຸ່ນຍົນຂອງພວກເຂົາເຈົ້າ ໃນແຂວງ Herat, ອັຟການິສຖານ. 4 ກໍລະກົດ, 2017.

ນັກຮຽນໄວໜຸ່ມຂອງປະເທດ ແກມເບຍ ກຸ່ມໜຶ່ງມີຄວາມຜິດຫວັງ ແລະ ປະຫຼາດໃຈທີ່
ຖືກປະຕິເສດ ໃນການຂໍ ວີຊາ ເພື່ອເຂົ້າຮ່ວມໃນການແຂ່ງຂັນຫຸ່ນຍົນທົ່ວໂລກທີ່ສຳຄັນ
ໃນນະຄອນຫຼວງ ວໍຊິງຕັນ ໃນທ້າຍເດືອນນີ້.

ເຫດການນີ້ໄດ້ເກີດຂຶ້ນພຽງບໍ່ເທົ່າໃດມື້ ຫຼັງຈາກກຸ່ມເດັກຍິງ ອັຟການິສຖານ ໄດ້ຖືກປະ
ຕິເສດໂດຍສະຖານທູດ ສະຫະລັດ ໃນນະຄອນຫຼວງ ກາບູລ ເຊັ່ນກັນ. ຍ້ອນເຫດຜົນ
ຫຍັງນັ້ນທັງສອງທີມແມ່ນບໍ່ໄດ້ຖືກແຈ້ງໃຫ້ຮູ້.

ນາງ Fatoumata Ceesay ນັກຮຽນ ແກມເບຍ ໄດ້ກ່າວວ່າ “ເປັນ​ທີ່​ໜ້າເສຍໃຈຫຼາຍທີ່
ໄດ້ຮູ້ວ່າ ພວກເຮົາເປັນພຽງສອງປະເທດ ທີ່ຈະບໍ່ໄດ້ເຂົ້າຮ່ວມໃນການແຂ່ງຂັນ.”

ທັງສອງກຸ່ມ ຈະເຂົ້າຮ່ວມການແຂ່ງຂັນຜ່ານທາງ Skype ​ແທນ. ແຕ່ການເຊື່ອມຕໍ່ທາງ
ວິດີໂອແມ່ນທົດແທນກັນບໍ່ໄດ້ ຫຼັງຈາກພວກຊາວໜຸ່ມ ໄດ້ເຮັດວຽກມາເປັນເວລາຫຼາຍ
ເດືອນ ເພື່ອເຮັດໃຫ້ໂຄງການຂອງພວກເຂົາເຈົ້າມີຄວາມສົມບູນ ແລະ ໄດ້ໄຝ່ຝັນເຖິງ
ຄວາມຕື່ນເຕັ້ນ ໃນການຢ້ຽມຢາມນະຄອນຫຼວງ ວໍຊິງຕັນ.

ນາງ Ceesay ໄດ້ກ່າວວ່າ “ມັນຈະເປັນປະສົບການທີ່ຈະໄດ້ເຫັນແລະ ໄດ້ຄົ້ນພົບຫຸ່ນ
ຍົນອື່ນໆ ແລະ ຖາມຄຳຖາມ ແລະ ແລກປ່ຽນຄວາມຄິດເຫັນກັບຄົນຜູ້ອື່ນ. ມີຫຼາຍກວ່າ
160 ປະເທດເຂົ້າຮ່ວມ ດັ່ງນັ້ນພວກເຮົາຈະມີໂອກາດ ທີ່ຈະໄດ້ໂອ້ລົມກັນ.”

ນັກຮຽນ ແກມເບຍ ແລະ ອັຟການິສຖານ ມີຄວາມແປກໃຈເປັນພິເສດ ຍ້ອນວ່າກຸ່ມຈາກ
ປະເທດ ອີຣ່ານ, ຊູດານ ແລະ ກຸ່ມໜຶ່ງຂອງອົບພະຍົບ ຊີເຣຍ ແມ່ນໄດ້ຮັບວີຊາ. ທັງສາມ
ປະເທດເຊິ່ງມີພົນລະເມືອງສ່ວນໃຫຍ່ ເປັນຊາວມຸສລິມ ແມ່ນຢູ່ໃນລາຍຊື່ຫ້າມເດີນທາງ
ຂອງປະທານາທິບໍດີ ດໍໂນລ ທຣຳ. ແຕ່ ອັຟການິສຖານ ແລະ ແກມເບຍ ແມ່ນບໍ່ໄດ້ມີຊື່ຢູ່
​ໃນ​ບັນຊີ​ດັ່ງກ່າວ

ນາງ Lida Azizi ອາຍຸ 17 ປີຈາກເມືອງ Herat ໄດ້ເອີ້ນການປະຕິເສດຕໍ່​ການ​ຂໍວີຊາດັ່ງ
ກ່າວວ່າ ເປັນ “ການດູຖືກທີ່ຈະແຈ້ງ ຕໍ່ປະຊາຊົນ ອັຟການິສຖານ.”

ສະຖານທູດ ສະຫະລັດ ໃນ ອັຟການິສຖານ ແລະ ແກມເບຍ ແລະ ກະຊວງການຕ່າງປະ
ເທດໄດ້ກ່າວວ່າ ພວກເຂົາເຈົ້າບໍ່ສາມາດເວົ້າເຖິງເລື່ອງການຂໍວີຊາໄດ້.

ກຸ່ມທີ່ມີຊື່ວ່າ FIRST Global Challenge ຈະຈັດການແຂ່ງຂັນຫຸ່ນຍົນທຸກໆປີເພື່ອສ້າງ
ຄວາມສົນໃຈໃນດ້ານວິທະຍາສາດ, ເທັກໂນໂລຈີ, ວິສະວະກຳ ແລະ ຄະນິດສາດໃນ
ທົ່ວໂລກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Youth Robotics Contest Promotes Innovation for Africa Economic Growth
please wait

No media source currently available

0:00 0:02:06 0:00

XS
SM
MD
LG