ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງທະຫານ ຢູ່ໃນຂົງເຂດ ເຂົ້າໄປຮອດ ນະຄອນຫຼວງ ຂອງແກມເບຍ ກ່ອນທີ່ ປະທານາທິບໍດີ ຄົນໃໝ່ ຈະຫວນຄືນ

Indigenous Anangu children play with a camera during a ceremony marking the permanent ban on climbing Uluru, also known as Ayers Rock, at Uluru-Kata Tjuta National Park in Australia's Northern Territory.

ກອງກຳລັງທະຫານ ຈາກທົ່ວຂົງເຂດ ໄດ້ເຄື່ອນຍ້າຍເຂົ້າໄປໃນນະຄອນຫຼວງ Banjul ຂອງແກມເບຍ ບ່ອນທີ່ພວກເຂົາເຈົ້າໄດ້ຖືກຕ້ອນຮັບ ໂດຍຜູ້ຄົນທີ່ອອກມາສະແດງ ຄວາມຍິນດີ ຫຼັງຈາກຫຼາຍຊົ່ວໂມງ ທີ່ ທ່ານ Yahya Jammeh ຜູ້ນຳປະເທດ ທີ່ໄດ້ ປະລາໄຊ ຫລົບໜີໄປຂໍລີ້ໄພຢູ່ຕ່າງປະເທດ.

ຄາດກັນວ່າ ກອງກຳລັງໃນຂົງເຂດດັ່ງກ່າວ ຈະແຜ້ວທາງສຳລັບການກັບຄືນສູ່ປະເທດ ຂອງປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ທ່ານ Adama Barrow ຜູ້ທີ່ກ່ອນໜ້ານີ້ ໄດ້ໄປເພິ່ງພາ ປະເທດໃກ້ຄຽງ ເຊເນການ ໃນເວລາທ່ານ Jammeh ໄດ້ປະຕິເສດ ທີ່ຈະອອກຈາກຕຳແໜ່ງ. ທ່ານ Barrow ໄດ້ສາບານໂຕ ໃນພິທີເຂົ້າຮັບຕຳແໜ່ງ ຢູ່ທີ່ນະຄອນຫຼວງ Dakar ຂອງປະເທດເຊເນການ ໃນວັນພະຫັດຜ່ານມາ.

ໃນພາບຈາກວີດີໂອ ນີ້ ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ຂອງ ແກມເບຍ ທ່ານ Adama Barrow ໂອ້ລົມໃນລະຫວ່າງການໃຫ້ສຳພາດ ກັບ ອົງການຂ່າວ Associated Press ໃນນະຄອນຫຼວງ Dakar ຂອງ Senegal, ວັນທີ 21 ມັງກອນ 2017, ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກທີ່ ທ່ານ Yahya Jammeh ໄດ້ຕົກລົງທີ່ຈະລົງຈາກຕຳແໜ່ງ.

ບໍ່ໄດ້ມີການປະກາດໄລຍະເວລາ ຂອງການກັບຄືນມາຂອງທ່ານ Barrow ເທື່ອໃນ ຕອນແລງວັນອາທິດວານນີ້ ແຕ່ໂຄສົກທ່ານນຶ່ງ ໄດ້ບອກບັນດານັກຂ່າວວ່າ ມັນຈະ “ໄວທີ່ສຸດເທົ່າທີ່ຈະໄວໄດ້.” ທ່ານ Marcel Alain de Souza ໄດ້ກ່າວວ່າ ພາກ
ສ່ວນນຶ່ງຂອງກຳລັງຮັກສາຄວາມປອດໄພ ຂອງແກມເບຍ ຕ້ອງບໍ່ໃຫ້ມີການເຄື່ອນ
ໄຫວ ກ່ອນທີ່ທ່ານ Barrow ຈະກັບຄືນມາໄດ້.

ໂຄສົກທ່ານທີສອງໄດ້ບອກບັນດານັກຂ່າວ ໃນນະຄອນຫຼວງ Banjul ວ່າ ເມືອງຫຼວງ ຈະຖືກກວດກາ ໃນວັນຈັນມື້ນີ້ ເພື່ອເບິ່ງວ່າ ເລື່ອງຄວາມປອດໄພແມ່ນດີພໍ ສຳລັບ ການກັບຄືນສູ່ປະເທດ ທີ່ມີປະຊາກອນ 1 ລ້ານ 5 ແສນຄົນ ຂອງທ່ານ Barrow ນັ້ນ ຈະມີຄວາມປອດໄພ ຫຼືບໍ່.

ກະຊວງການຕ່າງປະເທດ ສະຫະລັດ ໄດ້ສະແດງຄວາມຍິນດີນຳ “ການໂອນອຳນາດ ຢ່າງສັນຕິໃນແກມເບຍ ທີ່ມີຢູ່ຢ່າງຕໍ່ເນື່ອງ” ແລະ ໄດ້ຊົມເຊີຍທ່ານ Barrow ໃນ ການສາບານໂຕເຂົ້າຮັບຕຳແໜ່ງ. ທ່ານ Mark Toner ຮັກສາການແທນໂຄສົກ ຍັງໄດ້ຍົກຍ້ອງຍໍ “ຄວາມອົດກັ້ນທີ່ໄດ້ສະແດງອອກ ໂດຍພົນລະເມືອງຂອງແກມເບຍ ຕະຫຼອດສອງສາມສັບປະດາທີ່ຜ່ານມານີ້” ໃນຂະນະທີ່ ທ່ານ Jammeh ດິ້ນຮົນເພື່ອ ຈະຮັກສາອຳນາດໄວ້ ໃນກຳມື ໂດຍບໍ່ປະສົບຄວາມສຳເລັດນັ້ນ.

Gambia
please wait
Embed

No media source currently available

0:00 0:02:28 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG