ເບິ່ງວີດີໂອ ລາຍງານພາສາອັງກິດ:
ຟັງລາຍງານພາສາລາວ:
ມວມມາ ກາດດາຟີ ເປັນນາຍທະຫານກອງທັບບົກ ທີ່ມີອາຍຸແຕ່ພຽງ 27 ປີເວລາຜູ້ກ່ຽວ
ຂຶ້ນກໍາອໍານາດໃນປີ 1969 ຫລັງຈາກກໍ່ລັດຖະປະຫານ ໂຄ່ນລົ້ມກະສັດຂອງລີເບຍ.
ກາດດາຟີໄດ້ຮັບຄວາມນິຍົມຢ່າງໄວ ຈາກການທີ່ເປັນຄົນກ້າປາກກ້າເວົ້າ ແລະຕໍາໜິຕິຕຽນ
ພວກປະເທດຕາເວັນຕົກຢ່າງສູງ. ຫລັງຈາກຂຶ້ນເປັນຜູ້ນໍາແລ້ວ ຜູ້ກ່ຽວກໍເຊົາໃສ່ເຄື່ອງແບບ
ທະຫານ ແລະຫັນມາໃສ່ຊຸດພື້ນເມືອງ ສະແດງຄວາມພູມໃຈໃນເຊື້ອຊາດອາຫຣັບຂອງຕົນ
ແລະພະຍາຍາມຈະ ທ້ອມໂຮມໂລກອາຫລັບ. ພາຍຫລັງຕໍ່ມາ ການນຸ່ງຖືທີ່ແປກປະຫລາດ
ການກ່າວຄໍາປາໃສທີ່ຍືດຍາວວົກວົນ ແລະມີໜ່ວຍອາລັກຂາທີ່ລ້ວນແລ້ວແຕ່ເປັນແມ່ຍິງນັ້ນ
ເຮັດໃຫ້ກາດດາຟີກາຍເປັນຜູ້ນໍາທີ່ແປກປະຫລາດ ໃນເວທີການເມືອງໂລກ.
ທ່ານ ແຈໂຣລດ໌ ໂພສຕ໌ (Jerrold Post) ຜູ້ອໍານວຍການໂຄງການຈິດຕະວິທະຍາການ
ເມືອງ ແຫ່ງມະຫາວິທະຍາໄລ George Washington ກ່າວວ່າ:
“ຜູ້ຄົນມັກເພ່ງເລັ່ງໃສ່ແຕ່ຄວາມຜິດປົກກະຕິຫລືຄວາມແປກປະຫລາດຂອງ
ກາດດາຟີ ແຕ່ຖ້າບໍ່ນັບເລື້ອງນີ້ ໂດຍສ່ວນໃຫຍ່ແລ້ວ ກາດດາຟີແມ່ນຂ້ອນ
ຂ້າງມີປະສິດທິຜົນ ໂດຍສະເພາະໃນເວທີການເມືອງນານາຊາດ ແລະມີ
ສະເໜ່ ແຕ່ແນ່ນອນວ່າ ຜູ້ກ່ຽວແມ່ນແປກປະຫລາດຈາກຄົນອື່ນໆ.”
ກາດດາຟີໄດ້ຈັດຕັ້ງລະບົບສັງຄົມ ການເມືອງ ແລະເສດຖະກິດໃໝ່ຂຶ້ນມາ ທີ່ເອີ້ນວ່າ
"Jamahiriya," ຊຶ່ງແປວ່າ ລັດຂອງມະຫາຊົນ ໃນພາສາອາຫຣັບ. ກາດດາຟີໄດ້ຮ່າງ
ຫລັກປັດຊະຍາການປົກຄອງຂອງຕົນລົງໃນປື້ມສີຂຽວ ຫລື Green Book ທີ່ມີຊື່
ສຽງນັ້ນ ໂດຍຮຽກຮ້ອງໃຫ້ຈັດຕັ້ງລີເບຍ ເປັນປະເທດນຶ່ງທີ່ປາດສະຈາກສະຖາບັນ
ໃດໆ ທີ່ປະຊາຊົນເປັນຜູ້ບໍລິຫານ ພາຍໃຕ້ການນໍາພາຂອງຕົນ. ແຕ່ທ່ານແດນຽນ
ເຊີເວີ (Daniel Serwer) ປະຈໍາສະຖາບັນຕາເວັນອອກກາງກ່າວວ່າ ໃນພາກໂຕ
ຈິງແລ້ວ ມັນບໍ່ເປັນເຊ່ນນັ້ນເລີຍ.
“ກາດດາຟີເອັງຫັ້ນຫລະທີ່ເປັນຜູ້ສິດສອນຊາວລີເບຍ ໃຫ້ພວກເຂົາເຈົ້າ
ຈັດຕັ້ງສະພາຂື້ນມາປົກຄອງຕົນເອງ ແຕ່ກາດດາຟີກໍບໍ່ໄດ້ປ່ອຍໃຫ້ປະຊາ
ຊົນ ປົກຄອງຕົນເອງຕາມທີ່ສອນ ແຕ່ກັບປົກຄອງປະເທດແຕ່ຜູ້ດຽວ.”
ທ່ານເຊີເວີກ່າວຕໍ່ໄປວ່າ ຄວາມລໍ້າລວຍຈາກນໍ້າມັນແລະແກສທໍາມະຊາດຂອງລີເບຍ
ຊ່ວຍໃຫ້ກາດດາຟີກາຍເປັນຜູ້ມີອິດທິພົນຢູ່ພາຍໃນປະເທດ ແລະຕ່າງປະເທດຫລາຍ
ທີ່ສຸດ. ຜູ້ກ່ຽວໄດ້ສະສົມຊຸກເຊື່ອງຄວາມຮັ່ງມີນັ້ນ ໄວ້ສໍາລັບຕົນເອງ ແລະພວກບໍລິ
ວານພັນທະມິດທີ່ໃກ້ຊິດທີ່ສຸດ. ທ່ານ ເຊີເວີ ເວົ້າວ່າ:
“ນອກນີ້ແລ້ວ ກາດດາຟີຍັງກາຍເປັນສັນຍະລັກແຫ່ງຄວາມເປັນນໍ້ານຶ່ງ
ໃຈດຽວກັນຂອງລີເບຍ ທີ່ ກ່ອນໜ້ານັ້ນ ເປັນຄືກັນກັບ ກ້ອນຫີນ ແຮ່ທີ່
ເອົາເຂົ້າ ມາຕໍ່ໃສ່ກັນໃຫ້ເປັນອັນດຽວ ຈາກຊີ້ນສ່ວນທີ່ແຕກຕ່າງກັນ.”
ຕໍ່ມາ ຄວາມສໍາພັນທີ່ມີກັບພວກກໍ່ການຮ້າຍ ໄດ້ເຮັດໃຫ້ພາບພົດໃນເວທີນາໆ
ຊາດຂອງກາດດາຟີຕ້ອງມົວໝອງລົງໄປ. ສະຫະລັດໄດ້ຖິ້ມໂທດໃສ່ກາດດາຟີວ່າ
ຢູ່ເບື້ອງຫລັງເຫດການລະເບີດສະຖານລື່ນເລີງກາງຄືນ ຫລື ໄນ້ຄລັບຂອງເຢຍ
ຣະມັນແຫ່ງນຶ່ງໃນປີ 1986 ທີ່ຍົງຜົນໃຫ້ທະຫານສະຫະລັດສອງຄົນເສຍຊີວິດ.
ຕົກມາໃນປີ 2003 ກາດດາຟີໄດ້ເອົາບາດກ້າວ ເພື່ອຫາທາງປອງດອງກັບຝ່າຍຕາເວັນຕົກ
ໂດຍໄດ້ຍອມຮັບວ່າ ຕົນເປັນຜູ້ຮັບຜິດຊອບຕໍ່ເຫດການວາງລະເບີດເຮືອບິນຂອງສາຍການ
ບິນ ແພນແອມ ຖ້ຽວບິນທີ 103 ທີ່ລະເບີດຂຶ້ນຢູ່ກາງເວຫາ ເໜືອເມືອງ Lockerbie
ປະເທດ Scotland ໃນປີ 1988 ຍັງຜົນໃຫ້ຜູ້ມີຜູ້ເສຍຊີວິດ 270 ຄົນນັ້ນ. ນອກນີ້ ກາດ
ດາຟີຍັງໄດ້ປະກາດປະລະອາວຸດ ຈໍາພວກທໍາລາຍລ້າງຜານຢ່າງຂະໜານໃຫຍ່ບາດດຽວ
ແລະການກໍ່ການຮ້າຍ ຊຶ່ງຕໍ່ມາ ສະຫະລັດກໍໄດ້ເຂົ້າໄປຍົກຍ້າຍສ່ວນປະກອບຕ່າງໆຂອງ
ໂຄງການນີວເຄລຍຂອງລີເບຍ ອອກຈາກປະເທດ ພ້ອມກັບຍົກເລີກມາດຕະການລົງໂທດ
ຕໍ່ລີເບຍ ແລະຟື້ນຟູຄວາມ ສໍາພັນທາງການທູດກັບລີເບຍຄືນໃໝ່.
ແຕ່ວ່າ ຢູ່ພາຍໃນລີເບຍເອງ ເມື່ອຕົ້ນປີນີ້ ປະຊາຊົນລີເບຍຫລາຍພັນຄົນໄດ້ພາກັນລຸກຮື
ຂຶ້ນຕໍ່ຕ້ານການປົກຄອງແບບຜະເດັດການຂອງກາດດາຟີ.
ພວກເຂົາເຈົ້າໄດ້ເຂົ້າຮ່ວມກັບອັນທີ່ເອີ້ນວ່າ ລະດູບານໃໝ່ຂອງໂລກອາຫຣັບ ຫລື Arab
Spring ແລະໄດ້ທວງໃຫ້ກາດດາຟີລາອອກ ຊຶ່ງກາດດາຟີໄດ້ໂຕ້ຕອບດ້ວຍການກວາດ
ລ້າງຢ່າງຮຸນແຮງ. ບໍ່ດົນຕໍ່ມາ ປະຊາຄົມໂລກສ່ວນໃຫຍ່ກໍໄດ້ຫັນໄປຕໍ່ຕ້ານກາດດາຟີ
ຈົນວ່າອົງການສະຫະປະຊາຊາດໄດ້ອອກມະຕິລົງໂທດລີເບຍ ແລະກຸ່ມເນໂຕ້ເລີ່ມທໍາ
ການໂຈມຕີທາງອາກາດ.
ແຕ່ກາດດາຟີ ກໍຍັງບໍ່ຍອມຈໍານົນຫລືພ່າຍໜີ ແລະປະກາດວ່າ:
“ມີການຄົບຄິດກັນວາງແຜນ ເພື່ອຈະຄວບຄຸມນໍ້າມັນຂອງລີເບຍ ຄວບຄຸມ
ດິນດອນຂອງລີເບຍ ແລະຍຶດເອົາລີເບຍ ເປັນຫົວເມືອງຂຶ້ນຄືນອີກ ຊຶ່ງມັນ
ເປັນໄປບໍ່ໄດ້ ເປັນໄປບໍ່ໄດ້ ແລະພວກເຮົາຈະຕໍ່ສູ້ ຈົນກວ່າ ຈະເຫລືອແຕ່
ພຽງຊາຍ ແລະຍິງຄົນສຸດທ້າຍ ເພື່ອປ້ອງກັນລີເບຍນັ້ນ.”
ທ່ານແຈໂຣລດ໌ ໂພສຕ໌ ກ່າວວ່າ ທຸກສິ່ງທຸກຢ່າງ ຍາມໃດກໍແມ່ນກ່ຽວກັບກາດດາຟີໝົດ.
“ຜູ້ກ່ຽວມີພາບພົດພາຍໃນຂອງຕົນເອງ. ບາງທີ ເວົ້າໃນອີກວິທີນຶ່ງ ກໍແມ່ນ
ວ່າ ພວກຜູ້ເບິ່ງຜູ້ຟັງທັງຫລາຍ ແມ່ນກະຈົກແຍງທີ່ຫ້ອຍໄວ້ເທິງຝາເຮືອນ
ຂອງຜູ້ກ່ຽວ. ແລະກາດດາຟີກໍຈະເວົ້າ ຕໍ່ກະຈົກວ່າ ກະຈົກ ກະຈົກ ເທິງຝາ
ແມ່ນໃຜເປັນຜູ້ນໍາ ທົ່ວອາຟຣິກາ ຜູ້ນໍາມຸສລິມ ຜູ້ນໍາໂລກທີສາມ ທີ່ຍິ່ງໃຫຍ່
ກ່ວາໝູ່ໝົດ? ແລ້ວກາດດາຟີ ກໍຈະຊອກຫາທາງສ້າງຄວາມໝັ້ນໃຈໃຫ້ຕົນ
ເອງ ວ່າຄໍາຕອບທີ່ຈະຍ້ອນຄືນມານັ້ນ ກໍແມ່ນວ່າ ກໍຄືເຈົ້າຫັ້ນຫລະ ມວມມາ.”
ທ່ານແດນຽນ ເຊີເວີ ກໍມີທັດສະນະທໍານອງດຽວກັນ. ທ່ານ ເຊີເວີ ເວົ້າວ່າ:
“ມໍລະດົກຂອງກາດດາຟີ ແມ່ນຈະເປັນມໍລະດົກຂອງລະບອບຜະເດັດການ
ຜູ້ດຽວ ຂອງການຕ້ານຢັນ ຂັດຂືນປະຊາທິປະໄຕ. ແລະສໍາລັບຫລາຍໆ
ຄົນແລ້ວ ອາດຈະເວົ້າວ່າ ເປັນມໍລະດົກຂອງຄວາມໂງ່ຈ້າແທ້ໆ ແລະ
ຄວາມໂງ່ຈ້າ ແບບປະສາດຫລອນ ຫລອກລວງໂຕເອງ.”
ມວມມາ ກາດດາຟີ ນາຍທະຫານສັນຍາບັດໜຸ່ມ ທີ່ກໍາເນີດມາຈາກພໍ່ແມ່ ທີ່ເປັນຄົນ
ລ້ຽງສັດພະເນຈອນເລ່ລ່ອນ ຜູ້ທີ່ຄຸຍອວດຕົວເອງວ່າ ເປັນຜູ້ທ້ອນໂຮມນັ້ນ ໃນບັ້ນສຸດ
ທ້າຍແລ້ວ ແມ່ນໄດ້ທ້ອນໂຮມຊາວລີເບຍ ຈໍານວນຫລວງຫລາຍ ໃຫ້ລຸກຂຶ້ນມາຕໍ່ຕ້ານ
ເຂົາເອງ.