ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ G7 ເຕືອນບັນດາທະນາຄານນ້ອຍຂອງ ຈີນ ກ່ຽວກັບການພົວພັນກັບ ຣັດເຊຍ


ແຟ້ມຮູບ-ປ້າຍຂອງກຸ່ມ G7 ທີ່ພົບເຫັນໃນລະຫວ່າງກອງປະຊຸມລັດຖະມົນຕີການເງິນ ແລະທະນາຄານກາງ ຂອງບັນດາລັດຖະບານຕ່າງໆຂອງກຸ່ມ ທີ່ຈັດຂຶ້ນໃນເມືອງ ສເຕຣຊາ (Stresa), ປະເທດອິຕາລີ, ວັນທີ 24 ພຶດສະພາ 2024.
ແຟ້ມຮູບ-ປ້າຍຂອງກຸ່ມ G7 ທີ່ພົບເຫັນໃນລະຫວ່າງກອງປະຊຸມລັດຖະມົນຕີການເງິນ ແລະທະນາຄານກາງ ຂອງບັນດາລັດຖະບານຕ່າງໆຂອງກຸ່ມ ທີ່ຈັດຂຶ້ນໃນເມືອງ ສເຕຣຊາ (Stresa), ປະເທດອິຕາລີ, ວັນທີ 24 ພຶດສະພາ 2024.

ເຈົ້າ​ໜ້າ​ທີ່​ສະຫະລັດ​ຄາດ​ວ່າ​ ກຸ່ມ​ປະຊາ​ທິປະ​ໄຕ​ທີ່​ຮັ່ງມີ 7 ປະເທດ ຫຼື G7 ຈະ​ສົ່ງ​ຄຳ​ເຕືອນ​ທີ່ເຄັ່ງຄັດ​ອັນໃໝ່​ໃນ​ອາທິດ​ໜ້າ ​ຕໍ່​ບັນດາທະນາຄານ​ນ້ອຍ​ໆຂອງ ຈີນ ​ໃຫ້​ຢຸດ​ການ​ຊ່ວຍ​ເຫຼືອ ຣັດ​ເຊຍ ​ໃນ​ການ​ຫຼີກ​ລ່ຽງການ​ລົງ​ໂທດ​ຂອງບັນດາ​ປະເທດ​ຕາ​ເວັນ​ຕົກ, ອີງຕາມ​ບຸກ​ຄົນສອງຄົນ ​ທີ່​ລື້ງ​ເຄີຍ​ກັບ​ເລື່ອງ​ດັ່ງກ່າວມານີ້.

ບັນດາ​ຜູ້ນຳ​ທີ່​ມາ​ເຕົ້າ​ໂຮມ​ກັນ​ຢູ່​ກອງ​ປະຊຸມ​ສຸດ​ຍອດ​ໃນ​ວັນ​ທີ 13 ຫາ 15 ມິຖຸນາ​ ຢູ່​ທີ່​ປະ​ເທດ​ອີ​ຕາ​ລີ ທີ່​ເປັນ​ເຈົ້າພາບ​ໂດຍ​ນາຍົກລັດຖະມົນຕີ ທ່ານຈໍເຈຍ ເມໂລນີ (Giorgia Meloni) ຄາດ​ວ່າ ​ຈະ​ສຸມ​ໃສ່​ຢ່າງ​ໜັກໜ່ວງ​ຕໍ່ໄພຄຸກຄາມທີ່ເກີດຂຶ້ນຈາກ​ການ​ຂະຫຍາຍຕົວ​ທາງ​ການ​ຄ້າ​ລະຫວ່າງ ​ຈີນ ກັບ ຣັດ​ເຊຍ ​ສໍາລັບ​ການ​ຕໍ່ສູ້​ກັນ​ຢູ່ໃນ ​ຢູ​ເຄຣນ ໃນ​ລະຫວ່າງ​ການ​ພົບ​ປະ​ສ່ວນ​ຕົວຂອງພວກເຂົາ​ ​.

ການສົນທະນາເຫຼົ່ານັ້ນ ມີທ່າອ່ຽງທີ່ຈະສົ່ງຜົນໃຫ້ມີການຖະແຫຼງຕໍ່ສາທາລະນະກ່ຽວກັບບັນຫາທີ່ກ່ຽວຂ້ອງກັບບັນດາທະນາຄານຂອງ ຈີນ, ອີງຕາມເຈົ້າຫນ້າທີ່ສະຫະລັດທີ່ມີສ່ວນຮ່ວມໃນການວາງແຜນງານ ແລະບຸກຄົນນຶ່ງ ທີ່ໄດ້ຮັບຟັງການສະຫຼຸບກ່ຽວກັບບັນຫາດັ່ງກ່າວໂດຍຫຍໍ້.

ສະຫະລັດ ແລະບັນດາຄູ່ພາຄີ G7 ຂອງຕົນເຊັ່ນ: ອັງກິດ, ການາດາ, ຝຣັ່ງ, ເຢຍຣະມັນ, ອີຕາລີ ແລະ ຍີ່ປຸ່ນ, ບໍ່ໄດ້ຄາດຫວັງວ່າ ຈະວາງມາດຕະການລົງໂທດຕໍ່ທະນາຄານຕ່າງໆໃນທັນທີ ລະຫວ່າງກອງປະຊຸມສຸດຍອດ ເຊັ່ນວ່າ ການຈໍາກັດການເຂົ້າເຖິງລະບົບສົ່ງຂໍ້ຄວາມຂອງລະບົບໂອນເງິນຂ້າມປະເທດ SWIFT ຫຼື ຕັດການເຂົ້າເຖິງເງິນໂດລາຂອງພວກເຂົາ. ນຶ່ງໃນນັ້ນກ່າວວ່າ ເປົ້າໝາຍຂອງພວກເຂົາເຈົ້າ ແມ່ນຢູ່ໃນສະຖາບັນຂະໜາດນ້ອຍ ບໍ່ແມ່ນບັນດາທະນາຄານໃຫຍ່ສຸດຂອງຈີນ.

ການ​ເຈລະຈາ ​ຍັງຄົງສືບຕໍ່​ດຳ​ເນີນໄປ​ກ່ຽວ​ກັບ​ຮູບ​ແບບ ​ແລະ ​ເນື້ອ​ໃນ​ທີ່​ແນ່ນອນ​ຂອງ​ຄຳ​ເຕືອນ, ອີງ​ຕາມຜູ້ໃຫ້ຂໍ້ມູນ ທີ່​ບໍ່​ເປີດເຜີຍ​ຊື່ ໂດຍກ່າວເຖິງ​ການ​ພົວພັນ​ທາງ​ການ​ທູດທີ່ຍັງຄົງດໍາເນີນການຢູ່​ຢ່າງ​ຕໍ່​ເນື່ອງ, ເຊິ່ງແຜນ​ການກ່ຽວກັບ​ຫົວຂໍ້ຢູ່ທີ່ກອງປະຊຸມສຸດຍອດ G7 ບໍ່​ໄດ້​ມີການ​ລາຍ​ງານ​ມາ​ກ່ອນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG