ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສປຊ ຮຽກຮ້ອງໃຫ້ກຸ່ມຈີ 20 ຊ່ອຍປະເທດທຸກຍາກ


ເລຂາທິການໃຫຍ່ ອົງການ ສປຊ ທ່ານ Ban Ki-moon
ເລຂາທິການໃຫຍ່ ອົງການ ສປຊ ທ່ານ Ban Ki-moon

ຂະນະທີ່ພວກຜູ້ນຳຂອງ 20 ປະເທດ ທີ່ມີເສດຖະກິດໃຫຍ່ສຸດໃນໂລກ ພວມກະກຽມການ ເຈລະຈາ ເພື່ອຊອກຫາຊ່ອງທາງເຮັດໃຫ້ເສດຖະກິດຂອງໂລກ ເຕີບໃຫຍ່ຂະຫຍາຍໂຕຢູ່ນັ້ນ ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ໄດ້ຮ້ອງຂໍໃຫ້ພວກເຂົາເຈົ້າພິຈາລະນາ ກ່ຽວກັບພວກທີ່ທຸກຍາກ ແລະ ມີຄວາມຫລໍ່ແຫຼມທີ່ສຸດໃນໂລກ. Steve Herman ຜູ້ສື່ຂ່າວ ຂອງ VOA ມີລາຍງານກ່ຽວກັບເລື່ອງນີ້ ຈາກກຸງໂຊລ

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດແມ່ນບໍ່ຄ່ອຍຮູ້ກັນມາກ່ອນວ່າ ເປັນຄົນມັກ
ເວົ້າແບບກົງໆແຕ່ທ່ານ Ban Ki Moon ແມ່ນໄດ້ເວົ້າແບບກົງໄປເລີຍກ່ຽວກັບກອງປະຊຸມ
ສຸດຍອດຂອງກຸ່ມຈີ 20 ຫຼື 20 ປະເທດ ທີ່ມີເສດຖະກິດໃຫຍ່ສຸດໃນໂລກ ໃນສັບປະດານີ້.
ທ່ານເວົ້າວ່າ ຄຳຖາມຕ່າງໆ ສຳລັບພວກຜູ້ນຳເຫຼົ່ານີ້ກໍຄື “ມັນມີຄວາມໝາຍແນວໃດຕໍ່ປະ
ຊາຊົນ”

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ຮຽກຮ້ອງໃຫ້ບັນດາພວກຜູ້ນຳທີ່ມີເສດຖະກິດ
ໃຫຍ່ທີ່ສຸດໃນໂລກ ບໍ່ໃຫ້ຄິດແບບແຄບໆ ກ່ຽວກັບການພັດທະນາ ແລະການເຕີບໃຫຍ່ຂະ
ຫຍາຍໂຕຂອງເສດຖະກິດ.

ທ່ານ Ban ກ່າວໃນວັນພຸດມື້ນີ້ທີ່ກຸງໂຊລວ່າພວກຜູ້ນຳຂອງກຸ່ມຈີ 20 ຕ້ອງເອົາຊະນະການ ມີຄວາມເຫັນແຕກຕ່າງກັນຢ່າງກວ້າງຂວາງກ່ຽວກັບຄ່າເງິນຕາແລະຄວາມບໍ່ກໍ້າເກິ່ງໃນດ້ານ
ເສດຖະກິດ.

"ຂ້າພະເຈົ້າມີຄວາມເປັນຫ່ວງວ່າຈະມີຄວາມຄິດຄວາມເຫັນທີ່ແຕກຕ່າງ ກັນ
ບາງປະການ ໃນຄະນະປະເທດສະມາຊິກ ຈີ20 ກ່ຽວກັບບັນຫາເຫລົ່ານີ້ ແຕ່
ຂ້າພະເຈົ້າກໍເຊື່ອວ່າ ເລຶ່ອງນີ້ຍັງມີຄວາມຈໍາເປັນທີ່ວ່າພວກຜູ້ນໍາກຸ່ມ ຈີ 20
ທັງຫລາຍນັ້ນ ຈະສາມະຄີກົມກຽວກັນ ແລະປະສານງານກັນໃນນະໂຍບາຍ
ຕ່າງໆຂອງພວກເຂົາເຈົ້ານັ້ນ ນີ້ຄືເວລາແຫ່ງ ຄວາມເປັນອັນນຶ່ງອັນດຽວກັນ."


ໃນຕອນເຊົ້າມື້ນີ້ ທ່ານ Ban ອະດີດລັດຖະມົນຕີການຕ່າງປະເທດຂອງເກົາຫລີໃຕ້ ໄດ້ພົບ
ປະກັບປະທານາທິບໍດີເກົາຫຼີໃຕ ້ທ່ານ Lee Myung-bak. ທ່ານ Ban ກ່າວວ່າ ທ່ານມີ
ຄວາມຫວັງເປັນທີ່ສຸດວ່າ ຄະນະນຳພາຂອງປະ ເທດເຈົ້າພາບຈັດກອງປະຊຸມສຸດຍອດໃນ
ຄັ້ງນີ້ຈະປະສົບກັບຄວາມສຳເລັດ.

ກອງປະຊຸມສຸດຍອດເປັນເວລາ 2 ມື້ ເລີ້ມຂຶ້ນໃນວັນພະຫັດມື້ອື່ນ.

ເຈົ້າໜ້າທີ່ຂອງກຸ່ມຈີ 20 ກ່າວເຖິງການອະພິປາຍໃນໝູ່ບັນດາເຈົ້າໜ້າທີ່ຮ່າງ ຖະແຫຼງ
ການຂອງກອງປະຊຸມສຸດຍອດ ຊຶ່ງຈະມີການນຳອອກເຜີຍແຜ່ໃນມື້ວັນສຸກຈະມານີ້ວ່າ
ແມ່ນຂ້ອນຂ້າງຂຸ້ນຂ້ຽວແລະເຜັດຮ້ອນ.

ສະຫະລັດປະເຊີນກັບການຖືກຕຳໜິຕິຕຽນກ່ຽວກັບການຕັດສິນໃຈຂອງທະນາຄານ
ກາງສະຫະລັດທີ່ຈະໃຊ້ຈ່າຍເງິນ 600 ພັນລ້ານໂດລາເພື່ອຊື້ພັນທະບັດ. ການເຄື່ອນ
ໄຫວດັ່ງກ່າວແມ່ນມີຄວາມຕັ້ງໃຈທີ່ຈະກະຕຸກຊຸກຍູ້ເສດຖະກິດໂດຍເຮັດໃຫ້ລະບົບທະ
ນາຄານມີເງິນສົດເພີ້ມຂຶ້ນຊຶ່ງຫຼັງຈາກນັ້ນສາມາດໃຫ້ເງິນກູ້ຢືມແກ່ທຸລະກິດຕ່າງໆແລະ
ຜູ້ບໍລິໂພກໄດ້.

ແຕ່ພວກຕຳໜິຕິຕຽນກ່າວວ່າ ໂຕຈິງແລ້ວແມ່ນເຮັດໃຫ້ເງິນໂດລາອ່ອນຄ່າລົງຊຶ່ງເປັນ
ການລະເມີດຕໍ່ຄຳໝັ້ນສັນຍາໃນເດືອນແລ້ວຂອງລັດຖະມົນຕີການເງິນ ຂອງກຸ່ມຈີ 20
ທີ່ວ່າຈະບໍ່ແຂ່ງກັນຫຼຸດຄ່າເງິນຕາຂອງຕົນລົງ.

ນອກນັ້ນແລ້ວຍັງມີການຄັດຄ້ານ ໂດຍສະເພາະຈາກຈີນແລະຍີ່ປຸ່ນຕໍ່ຂໍ້ສະເໜີ ທີ່ຈະຕັ້ງ
ເປົ້າໝາຍຢ່າງສະເພາະສຳລັບການຄ້າທີ່ບໍ່ກໍ້າເກິ່ງ. ທັງສະຫະລັດແລະເກົາຫຼີໃຕ້ໃຫ້ການ
ສະໜັບສະໜຸນຕໍ່ຄວາມຄິດດັ່ງກ່າວ.

ນອກນັ້ນນະໂຍບາຍກຳນົດອັດຕາແລກປ່ຽນເງິນຕາຂອງຈີນກໍຈະເປັນຈຸດສົນໃຈ ຈຸດນຶ່ງ
ຂອງກຸ່ມຈີ 20. ສະຫະລັດແລະສະຫະພາບຢູໂຣບແມ່ນສ່ວນນຶ່ງຂອງສະ ມາຊິກຂອງກຸ່ມ
ຈີ 20 ທີ່ໄດ້ກ່າວຫາປັກກິ່ງວ່າ ຕັ້ງໃຈທີ່ຈະຮັກສາຄ່າເງິນຢວນ ຊຶ່ງເປັນເງິນຕາຂອງຈີນໃຫ້
ອ່ອນຄ່າມາໄດ້ຫຼາຍປີແລ້ວ ເພື່ອໃຫ້ຜົນປະໂຫຍດສຳລັບພວກສົ່ງອອກສິນຄ້າຂອງຈີນ.

XS
SM
MD
LG