ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາລັດຖະມົນຕີຕ່າງປະເທດ ກຸ່ມ G-7 ໄດ້ເນັ້ນຢ້ຳເຖິງຄວາມກັງວົນ ກ່ຽວກັບຣັດເຊຍ ແລະ ຈີນ


 ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ໃນການສະຫຼຸບກອງປະຊຸມ ລັດຖະມົນຕີຕ່າງປະເທດຂອງ G-7 ໃນນະຄອນ ຄາຣຸອິຊາວະ ປະເທດຍີ່ປຸ່ນ ໃນວັນທີ 18 ເມສາ 2023
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ໃນການສະຫຼຸບກອງປະຊຸມ ລັດຖະມົນຕີຕ່າງປະເທດຂອງ G-7 ໃນນະຄອນ ຄາຣຸອິຊາວະ ປະເທດຍີ່ປຸ່ນ ໃນວັນທີ 18 ເມສາ 2023

ບັນດາລັດຖະມົນຕີການຕ່າງປະເທດຈາກກຸ່ມ G-7 ໄດ້ປະນາມສົງຄາມຂອງຣັດເຊຍໃນຢູເຄຣນ ແລະໄດ້ເນັ້ນຍໍ້າໃຫ້ເຫັນເຖິງຄວາມຈຳເປັນໃນການມີສ່ວນຮ່ວມກັບຈີນ ເພື່ອແກ້ໄຂບັນຫາທ້າທາຍທົ່ວໂລກ ໃນຂະນະທີ່ ກອງປະຊຸມຢູ່ຍີ່ປຸ່ນໄດ້ປິດລົງ ໃນວັນອັງຄານມື້ນີ້.

ໃນຂະນະທີ່ ໃຫ້ຂໍ້ສັງເກດເຖິງຄວາມສໍາຄັນຂອງການເຮັດວຽກຮ່ວມກັບຈີນ ໃນບັນຫາຕ່າງໆເຊັ່ນ ການປ່ຽນແປງຂອງດິນຟ້າອາກາດ ແລະຄວາມໝັ້ນຄົງດ້ານສຸຂະພາບໃນທົ່ວໂລກ, ບັນດາລັດຖະມົນຕີ ໄດ້ສະແດງຄວາມກັງວົນໃນຖະແຫຼງການຮ່ວມກັນ ກ່ຽວກັບການກະທໍາຂອງຈີນໃນທະເລຈີນ ຕາເວັນອອກ ແລະທະເລຈີນໃຕ້ ພ້ອມທັງທ່າທີ່ຂອງຈີນຕໍ່ໄຕ້ຫວັນ.

“ພວກ​ເຮົາ​ຢືນຢັນ​ເຖິງ​ຄວາມ​ສຳຄັນ​ຂອງ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ ໃນ​ທົ່ວ​ເຂດ​ຊ່ອງ​ແຄບ​ໄຕ້​ຫວັນ ໃນຖານະເປັນອົງປະກອບທີ່ຂາດໄປບໍ່ໄດ້ນັ້ນ ໃນດ້ານ​ຄວາມ​ໝັ້ນຄົງ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ ໃນ​ປະຊາ​ຄົມ​ໂລກ, ​ແລະ​ຮຽກຮ້ອງ​ໃຫ້​ມີ​ການ​ແກ້​ໄຂ​ບັນຫາ​ຂ້າມ​ຊ່ອງ​ແຄບ​ໂດຍ​ສັນຕິ,” ບັນດາລັດຖະມົນຕີກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG