ທ່ານພັນກີມູນ ເລຂາທິການໃຫຍ່ສະຫະປະຊາຊາດ ກ່າວວ່າ
ທ່ານຈະຊຸກຍູ້ບັນດາຜູ້ນໍາຂອງພວກປະເທດທີ່ຮັ່ງມີທີ່ສຸດໃນ
ໂລກບໍ່ໃຫ້ລືມພວກປະເທດທີ່ທຸກຈົນທີ່ສຸດໃນໂລກ ເວລາ
ພວກຜູ້ນໍາປະເທດເຫລົ່ານີ້ພົບປະກັນໃນສັບປະດານີ້ທີ່ເກົາ
ຫລີໃຕ້.
ຫົວໜ້າສະຫະປະຊາຊາດທ່ານນີ້ ກໍາລັງຢູ່ໃນກຸງໂຊນເພື່ອ
ເຂົ້າຮ່ວມໃນກອງປະຊຸມສຸດຍອດກຸ່ມ G20 ຊຶ່ງຈະເລີ້ມໄຂ
ຂຶ້ນໃນວັນພະຫັດມື້ອື່ນນີ້.
ທ່ານພັນກີມູນກ່າວຕໍ່ບັນດານັກຂ່າວໃນວັນພຸດມື້ນີ້ວ່າ ທ່ານຈະເຮັດໃຫ້ ດີທີ່ສຸດເພື່ອຮັບ
ປະກັນວ່າ ພວກ 20ປະເທດຊັ້ນນໍາດ້ານເສດຖະກິດຂອງໂລກ ຊອກຫາທາງແກ້ໄຂສໍາລັບ
ພວກປະຊາຊົນທີ່ທຸກຈົນແລະໄດ້ຕົກຢູ່ໃນຄວາມຫຼໍ່ແຫຼມຫລາຍທີ່ສຸດເຂົ້າໃນແຜນການຂອງ
ພວກຕົນ.
ທ່ານພັນກີມູນ ກ່າວຕື່ມວ່າ ທ່ານມີຂໍ້ຄິດເຫັນຫຼືຄຳເຕືອນທີ່ສໍາຄັນ 3 ຢ່າງສຳລັບກອງປະຊຸມ
ກຸ່ມ G20 ນີ້ ຄືທໍາອິດພວກປະເທດທີ່ຈະເລີນແລ້ວຈະຕ້ອງຮັກສາຄໍາໝັ້ນສັນຍາຂອງຕົນທີ່ໃຫ້
ໄວ້ກັບເປົ້າໝາຍການພັດທະນາສະຫັດສະວັດສະຫະປະຊາຊາດ ສອງມາ ການລົງທຶນຈະຕ້ອງ
ໄປລົງທຶນໃນບ່ອນໃດທີ່ຈະສາມາດນໍາສິ່ງດີທີ່ສຸດມາໃຫ້ ເຊ່ນ ຄວາມໝັ້ນຄົງທາງດ້ານເຂົ້າປາອາ
ຫານ ແລະສຸກຂະພາບສໍາລັບແມ່ຍິງແລະເດັກນ້ອຍ ແລະສາມມາ ແມ່ນໃຫ້ພວກປະເທດເຫລົ່ານີ້
ຈະຕ້ອງເຮັດໃຫ້ການຕໍ່ສູ້ເລື້ອງການປ່ຽນແປງຂອງດິນຟ້າອາກາດນີ້ຄືບໜ້າຕໍ່ໄປ.