ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ມີການປະທ້ວງ ຕໍ່ຕ້ານ ຜົນການເລືອກຕັ້ງ ປະທານາທິບໍດີ ໃນ Gabon


Gabon Election Results
please wait

No media source currently available

0:00 0:00:36 0:00

ການ​ປະ​ທະ​ກັນ​ໄດ້​ເກີດ​ຂຶ້ນ ​ທີ່ນະຄອນຫຼວງ Libreville ​ຂອງ Gabon ບ່ອນ​ທີ່​ປະທານາ ທິບໍດີ Ali Bongo ຊະນະ​ການ​ເລືອກ​ຕັ້ງ​ ເພື່ອ​ເຂົ້າຮັບ​ຕຳ​ແໜ່​ງ​ອີກ​ຄັ້ງນຶ່ງ ​ໃນ​ເຊົ້າ​ວັນ​ພຸດ​ວານ​ນີ້ ​ໃນ​ການ​ລົງ​ຄະ​ແນນ​ທີ່​ພວກ​ນັກວິຈານ​ກ່າວ​ວ່າ​ມີການ​ສໍ້​ໂກງຄະ​ແນ​ນສຽງ​ກັນນັ້ນ.

​ໄດ້​ມີ​ລາຍ​ງານ​ວ່າພວກ​ປະ​ທ້ວງ​ ​ໄດ້​ພາກັບຈູດ​ຕຶກ​ສະພາ ​ແລະ​ພາກັນ​ຮ້ອງ​ໂ​ຮວ່າ “Ali must go ຫຼື Ali ຕ້ອງ​ໄປ​.”

ໜັງສືພິມ The Guardian ໄດ້ລາຍ​ງານ​ວ່າ ມີ 3 ຄົນ ​“ທີ່ປາກົດ​ວ່າໄດ້​ຖືກ​ຍິງ​ຕາຍ ​ໂດຍ​ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ.” ລັດຖະບານ​ຍັງ​ບໍ່​ທັນ​ໄດ້​ອອກ​ມາ​ຢືນຢັນ​ກ່ຽວ​ກັບ​ການ​ລົ້ມ​ຕາ​ຍນີ້​ເທື່ອ.

ຜູ້ນຳ​ຝ່າຍ​ຄ້ານ ທ່ານ Jean Ping ​ໄດ້​ກ່າວ​ວ່າ ​ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ Gabon ​ໄດ້​ບຸກ​ເຂົ້າ​ໄປ​ກວດຄົ້ນ​ສຳນັກງານພັກ​ຂອງ​ທ່ານ ​ໃນ​ເຊົ້າ​ວັນ​ພະຫັດ​ມື້​ນີ້ ​ໂດຍ​ໄດ້ສັງຫານ 2 ຄົນ ​ແລະ​ອີກ 19 ຄົນ ​ໄດ້​ຮັບ​ບາດ​ເຈັບ ​ແລະ​ບາງ​ຄົນ​ໃນ​ນີ້​ແມ່ນ “​ບາດ​ເຈັບ​ສາຫັດ.”

​ໂຄສົກ​ລັດຖະບານ ​ໄດ້​ກ່າວ​ວ່າ ​ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ເຂົ້າ​ຄົ້ນຕຶກຂອງ​ຝ່າຍ​ຄ້ານ ​ເພື່ອ​ຊອກ​ຫາ​ຜູ້ຈູດຕຶກສະພາ ​ໃນ​ຕອນ​ຫົວ​ຄ່ຳ​ນັ້ນ.

“ພວກ​ທີ່​ຖື​ອາວຸດ​ທີ່​ທຳ​ການ​ຈູດຕຶກສະພາ ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ທີ່ສຳນັກງານຂອງທ່ານ Ping ພ້ອມທັງ​ພວກ​ອັນ​ທະພານ ລັກ​ເລັກ​ຂະ​ໂມ​ຍນ້ອຍ​ຈຳນວນ​ນັບຮ້ອ​ຍ... ພວກ​ເຂົາ​ບໍ່ແມ່ນ ພວກປະ​ທ້ວງ​ທາງ​ການ​ເມືອງ​ແຕ່​ເປັນ​ພວກ​ໂຈນ,” ຊຶ່ງ​ທ່າ​ນ Alain-Claude Bilie-By-Nze ​ໄດ້​ບອກ​ກັບ​ອົງການຂ່າວ AFP.

ພວກ​ຕຳຫຼວດ​ແມ່ນ​ພາກັນ​ກວດ​ຍາມ​ຕາມ​ຖະໜົນ​ສາຍ​ຕ່າງໆ ທົ່ວ​ຕົວ​ເມືອງ.

ນັກ​ຂ່າວ VOA ທ່ານ​ນາງ Idrissa Fall ​ຊຶ່ງຢູ່​ທີ່ຫ້ອງການຂອງ​ຄະນະ​ກຳມາທິການ​ເລືອກ​ຕັ້ງ ​ໄດ້​ລາຍ​ງານ​ວ່າ ມີ​ສະມາຊິກຂອງ​ຄະນະ​ກຳມາທິການ​ເລືອກ​ຕັ້ງ​ໄດ້​ລາ​ອອກ​ໃນ​ວັນ​ພຸດ​ວານ​ນີ້.

ທ່ານ Ping ​ໄດ້​ກ່າວ​ວ່າ ຄະນະ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ມີ​ຫຼັກ​ຖານວ່າ ມີ​ການ​ສໍ້​ໂກງ​ຄະ​ແນນ​ສຽງ ແລະທ່ານ​ມີ​ແຜນການ​ທີ່​ຈະຍື່ນຟ້ອງ​ຕໍ່​ສານ​ລັດຖະທຳ​ມະນູນ​ຂອງ Gabon.

ຜົນ​ການ​ນັບ​ຄະ​ແນນ​ສຽງ​ ມີ​ກຳໜົດ​ທີ່​ຈະ​ປະກາດ​ຢ່າງ​ເປັນ​ທາງ​ການ​ນັ້ນ ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Bongo ​ໄດ້​ຮັບ​ຄະ​ແນນ​ 49.8 ​ເປີ​ເຊັນ ຂອງ​ຄະ​ແນນ​ສຽງທັງ​ໝົດ ​ແລະ​ທ່ານ Ping ​ແມ່ນ​ໄດ້​ຮັບ 48.2 ​ເປີ​ເຊັນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG