ປະທານາທິບໍດີແກມເບຍ ທ່ານ Yahya Jammeh ໄດ້ປະຕິເສດບໍ່ຍອມຮັບເອົາຜົນການ ເລືອກຕັ້ງໃນເດືອນແລ້ວນີ້ ຫລັງຈາກທີ່ໄດ້ຍອມຮັບໃນການເສຍໄຊ ແລະປະກາດວ່າທ່ານຈະລົງຈາກອຳນາດ.
ປະທານາທິບໍດີ Jammeh ທີ່ໄດ້ປົກຄອງແກມເບຍມາເປັນເວລາ 22 ປີ ຖະແຫຼງທາງໂທ ລະພາບໃນຄືນວັນສຸກວານນີ້ວ່າ ທ່ານຢາກໃຫ້ມີການເລືອກຕັ້ງໃໝ່.
ການປະກາດດັ່ງກ່າວ ໄດ້ເຮັດໃຫ້ອະນາຄົດທາງການເມືອງຂອງປະເທດ ທີ່ຕັ້ງຢູ່ໃນເຂດອາຟຣິກາຕາເວັນຕົກແຫ່ງນີ້ ເກີດເປັນຄຳຖາມຂຶ້ນມາແລະເປັນການປ່ຽນແປງຢ່າງໃຫຍ່ຫລວງ ຈາກສັບປະດາແລ້ວ ເວລາທ່ານ Jammeh ໄດ້ໂທລະສັບໄປຫາຜູ້ນຳຝ່າຍຄ້ານ ທ່ານ Adama Barrow ເພື່ອຮັບເອົາການເສຍໄຊຫລັງຈາກປະທານາທິບໍດີໄດ້ພ່າຍແພ້ຢ່າງບໍ່ຄາດຝັນໃນການເລືອກຕັ້ງ.
ໂທລະພາບຂອງທາງການແກມເບຍໄດ້ອອກອາກາດການໂທລະສັບໃນສັບປະດາແລ້ວ ທີ່ປະທານາທິບໍດີ Jammeh ກ່າວຕໍ່ທ່ານ Barrow ວ່າ ທ່ານຕ້ອງການຢາກຈະມອບອຳ ນາດແບບລາບລື່ນແລະປະກາດວ່າ ຈະບໍ່ທ້າທາຍຜົນການເລືອກຕັ້ງເມື່ອວັນທີ 1 ທັນວາຜ່ານມານີ້.
ທ່ານ Jammeh ໄດ້ສະແດງຄວາມຍິນດີ ຕໍ່ທ່ານ Barrow ທີ່ໄດ້ຮັບໄຊຊະນະ ຢ່າງຈະແຈ້ງແລະຊົມເຊີຍການເລືອກຕັ້ງວ່າດຳເນີນໄປດ້ວຍ “ຄວາມໂປ່ງໃສ” ແລະ “ບໍ່ມີການ ສໍ້ໂກງຄະແນນ.” ນອກນັ້ນ ທ່ານຍັງກ່າວວ່າ “ພະອາລລ່າໄດ້ບອກຂ້າພະເຈົ້າວ່າ ເວລາຂອງຂ້າພະເຈົ້າແມ່ນມາເຖິງແລ້ວ.” ແລະກ່າວຕື່ມວ່າ ທ່ານຈະຍ້າຍໄປຢູ່ຟາມຂອງທ່ານລຸນຫຼັງທີ່ອອກຈາກຕຳແໜ່ງໃນເດືອນມັງກອນນີ້.
ຄະນະກຳມາທິການເລືອກຕັ້ງອິດສະຫຼະຂອງແກມເບຍ ກ່າວໃນວັນສຸກວານນີ້ວ່າ ທ່ານ Barrow ໄດ້ຮັບຄະແນນ 263,000 ສຽງ ຫລືປະມານ 45 ເປີເຊັນ ຂອງຄະແນນສຽງທັງໝົດ ໃນຂະນະທີ່ທ່ານ Jammeh ໄດ້ຮັບ 212,000 ສຽງ ປະມານ 36 ເປີເຊັນ ຂອງຄະແນນສຽງທັງໝົດ ແລະຜູ້ສະໝັກຄົນທີ 3 ທ່ານ Mama Kandeh ໄດ້ຮັບ 17 ເປີເຊັນ.
ຫລັງຈາກມີການປະກາດຄະແນນສຽງແລ້ວ ປະຊາຊົນໄດ້ພາກັນຟ້ອນລຳຢູ່ຕາມຖະໜົນຫົນທາງໃນນະຄອນຫຼວງ Banjul ເພື່ອສະເຫຼີມສະຫຼອງໄຊຊະນະຂອງ ທ່ານ Barrow.