ເປັນທີ່ຈະແຈ້ງວ່າ ທະຫານປະເທດກາບົງ ເປັນຜູ້ກໍ່ລັດຖະປະຫານ.
ພວກນາຍທະຫານໄດ້ພາກັນຍຶດເອົາສະຖານີວິທະຍຸແຫ່ງຊາດກາບົງ ສະຖານີວິທະຍຸຂອງລັດ ໃນຕອນເຊົ້າວັນຈັນມື້ນີ້ໃນນະຄອນຫຼວງລີເບຣີວີລ.
ພວກທະຫານໄດ້ປະກາດຄວາມຕັ້ງໃຈຂອງເຂົາເຈົ້າທີ່ຈະສະຖາປະນາປົວແປງສະພາແຫ່ງຊາດ.
ຮ້ອຍໂທແຄລລີ ອົນໂດ ໂອບຽງ ກ່າວຢູ່ໃນການອອກອາກາດວ່າ ຖະແຫຼງການຂອງ ປະທານາທິບໍດີ ອາລີ ບົງໂກ ທາງວິທະຍຸຫວ່າງມໍ່ໆມານີ້ “ໄດ້ເຮັດໃຫ້ເຫັນຄວາມສົງໄສ ກ່ຽວກັບຄວາມສາມາດຂອງປະທານາທິບໍດີ ທີ່ຈະດຳເນີນປະຕິບັດງານຄວາມຮັບຜິດຊອບຂອງທ່ານ.
ທ່ານປະທານາທິບໍດີຢູ່ໃນໂມຣົກໂກ ກຳລັງຟື້ນໂຕຄືນຈາກການເປັນອຳມະພາດ.
ອົງການຂ່າວຝຣັ່ງ AFP ລາຍງານວ່າ ໄດ້ຍິນສຽງປືນຢູ່ໃນຫ້ອງການໂທລະພາບລັດຖະບານໃນນະຄອນລີເບຣີວິລ ໃນຂະນະດຽວກັນ ຖະແຫຼງການຂອງທະຫານກໍໄດ້ຖືກອ່ານຢູ່ໃນວິດທະຍຸ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຫວ່າງມໍ່ໆມານີ້ ໄດ້ສົ່ງທະຫານອາເມຣິກັນໄປກາບົງ ເພາະວ່າໄດ້ເກີດມີຄວາມບໍ່ສະຫງົບທາງການເມືອງຢູ່ປະເທດເພື່ອນບ້ານຄອງໂກນັ້ນ.