ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ກອງປະຊຸມສຸດຍອດ ຂອງ ກຸ່ມຈີ 8 ແລະຈີ 20


ພວກຜູ້ນຳຂອງໂລກ ພວມໄປເຕົ້າໂຮມກັນ ທີ່ປະເທດ ການາດາ ເພື່ອເຂົ້າຮ່ວມ 2 ກອງປະຊຸມສຸດຍອດ ຄືກອງປະຊຸມສຸດຍອດ ຂອງບັນດາປະເທດ ຈະເຣີນທາງດ້ານ ອຸສາຫະກຳ ທີ່ສຳຄັນໆ ແລະກອງປະຊຸມສຸດຍອດ ປະເທດທີ່ ກຳລັງພັດທະນາ ຂັ້ນແນວໜ້າ ຂອງໂລກ.

ປະທານາທິບໍດີ ແລະ ນາຍົກລັດຖະມົນຕີ ຂອງປະເທດ ຕ່າງໆ ເລີ້ມທະຍອຍກັນ ເດີນທາງໄປເຖິງ ນະຄອນ TORONTO ໃນວັນພະຫັດວານນີ້ ເພື່ອເຂົ້າຮ່ວມ ກອງປະຊຸມສຸດຍອດ ຂອງກຸ່ມຈີ 8 ແລະກຸ່ມຈີ 20 ຮວມທັງ ປະທານາທິບໍດີຣັດເຊຍ ທ່ານ DMITRI MEDVEDEV ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ NAOTO KAN ແລະນາຍົກລັດຖະມົນຕີອັງກິດ ທ່ານ DAVID CAMERON.

ໃນບົດຄວາມເຫັນ ຂອງໜັງສືພິມ THE GLOBE AND MAIL ນັ້ນ ຜູ້ນຳອັງກິດ ກ່າວວ່າ ກອງປະຊຸມສຸດຍອດ ຕ້ອງໄດ້ເປັນ ບໍ່ພຽງແຕ່ ບ່ອນໂອ້ລົມ ສົນທະນາ ຂະໜາດໃຫຍ່ ທໍ່ນັ້ນ ແລະສ້າງຄວາມກ້າວ ໃຫ້ແກ່ບັນຫາ ທີ່ຮີບດ່ວນ ສຳຄັນຕ່າງໆ ເຊັ່ນ ເສດຖະກິດຂອງໂລກ ເປັນຕົ້ນ.

ເຈົ້າໜ້າທີ່ເວົ້າວ່າ ພວກຜູ້ນຳ ຂອງປະເທດຕ່າງໆ ຈະສົນທະນາ ຫາຣືກັນ ກ່ຽວກັບ ຄວາມວິຕົກກັງວົນ ໃນດ້ານຄວາມໝັ້ນຄົງ ແຕ່ການເພັ່ງເລັງ ທີ່ສຳຄັນ ຂອງກອງປະຊຸມ ແມ່ນຈະແນໃສ່ ຊອກຫາຊ່ອງທາງ ເພື່ອຄໍ້າປະກັນ ໃຫ້ເສດຖະກິດເຕີບໂຕ ແບບຍືນຍົງ ຂະນະທີ່ ຮັບມືກັບ ບັນຫາຂາດດຸນ ງົບປະມານ.

ເປັນທີ່ຄາດກັນວ່າ ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ຈະເດີນທາງ ໄປເຖິງການາດາ ໃນວັນສຸກມື້ນີ້ ເພື່ອເຈລະຈາຫາລື ກັບພວກຜູ້ນຳ ຂອງກຸ່ມຈີ 8 ທີ່ເມືອງ MOSKOKA ທາງທິດເໜືອ ຂອງນະຄອນ TORONTO. ໃນວັນເສົາມື້ອື່ນ ການເພັ່ງເລັງ ຈະແນໃສ່ນະຄອນ TORONTO ແລະກອງປະຊຸມ ຂອງກຸ່ມຈີ 20 ຫຼືກຸ່ມ 20 ປະເທດ ຊຶ່ງປະກອບເປັນ 90% ຂອງຜະລິດຜົນ ເສດຖະກິດໂລກ ແລະ 80% ຂອງການຄ້າ ໃນໂລກ.

XS
SM
MD
LG