ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຜູ້ນໍາ 8 ປະເທດ ໄປເຕົ້າໂຮມກັນ ຢູ່ໄອແລນເໜືອ ເພື່ອຮ່ວມ ກອງ​ປະຊຸມສຸດ​ຍອດ G8 (ວີດິໂອ)


ພວກປະທ້ວງພາກັນຖືປ້າຍ ແລະໂບກທຸງ ໃນລະຫວ່າງການເດີນຂະບວນຢູ່ກາງນະຄອນ Belfast ໃນວັນທີ 15 ມິຖຸນາ, 2013, ເພື່ອຕໍ່ຕ້ານກຸ່ມ G8 ກ່ອນກອງປະຊຸມ ສຸດຍອດຂອງກຸ່ມດັ່ງກ່າວ ຈະຈັດຂຶ້ນໃນບ່ອນຕາກອາກາດ Lough Erne, ໄອແລັນເໜືອ ໃນວັນທີ 17 ແລະ 18 ມິຖຸນາ 2013 ຈະມາເຖິງນີ້.
ພວກປະທ້ວງພາກັນຖືປ້າຍ ແລະໂບກທຸງ ໃນລະຫວ່າງການເດີນຂະບວນຢູ່ກາງນະຄອນ Belfast ໃນວັນທີ 15 ມິຖຸນາ, 2013, ເພື່ອຕໍ່ຕ້ານກຸ່ມ G8 ກ່ອນກອງປະຊຸມ ສຸດຍອດຂອງກຸ່ມດັ່ງກ່າວ ຈະຈັດຂຶ້ນໃນບ່ອນຕາກອາກາດ Lough Erne, ໄອແລັນເໜືອ ໃນວັນທີ 17 ແລະ 18 ມິຖຸນາ 2013 ຈະມາເຖິງນີ້.
ບັນດາ​ຜູ້​ນໍາ​ຈາກ 8 ປະ​ເທດອຸດ​ສະຫະ​ກໍາຊັ້ນ​ນໍາຂອງ​ໂລກ
ຈະພົບປະ​ກັນຢູ່​ທີ່ອັງກິດ​ ໃນວັນ​ຈັນມື້​ອື່ນນີ້ ​ແລະ​ວັນ​ອັງຄານ
ມື້ຮື ໃນກອງປະຊຸມສຸດ​ຍອດ​ປະ​ຈໍາປີຂອງເຂົ​າ​ເຈົ້າ ກໍ​ຄືກຸ່ມ
G8 ກ່ຽວກັບ​ເສດຖະກິດ ​ແລະ​ວຽກງານ​ຂອງ​ໂລກ.

ບັນດາ​ຜູ້​ນໍາ​ດັ່ງກ່າວຈະ​ປະຊຸມ​ກັນ​ທີ່​ເມືອງ​ຕາກ​ອາກາດ​ທີ່ໂດດ
ດ່ຽວຢູ່​ແຄມທະ​ເລ​ສາບແຫ່ງນຶ່ງ ທີ່​ໄອ​ແລັນ​ເໜືອ. ພວກ​ທ່ານ​
ຈະ​ໄດ້​ໃຊ້ເວລາ​ທີ່ມີ​ຄຸນຄ່າສອງ​ວັນ ​ຢູ່​ຫ່າງ​ໄກຈາກ​ການ​ເດີນ​
ຂະ​ບວນປະ​ທ້ວງ​ຢູ່​ໃນກຸງລອນ​ດອນ ຂອງ​ພວກ​ທີ່ປະກາດຕົວ​
ເອງ​ວ່າ ​ເປັນ​ຝ່າຍຕໍ່ຕ້ານ​ພວກ​ນາຍ​ທຶນ ​ແລະຫ່າງ​ຈາກ​ການ​
ປະ​ທ້ວງ​ເມື່ອເດືອນມັງກອນຕົ້ນ​ປີ ທີ່ຢູ່ໄກ​ອອກ​ໄປ​ພຽງ​ແຕ່ 100
ປາຍກິ​ໂລ​ແມັດ ຢູ່​ເມືອງຫລວງ Belfast ຂອງ​ແຂວງ​ໄອ​ແລນເໜືອ.

ການ​ປະ​ທ້ວງ​ເຫລົ່າ​ນັ້ນ​ເປັນ​ການ​ເຕືອນວ່າ ຄວາມ​ເຄັ່ງ​ຕຶງທີ່​ມີ​ມາ​ເປັນ​ເວລາ​ຫລາຍທົດ​
ສະ​ວັດ ລະຫວ່າງສອງ​ນິກາຍ​ຂອງ​ສາສະໜາຄຣິສຕ໌ ຄືກາ​ໂທ​ລິກກັບ Protestant ​ແມ່ນ​
ຍັງ​ອາດ​ຈະ​ເກີດ​ຂຶ້ນ​ໄດ້​ໂດຍ​ບໍ່ຍາກ​ປານ​ໃດ. ​ແຕ່​ວ່າ ນັ້ນ​ບໍ່​ແມ່ນ​ພາບ​ພົດຂອງກອງ​ປະ
ຊຸມ​ສຸດ​ຍອດ ທີ່​ອັງກິດ​ຢາກ​ໃຫ້​ມີ.

ພວກ​ເຈົ້າໜ້າທີ່​ພະຍາຍາມຢາກ​ໃຫ້​ເປັນ​ແບບ​ທີ່​ຄ້າຍ​ກັບ​ເຫດການ​ໃນ​ປີ​ກາຍ​ນີ້ ຢູ່ໃນ
ສະຖານ​ທີ່​ພັກຜ່ອນ​ຂອງ​ປະທານາທິບໍດີ​ສະຫະລັດ ທີ່ຄ້າຍ David ນອກນະຄອນຫລວງ
ວໍ​ຊິງ​ຕັນ. ນາຍົກ​ລັດຖະມົນຕີ​ອັງກິດ ທ່ານ David Cameron ຢາກ​ໃຫ້ເພັ່ງ​ເລັງ​ໃສ່​ການ​
ຄ້າ, ການ​ເກັບ​ພາສີ ​ແລະ​ຄວາມ​ໂປ່​ງ​ໃສ ພ້ອມ​ທັງແນ​ໃສ່ ຢ່າງໜ້ອຍນຶ່ງບັນ​ຫາສາກົນ
ຊຶ່ງ​ກໍ​ຄື​ຄວາມ​ຂັດ​ແຍ້​ງຢູ່​ໃນ​ຊີ​ເຣຍ. ທ່ານ​ເວົ້າວ່າ:

“ພວກ​ເຮົາ​ຄວນ​ໃຊ້​ກອງ​ປະຊຸມ G8 ນີ້ ​ເພື່ອ​ດໍາ​ເນີນ​ຄວາມ​ພະຍາຍາມ ​ແລະ​
ສ້າງ​ຄວາມ​ກົດ​ດັນ​ຕໍ່ທຸກ​ຝ່າຍ​ ເພື່ອ​ໃຫ້​ເກີດ​ຜົນ​ທີ່​ພວກ​ເຮົາ​ທຸກ​ຄົນ​ຢູ່​ໃນເຮືອນ​
ຫລັງ​ນີ້ ຢາກ​ໃຫ້​ມີ: ນັ້ນກໍ​ຄື ກອງ​ປະຊຸມ​ສັນຕິພາບ, ຂັ້ນຕອນສ້າງສັນ​ຕິພາບ
​ແລະການກ້າວ​ໄປ​ສູ່​ການ​ມີ​ລັດຖະບານ​ໄລຍະ​ຂ້າມ​ຜ່ານ ຢູ່​ໃນ​ຊີ​ເຣຍ.”


ການ​ລົງ​ຄວາມ​ເຫັນຂອງທາງ​ການ​ສະຫະລັດທີ່ວ່າ ລັດຖະບານ​ຊີ​ເຣຍ​ໄດ້ໃຊ້ອາວຸດ​ເຄມີ
ນັ້ນ ຈະ​ເຮັດ​ໃຫ້ຄວາມ​ຕັ້ງ​ໃຈຂອງຝ່າຍ​ຕາ​ເວັນ​ຕົກ​ໃນກອງ​ປະຊຸມ​ສຸດ​ຍອດນີ້ ໜັກແໜ້ນ​
ຂຶ້ນ. ​ແຕ່​ວ່າ​ ຮັດ​ເຊຍ​ຊຶ່ງ​ກໍເປັນສະມາຊິກ​ຂອງ​ກຸ່ມ G8 ນໍາ​ນັ້ນ ມີ​ທ່າ​ທີ​ວ່າ​ຈະສືບຕໍ່ຄັດ
ຄ້ານ​ຕໍ່ການເຄື່ອນ​ໄຫວ​ໃດໆກໍ​ຕາມ ​ຈາກ​ພາຍ​ນອກ ​ເພື່ອ​ໂຄ່ນ​ລົ້ມລະບອບປັດຈຸບັນ​
ຢູ່ໃນ​ຊີ​ເຣຍນັ້ນ.

ໃນ​ຂະນະ​ດຽວກັນ ການ​ດໍາ​ເນີນ​ຄວາມ​ພະຍາຍາມ​ຂອງ​ກຸ່ມ G8 ​ເພື່ອ​ແກ້​ໄຂ​ບັນຫາ​ເສດ
ຖະກິດ​ຂອງ​ໂລກ ກໍຈະ​ຖືກ​ຂັດຂວາງ​ໂດຍ​ການຂາດ​ຜູ້​ຫລິ້ນບົດບາດສໍາຄັນຫລາຍ​ຄົນ​
ຢູ່​ໃນ​ກອງ​ປະຊຸມ ຊຶ່ງ​ຜູ້ເດັ່ນໆ ກໍ​ຄື​ຈີນ ​ແລະ​ປະ​ເທດ​ອື່ນໆ ທີ່​ໄດ້​ມີ​ອິດ​ທິພົນ​ທາງເສດຖະ
ກິດ​ຂຶ້ນ​ມາ ນັບ​ແຕ່​ກອງ​ປະຊຸມ​ສຸດ​ຍອດ G8 ​ໄດ້​ເລີ້ມຕົ້ນຂຶ້ນ 38 ປີ ​ກ່ອນໜ້ານີ້.

ເບິ່ງວີດິໂອ ກ່ຽວກັບ ລາຍງານນີ້:




XS
SM
MD
LG