ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມ G7 ຮຽກຮ້ອງການຕອບໂຕ້ ທີ່ສຳຄັນ ຂອງອົງການສະຫະປະຊາຊາດ ຕໍ່ການຍິງລູກສອນໄຟ ເກົາຫຼີເໜືອ


ລັດຖະບານເກົາຫຼີເໜືອສະແດງການທົດລອງຍິງລູກສອນໄຟຢູ່ສະໜາມບິນສາກົນ ພຽງຢາງ, ເກົາຫຼີເໜືອ, 18 ພະຈິກ 2022. (Korean Central News Agency/Korea News Service via AP)
ລັດຖະບານເກົາຫຼີເໜືອສະແດງການທົດລອງຍິງລູກສອນໄຟຢູ່ສະໜາມບິນສາກົນ ພຽງຢາງ, ເກົາຫຼີເໜືອ, 18 ພະຈິກ 2022. (Korean Central News Agency/Korea News Service via AP)

ສະພາຄວາມໝັ້ນຄົງສະຫະປະຊາຊາດແມ່ນມີກຳນົດທີ່ຈະປຶກສາຫາລື ກ່ຽວກັບ ເກົາຫຼີເໜືອ ໃນວັນຈັນມື້ນີ້, ຫຼາຍວັນຫຼັງຈາກ ເກົາຫຼີເໜືອ ໄດ້ຍິງລູກສອນໄຟ ຂີປະນາວຸດຂ້າມທະວີບຄັ້ງຫຼ້າສຸດ.

ການຍິງໃນວັນສຸກທີ່ຜ່ານມາ ໄດ້ຖືກກ່າວປະນາມຢ່າງກວ້າງຂວາງ, ລວມທັງ ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູເຕເຣັສ, ຜູ້ທີ່ໄດ້ ຮຽກຮ້ອງໃຫ້ ເກົາຫຼີເໜືອ ຢຸດການກະທຳຍຸແຍ້ທຸກຢ່າງ.

ລັດຖະມົນຕີການຕ່າງປະເທດ ເກົາຫຼີເໜືອ ທ່ານ ໂຊ ຊອນ ຮຸຍ ໄດ້ກ່າວໃນ ຖະແຫຼງການສະບັບນຶ່ງທີ່ລາຍງານໂດຍສື່ມວນຊົນລັດຖະບານໃນວັນຈັນມື້ນີ້ວ່າ ການທົດລອງລູກສອນໄຟຂອງປະເທດແມ່ນສ່ວນນຶ່ງຂອງສິດທີ່ຖືກຕ້ອງຕາມກົດໝາຍຂອງເຂົາເຈົ້າເພື່ອປ້ອງກັນຕົນເອງ ແລະ ໄດ້ກ່າວຫາທ່ານ ກູເຕເຣັສ ກ່ຽວກັບ ການເປັນ “ຫຸ່ນເຊີດ” ຂອງ ສະຫະລັດ.

ເກົາຫຼີເໜືອ ໄດ້ກ່າວວ່າການທົດລອງຂອງເຂົາເຈົ້າແມ່ນການຕອບໂຕ້ຕໍ່ການ ຊ້ອມລົບຂອງ ສະຫະລັດ ກັບ ເກົາຫຼີໃຕ້.

ກ່ອນການເຈລະຈາຂອງອົງການສະຫະປະຊາຊາດ ໃນວັນຈັນມື້ນີ້, ບັນດາສະ ມາຊິກຂອງກຸ່ມ 7 ປະເທດທີ່ຮັ່ງມີຂອງໂລກໄດ້ກ່າວວ່າ ສະພາຄວາມໝັ້ນຄົງຕ້ອງເອົາ “ມາດຕະການທີ່ສຳຄັນ.”

ຖະແຫຼງການຮ່ວມໂດຍບັນດາລັດຖະມົນຕີຈາກ ສະຫະລັດ, ຍີ່ປຸ່ນ, ການາດາ, ເຢຍຣະມັນ, ອັງກິດ, ຝຣັ່ງ ແລະ ອິຕາລີ ໄດ້ກ່າວວ່າການກະທຳຂອງ ເກົາຫຼີ ເໜືອ “ຮຽກຮ້ອງໃຫ້ມີການຕອບໂຕ້ຮ່ວມກັນ ແລະ ຢ່າງແຂງຂັນ ໂດຍປະຊາຄົມສາກົນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG