ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Gadhafi ສົ່ງຂໍ້ຄວາມ ໄປອອກອາກາດ ທີ່ຊີເຣຍອີກ (ເບິ່ງວີດີໂອ)


ພວກບັກລົບໄດ້ຍືດເອົາລົດຖັງຂອງ Gadhafi ໃນເມືອງ Sabha
ພວກບັກລົບໄດ້ຍືດເອົາລົດຖັງຂອງ Gadhafi ໃນເມືອງ Sabha

ໄດ້​ມີ​ສຽງ​ບັນທຶກອັນ​ໃໝ່​ຈາກ​ອະດີດ​ຂອງ​ຜູ້​ນໍາ​ລີເບຍ Moammar Gadhafi ທີ່​ກ່າວ
​ວ່າ ເຫດການ​ທີ່​ເກີດ​ຂຶ້ນ​ໃນ​ລິ​ເບຍນັ້ນ ​ແມ່ນ​ການທວາຍ​ທີ່​ມີ​ຄໍາ​ຕອບໄວ້​ແລ້ວ ແລະໄດ້
​ຮັບການ​ຊ່ອຍ​ເຫຼືອ ​ໂດຍການໂຈມຕີທາງອາກາດ​ຂອງ​ອົງການ​ເນໂຕ​ ທີ່​ຈະ​ບໍ່​ຍືນ​ຍົງ
​ຕະຫຼອດ​ໄປ.

ຂໍ້ຄວາມ​ດັ່ງກ່າວ​ນັ້ນ​ແມ່ນ​ໄດ້ອອກ​ອາກາດ ໂດຍໂທລະພາບ Al-Rai ຂອງຊີ​ເຣຍ.
ທາງ​ສະຖາ​ນີ​ໄດ້​ຖ່າຍ​ທອດຫຼາຍໆ​ຂໍ້ຄວາມຂອງ​ທ່ານ Gadhafi ຜູ້​ທີ່​ຫລົບ​ລີ້ຢູ່​ນັ້ນ
ຫຼັງ​ຈາກ​ທີ່​ທາງ​ກອງ​ກໍາລັງ​ຂອງລັດຖະບານຊົ່ວຄາວໄດ້​ຍຶດ​ເອົາ​ນະຄອນຫຼວງ Tripoli
ໃນ​ເດືອນ​ແລ້ວ​ນີ້.

ໃນ​ຂະນະ​ນີ້ ​ທາງ​ອໍານາດ​ປົກຄອງ​ຊົ່ວຄາວຂອງ​ລີ​ເບຍ ກໍ​ໄດ້​ກ່າວ​ວ່າກອງ​ກໍາລັງ​ຂອງ​
ຕົນໄດ້​ຍຶດ​ເອົາ​ສະໜາມ​ບິນ ​ແລະ​ຫຼາຍໆ​ເຂ​ດ​ໃນເມືອງທະ​ເລຊາ​ຍ Sabha ​ໃນພາກໃຕ້
ຂອງລີເບຍ ​ຊຶ່ງເປັນ​ນຶ່ງໃນທີ່​ໝັ້ນເຂ​ດສຸດ​ທ້າຍ​ ຂອງ Gadhafi.

ໂຄສົກ​ຝ່າຍ​ທະຫານຂອງອໍານາດ​ປົກຄອງ​ຊົ່ວຄາວຂອງ​ລີ​ເບຍ ​ພັນ​ເອກ Ahmed
Bani ທີ່​ໄດ້​ກ່າວ​ໃນ​ຈັນ​ວານ​ນີ້​ວ່າ ທຸງ​ຂອງອໍານາດ​ປົກຄອງ​ຊົ່ວຄາວຂອງ​ລີ​ເບຍ ​ໄດ້
​ປີວ​ສະ​ບັດ​ທີ່​ສະໜາມ​ບິນ, ທັງ​ໃນ​ເຂດຄ້າຍ​ເກົ່າ​ແກ່​ຂອງ​ອິຕາ​ລີ​ແລະ​ຕຶກ​ຍຸດທະສາດ​
ອື່ນໆນໍາໃນເມືອງ Sabha.

ເມືອງດັ່ງກ່າວຕັ້ງຢູ່​ຫ່າງ​ຈາກ​ນະຄອນຫຼວງ Tripoli ໄປທາງພາກໃຕ້ ປະມານ 650
ກິໂລເມັດນັ້ນ ທີ່ຄວບຄຸມເສັ້ນທາງໄປສູ່ປະເທດເພື່ອນບ້ານ Niger ຊຶ່ງເປັນເສັ້ນທາງ
ລັກລອບໜີຂອງບັນດາສະມາຊິກຂອງຄະນະ Gadhafi.

ການຄືບໜ້າໃດໆ​ກໍ​ຕາມ ທີ່ເມືອງ Sabha ນັ້ນ​ຈະ​ເປັນຄວາມ​ກ້າວໜ້າ​ທີ່ສຳຄັນຕໍ່​ທາງ
ອໍານາດ​ປົກຄອງ​ຊົ່ວຄາວຂອງ​ລີ​ເບຍ (NTC). ພວກ​ນັກ​ລົບ​ຂອງອໍານາດ​ປົກຄອງ​ຊົ່ວ
ຄາວພວມ​ພະຍາຍາມ​ຫາ​ທາງ​ຂັບ​ໄລ່ພວກ​ທີ່​ຈົງ​ຮັກ​ພັກດີ​ຕໍ່ Gadhafi ​ອອກໄປຈາກ
​ເມືອງ Bani Walid ແລະ Sirte ແລະ​ເພື່ອຄຸມການຂາດຄວາມເປັນ​ນໍ້າ​ນຶ່ງ​ໃນ​ດຽວ​ກັນ
​ພາຍ​ໃນ​ຖັນ​ແຖວ​ຂອງພວກເຂົາເຈົ້ານັ້ນ.



XS
SM
MD
LG