ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນຳ G7 ເລີ້ມຕົ້ນ ກອງປະຊຸມສຸດຍອດ ໂດຍການໄປຢ້ຽມ ວັດສັກສິດ ຂອງຍີ່ປຸ່ນ


Japan G-7 2nd UPD
please wait
Embed

No media source currently available

0:00 0:01:06 0:00

ບັນດາມະຫາອຳນາດຂອງໂລກ ບາງທ່ານ ໄດ້ເພີດເພີນໃຈ ຢູ່ກັບສະຖານທີ່ທ່ອງທ່ຽວ ໃນຍີ່ປຸ່ນ ໃນວັນພະຫັດມື້ນີ້ ກ່ອນໜ້າການເຂົ້າຮ່ວມປະຊຸມກັນເພື່ອແກ້ໄຂບັນຫາ ການເສດຖະກິດ ການກໍ່ການຮ້າຍ ແລະ ຄວາມໝັ້ນຄົງທາງທະເລ ໃນລະຫວ່າງ ການຮັບປະທານອາຫານທ່ຽງຂອງພວກເພິ່ນຢູ່ນັ້ນ.

ບັນດາຜູ້ນຳຂອງ 7 ປະເທດທີ່ຮັ່ງມີ ບວກກັບບັນດາຜູ້ນຳຂອງສະຫະພາບຢູໂຣບ ໄດ້ເລີ້ມຕົ້ນ ກອງປະຊຸມສຸດຍອດປະຈຳປີ ຂອງພວກເພິ່ນ ຢູ່ໃນເມືອງແຄມທະເລ Ise Shima ຂອງຍີ່ປຸ່ນ.

ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe, ກາງ, ໂບກມື ໃນຂະນະຍ່າງໄປພ້ອມໆກັບ ບັນດາຜູ້ນຳກຸ່ມ 7 ປະເທດ ທີ່ພັດທະນາແລ້ວ ທາງດ້ານອຸດສາຫະກຳ ຫຼື G-7, ວັນທີ 26 ພຶດສະພາ 2016.
ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe, ກາງ, ໂບກມື ໃນຂະນະຍ່າງໄປພ້ອມໆກັບ ບັນດາຜູ້ນຳກຸ່ມ 7 ປະເທດ ທີ່ພັດທະນາແລ້ວ ທາງດ້ານອຸດສາຫະກຳ ຫຼື G-7, ວັນທີ 26 ພຶດສະພາ 2016.

ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ໄດ້ຕ້ອນຮັບ ປະທານາທິບໍດີ ສະຫະລັດ ທ່ານ Barack Obama ແລະ ບັນດາຜູ້ນຳ ຈາກອັງກິດ ຝຣັ່ງ ເຢຍຣະມັນ ອີຕາລີ ແລະ ການາດາ ຢູ່ສະຖານທີ່ສັກສິດ ທາງສາສະໜາ Shinto ຫຼື Ise Grand Shrine ໃນຍີ່ປຸ່ນ ຊຶ່ງທ່ານ Abe ເປັນຜູ້ເຄົາລົບນັບຖືຢ່າງເຄັ່ງຄັດ. ຜູ້ນຳແຕ່ລະທ່ານ ໄດ້ຍ່າງຂ້າມຂົວອັນ ຍາວໄປສູ່ວັດດັ່ງກ່າວ ຕິດຕາມຄຽງຂ້າງໄປດ້ວຍພະສົງ ທີ່ໃສ່ຜ້າຄຸມສີຂາວ ກ່ອນທີ່ຈະ ເຕົ້າໂຮມກັນ ເພື່ອການຖ່າຍຮູບນຳກັນ ເປັນກຸ່ມ ທີ່ເປັນທຳນຽມ.

ລາຍການກອງປະຊຸມສຸດຍອດ ຂອງ G7 ໄລຍະສອງມື້ ແມ່ນຈະອຸທິດເວລາ ເພື່ອເສີມ ຂະຫຍາຍ ເສດຖະກິດໂລກທີ່ຊຸດໂຊມ ເພື່ອຕໍ່ສູ້ກັບການກໍ່ການຮ້າຍ ແລະ ເລື້ອງຄວາມ ໝັ້ນຄົງທາງທະເລ ຈຸດສຸດທ້າຍອັນເປັນເລື້ອງທີ່ແນ່ຊັດ ຂອງການເພີ້ມຂະຫຍາຍເຂດ ນ້ຳແດນດິນຂອງຈີນ ຢູ່ໃນເຂດທະເລຈີນໃຕ້ ທີ່ມີຊັບພະຍາກອນທີ່ອຸດົມສົມບູນ ຜູ້ທີ່ ບໍ່ຫົວຊານຳການກ່າວອ້າງເອົາກຳມະສິດເຊັ່ນດຽວກັນ ໂດຍບັນດາປະເທດ ໃນເອເຊຍ ປາຊີຟິກ ທີ່ເປັນເພື່ອນບ້ານຂອງຕົນນັ້ນ.

ຫຼັງຈາກການສະຫລຸບກອງປະຊຸມສຸດຍອດ ໃນວັນສຸກມື້ອື່ນ ທ່ານໂອບາມາ ຈະເດີນທາງ ໄປຍັງນະຄອນ Hiroshima ບ່ອນທີ່ປະຊາຊົນຍີ່ປຸ່ນ ຫຼາຍສິບພັນຄົນ ໄດ້ຖືກຂ້າຕາຍ ໃນເວລາ ເຮືອບິນລົບຂອງສະຫະລັດ ໄດ້ຖິ້ມລະເບີດປະລະມະນູລູກອຳອິດຂອງໂລກໃສ່ ໃນປີ 1945 ທີ່ນຳໄປສູ່ການສິ້ນສຸດສົງຄາມໂລກຄັ້ງທີ່ 2 ນັ້ນ.

Some of the world's most powerful figures indulged in a spot of tourism in Japan Thursday before tackling a luncheon menu of economics, terrorism and maritime security.

The heads of state of the world's seven wealthiest nations plus the leaders of the European Union began their annual summit in the coastal Japanese city of Ise Shima.

Prime Minster Shinzo Abe greeted U.S. President Barack Obama and the leaders of Britain, France, Germany, Italy and Canada at the Ise Grand Shrine, the holiest site in Japan's Shinto religion, of which Abe is a fervent follower.Each leader walked across a long bridge to the shrine, accompanied by a white-robed priest, before assembling for a traditional group photograph.

The agenda for the two-day G7 summit is dedicated to boosting the sluggish global economy, combating terrorism and maritime security, the last point an obvious nod to China's increasing territorial expansion in the resource-rich South China Sea, ignoring similar claims by its Asia Pacific neighbors.

After the summit's conclusion on Friday, Obama will travel to Hiroshima, where tens of thousands of Japanese were killed when a U.S. warplane dropped the world's first atomic bomb in 1945, hastening the end of World War Two.

XS
SM
MD
LG