ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ທັບ ກາ​ບົງ ປະ​ກາດແຕ່ງ​ຕັ້ງ​ຜູ້​ນຳ​ຄົນ​ໃໝ່​ຂອງ​ປະ​ເທດ ແລະ ​ກັກ​ບໍ​ເວນ​ປະ​ທາ​ນາ​ທິ​ບໍ​ດີ ​ໃນ​ບ້ານ


ພາບ​ຈາກວິ​ດີ​ໂອນີ້​ສະ​ແດງ​ໃຫ້​ເຫັນ​ທະ​ຫານ​ຍົກ​ນາຍ​ພົນ ບ​ຣາຍ​ສ໌ ໂຄ​ຼ​ແຕ ໂອ​ລີ​ກຸຍ ເອນ​ກູ​ມາ ໃນ​ນະ​ຄອນຫຼວງ ລີ​ເບີ​ວິ​ລ, ປະ​ເທດ ກາ​ບົງ, 30 ສິງ​ຫາ 2023. (Gabon24 via AP)
ພາບ​ຈາກວິ​ດີ​ໂອນີ້​ສະ​ແດງ​ໃຫ້​ເຫັນ​ທະ​ຫານ​ຍົກ​ນາຍ​ພົນ ບ​ຣາຍ​ສ໌ ໂຄ​ຼ​ແຕ ໂອ​ລີ​ກຸຍ ເອນ​ກູ​ມາ ໃນ​ນະ​ຄອນຫຼວງ ລີ​ເບີ​ວິ​ລ, ປະ​ເທດ ກາ​ບົງ, 30 ສິງ​ຫາ 2023. (Gabon24 via AP)

ພ​ວກນາຍ​ທະ​ຫານ​ກອງ​ທັບ​ບົກ​ຂອງ ກາ​ບົງ ເຊິ່ງ​ແມ່ນ​ປະ​ເທດ​ທີ່​ຕັ້ງ​ຢູ່​ໃນ​ພາກ​ກາງ​ຂອງ ອາ​ຟ​ຣິ​ກາ ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ຍຶດ​ອຳ​ນາດ​ໃນ​ວັນ​ພຸດ​ວານນີ້, ​ກັກ​ບໍ​ລິ​ເວນ​ປະ​ທານ​າ​ທິ​ບໍ​ດີ ອາ​ລີ ບົງ​ໂກ ໃຫ້ຢູ່​ໃນ​ບ້ານ ແລະ ໄດ້​ແຕ່ງ​ຕັ້ງ​ຜູ້​ນຳ​ຄົນ​ໃໝ່​ຂອງ​ປະ​ເທດ.

ນາຍ​ພົນ ບ​ຣາຍສ໌ ໂຄຼ​ແຕ ໂອ​ລີ​ກຸຍ ເອັນ​ກູ​ມາ, ຫົວ​ໜ້າ​ຂອງ​ໜ່ວຍ​ພິ​ທັກ​ສາ​ທາ​ລະ​ນະລັດ, ໄດ້​ຮັບ​ການ​ແຕ່​ຕັ້ງ​ໃຫ້​ເປັນ​ປະ​ທານ​ຂອງ​ຄະ​ນະ​ກຳ​ປະ​ການ​ໂອນ​ອຳ​ນາດ.

ທ່ານ ໂອ​ລີ​ກຸຍ ແມ່ນ​ພີ່​ນ້ອງ​ຂອງ​ທ່ານ ບົງ​ໂກ. ທ່ານ​ໄດ້​ເປັນ​ຜູ້​ອາ​ລັກ​ຂາ​ສຳ​ລັບ​ມື້​ລາງ​ພໍ່​ຂອງ​ທ່ານ ບົງ​ໂກ ຄື​ປະ​ທາ​ນາ​ທິ​ບໍ​ດີ ໂອ​ມາ ບົງ​ໂກ, ແລະ ໄດ້​ເປັນ​ຫົວ​ໜ້າ​ຕຳຫຼວ​ດ​ສາຍ​ລັ​ບ ​ກ່ອນ​ໄດ້​ກາຍ​ເປັນ​ຜູ້​ນຳ​ຂອງ​ໜ່ວຍ​ພິ​ທັກ​ນັ້ນ.

ພວກ​ທະ​ຫານ​ກະ​ບົດ​ໄດ້​ປະ​ກາດ​ການ​ກໍ່​ລັດ​ຖະ​ປະ​ຫານ​ໃນ​ໂທ​ລະ​ພາບ​ແຫ່ງ​ຊາດ ບໍ່​ດົນຫຼັງ​ຈາກ​ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ​ຂອງ​ປະ​ເທດໄດ້​ປະ​ກາດ​ວ່າ​ທ່ານ ບົງ​ໂກ ໄດ້​ຊະ​ນະ​ການ​ດຳ​ລົງ​ຕຳ​ແໜ່ງ​ສະ​ໄໝ​ທີ​ສາມ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ ວັນ​ເສົາ​ທີ່​ຜ່າ​ນ​ມາ.

ພວກ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າ​ຜົນ​ການ​ເລືອກ​ຕັ້ງ​ແມ່ນບໍ່​ຖືກ​ຕ້ອງ, ສະ​ຖາ​ບັນ​ຂອງ​ລັດ​ທຸກ​ແຫ່ງ​ແມ່ນ​ຖືກ​ຍຸບ ແລະ ເຂດ​ຊາຍ​ແດນ​ທຸກ​ແຫ່ງ​ແມ່ນ​ຖືກ​ປິດ​ຈົນ​ກວ່າ​ຈະ​ມີ​ແຈ້ງ​ການ​ຕໍ່​ໄປ.

ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ປ້ອງ​ກັນ​ສັນ​ຕິ​ພາບ​ດ້ວຍ​ການ​ສິ້ນ​ສຸດ​ລະ​ບອບ​ການ​ປົກ​ຄອງ​ໃນ​ປັດ​ຈຸ​ບັນ.”

ທຳ​ອິດ​ມັນ​ບໍ່​ຈະ​ແຈ້ງວ່າ​ແມ່ນ​ໃຜ​ເປັນ​ຜູ້​ນຳ​ພາ​ການ​ກໍ່​ລັດ​ຖະ​ປະ​ຫານ. ແນວ​ໃດ​ກໍ່​ຕາມ, ວິ​ດີ​ໂອ​ໃນ​ໂທ​ລະ​ພາບ​ລັດ​ຖະ​ບານ​ໄດ້​ສະ​ແດງ​ໃຫ້​ເຫັນ​ຜູ້​ຊາຍ​ຄົນ​ນຶ່ງ​ທີ່​ມີ​ຄວາມ​ອິດ​ເມື່ອຍ​ຖືກ​ຫາມ​ໂດຍ​ທະ​ຫານ​ຮ້ອງ​ອອກ​ມາ​ວ່າ, “ປະ​ທາ​ນາ​ທິ​ບໍ​ດີ ໂອ​ລີ​ກຸຍ,” ເຊິ່ງ​ເປັນ​ການ​ອ້າງ​ອີງ​ເຖິງ​ທ່ານ ບ​ຣາຍ​ສ໌ ໂອ​ລີ​ກຸຍ ເອັນ​ກູ​ມາ, ຫົວ​ໜ້າ​ຂອງ​ໜ່ວ​ຍ​ພິ​ທັກ​ສາ​ທາ​ລະ​ນະ​ລັດ​ຂອງ ກາ​ບົງ.

ທ່ານ ບົງ​ໂກ ຕໍ່​ມາ​ໄດ້​ປາ​ກົດ​ຕົວ​ໃນ​ວິ​ດີ​ໂອ​ຮຽກ​ຮ້ອງ​ຕໍ່ “ບັນ​ດາ​ໝູ່​ເພື່ອ​ຂອງ ກາ​ບົງ” ໃຫ້ “ສົ່ງ​ສຽງ​ອອກ​ມາ” ເພື່ອ​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ທ່ານ. ປະ​ທາ​ນາ​ທິ​ບໍ​ດີອາ​ຍຸ 64 ປີ​, ທີ່​ໄດ້​ນັ່ງ​ຢູ່​ເທິງ​ຕັ່ງ, ໄດ້​ກ່າວ​ວ່າ​ທ່ານ​ຢູ່​ສະ​ຖານ​ທີ່​ພັກ​ຂອງ​ທ່ານ ແລະ ວ່າ​ພັນ​ລະ​ຍາ ແລະ ລູກ​ຊາຍ​ຂອງ​ທ່ານ​ແມ່ນ​ຢູ່​ບ່ອນ​ອື່ນ.

ແຕ່​ຝູງ​ຄົນ​ທີ່​ໄດ້​ພາ​ກັນ​ຫຼັ່ງ​ໄຫຼ​ອອກ​ມາ​ຖະ​ໜົນ​ຂອງ​ນະ​ຄອນຫຼວງ ລີ​ເບີ​ວິ​ລ໌, ໄດ້​ສະ​ເຫຼີ​ມ​ສະ​ຫຼອງ​ຂ່າວ​ກ່ຽວ​ກັບ​ການ​ປົດ​ປະ​ທາ​ນາ​ທິ​ບໍ​ດີ, ດ້ວຍ​ຜູ້​ປະ​ທ້ວງຫຼາຍ​ຄົນ​ເວົ້າ​ວ່າ​ເຂົາ​ເຈົ້າ​ດີ​ໃຈ​ທີ່​ຄອບ​ຄົວ​ຂອງ​ທ່ານ ບົງ​ໂກ ໄດ້​ອອກ​ຈາກ​ອຳ​ນາດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG