ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຣັດ​ເຊຍ​ ບໍ່ໃຫ້ຄວາມສຳຄັນ ຕໍ່​ການ​ທີ່​ຖືກ​ຕັດ ອອກ​ຈາ​ກຸ່ມ ຈີ 8 (ສະ​ໄລ​ດ໌/ວີດີໂອ)


ໂຄສົກຂອງ ປະທານາທິບໍດີ ຣັດເຊຍ ທ່ານ Dmitry Peskov
ໂຄສົກຂອງ ປະທານາທິບໍດີ ຣັດເຊຍ ທ່ານ Dmitry Peskov
ຣັດ​ເຊຍ​ບໍ່ໄດ້ໃຫ້ຄວາມສຳຄັນ ໂດຍເວົ້າວ່າ ບໍ່ສ້າງສັນ
ກ່ຽວກັບການເຄື່ອນໄຫວ ຂອງບັນດາ​ປະ​ເທດ​ມະຫາ​ອຳ
ນາດໃນໂລກ ທີ່​ຕັດ​ໄດ້ກຸງ​ມົສກູອອກ​ຈາກ​ກຸ່ມຈີ 8 ​ຫລື
ແປດ​ປະ​ເທດ ທີ່ຈະເລີນທາງດ້ານ​ອຸດສາຫະກຳ ຍ້ອນ
​ການ​ປະພຶດຂອງຣັດເຊຍ ​ຢູ່​ໃນຢູເຄຣນ.

​ທ່ານ Dmitry Peskov ໂຄສົກຂອງປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ໃຫ້ຄວາມເຫັນດັ່ງກ່າວ ນຶ່ງມື້ຫລັງ​ຈາກ​ສະມາຊິກອື່ນໆ 7 ປະເທດຂອງ ກຸ່ມຈີ 8 ໄດ້ຕົກ​ເຫັນ​ດີ ທີ່​ຈະ​ຈັດ​ກອງ​ປະຊຸມ​ສຸດ​ຍອດ ຂອງທັງ​ເຈັດປະເທດຂຶ້ນ ​ໃນ​ເດືອນ​ມິຖຸນາທີ່ຈະ
ມາເຖິງນີ້ ​ແທນ​ທີ່​ຈະ​ໄປ​ຮ່ວມ​ກອງປະຊຸມສຸດຍອດຂອງກຸ່ມ ຈີ 8 ທີ່ໄດ້ມີການວາງແຜນ
ໄວ້ລ່ວງໜ້າແລ້ວທີ່ປະເທດຣັດເຊຍນັ້ນ.

ຢູ່​ໃນ​ຖະ​ແຫຼ​ງຮ່ວມສະບັບນຶ່ງ ທີ່​ໄດ້​ນຳອອກເຜີຍແຜ່​ຢູ່​ນອກ​ກອງ​ປະຊຸມສຸດຍອດ ຄວາມ​ປອດ​ໄພ​ນິວ​ເຄບຍ ທີ່ກຸ​ງ Hague ປະ​ເທດເນ​ເທິ​ແລນ ບັນດາ​ຜູ້​ນໍາ​ຂອງ ສະຫະລັດ ອັງ
ກິດ ກາ​ນາ​ດາ ຝຣັ່ງ ​ເຢຣະມັນ ອີ​ຕາ​ລີ ​ແລະ​ຍີ່ປຸ່ນ ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ໂຈະ ການ​ເຂົ້າ​ຮ່ວມ​ກັບຣັດ​ເຊຍ ​ໃນ​ກຸ່ມຈີ​ 8 ຫລືແປດ​ປະ​ເທດທີ່ຈະ ເລີນທາງດ້ານອຸດສາຫະກຳ ຈົນ​ກວ່າກຸງ​ມົສກູ “ປ່ຽນ​ທິດ​ທາງໃໝ່.” ບັນດາ​ປະ​ເທດ​ມະຫາ​ອຳນາດ​ຕາ​ເວັນ​ຕົກ ​ໄດ້​ພາກັນ​ເຄື່ອນ​ໄຫວ ເພື່ອ​ໂດດດ່ຽວຣັດເຊຍຫຼັງ ຈາກປະເທດດັ່ງກ່າວ ​ໄດ້ຜະນວກ ຫຼືປະກາດ
ໂຮມເອົາແຫຼມ Crimea ຂອງຢູ​ເຄຣນ ເຂົ້າເປັນດິນແດນຂອງຕົນ.
RUSSIA UKRAINE SANCTIONS
please wait

No media source currently available

0:00 0:02:14 0:00

ບັນດາ​ອົງການ​ຂ່າວຣັດ​ເຊຍ ອ້າງ​ຄຳເວົ້າ​ໂຄສົກຂອງວັງ Kremlin ທີ່ກ່າວ​ວ່າ ຣັດ​ເຊຍ
ຕຽມ​ພ້ອມ​ແລ້ວ ​ແລະ​ກໍມີ​ຄວາມ​ສົນ​ໃຈ​ທີ່​ຈະສືບ​ຕໍ່ການ​ຕິດ​ຕໍ່​ກັບບັນດາ​ເພື່ອນ​ມິດໃນ
ກຸ່ມຈີ 8​. ​ແຕ່ລັດຖະມົນຕີຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ມັນ​ຈະ​ບໍ່​ເປັນ​ “ເລື່ອງເສຍ​ຫາຍ​ໃຫຍ່” ບໍ ຖ້າ​ຫາກຣັດ​ເຊຍ ​ໄດ້ຖືກ​ຕັດອອກ​ຈາກ​ກຸ່ມ​ດັ່ງກ່າວ.
UKRAINE video
please wait
Embed

No media source currently available

0:00 0:01:30 0:00
XS
SM
MD
LG