ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມສຸດຍອດ ຂອງກຸ່ມຈີ 20 ຫັນຄວາມສົນໃຈ ໄປໃສ່ເສດຖະກິດໂລກ


ກອງປະຊຸມສຸດຍອດຂອງກຸ່ມຈີ 20 ທີເມືອງ Cannes ປະເທດຝຣັ່ງ (4 ພະຈິກ 2011)
ກອງປະຊຸມສຸດຍອດຂອງກຸ່ມຈີ 20 ທີເມືອງ Cannes ປະເທດຝຣັ່ງ (4 ພະຈິກ 2011)

ພວກຜູ້ນຳຂອງໂລກຢູ່ທີ່ກອງປະຊຸມສຸດຍອດທາງດ້ານເສດຖະກິດມື້ທີ 2 ຊຶ່ງເປັນມື້ສຸດທ້າຍ
ຂອງກຸ່ມຈີ 20 ຢູ່ທີ່ປະເທດຝຣັ່ງ ມີແຜນການທີ່ຈະເພັ່ງເລັງໃສ່ ການສ້າງຄວາມທຸ່ນທ່ຽງໃຫ້
ແກ່ເສດຖະກິດໂລກ ລຸນຫຼັງນຶ່ງມື້ຊຶ່ງສ່ວນໃຫຍ່ແລ້ວແມ່ນຄອບງຳໂດຍການຖົກຖຽງກ່ຽວກັບ
ການເມືອງພາຍໃນຂອງກຣີສທີ່ຂົ່ມຂູ່ວ່າ ຈະຜັກດັນໃຫ້ເຂດໃຊ້ເງິນຢູໂຣກ້າວເຂົ້າສູ່ໄພພິບັດ
ທາງດ້ານເສດຖະກິດ.

ເປັນທີ່ຄາດກັນວ່າ ໃນວັນສຸກມື້ນີ້ ພວກຜູ້ນຳຂອງປະເທດ ທີ່ມີເສດຖະກິດທີ່ໃຫຍ່ທີ່ສຸດໃນ
ໂລກຈະພິຈາລະນາເພື່ອເພີ່ມການອຸບປະໂພກບໍລິໂພກພາຍໃນປະເທດແລະເພີ່ມຊັບພະຍາ
ກອນ ໃຫ້ແກ່ອົງການກອງທຶນສາກົນ IMF ຊຶ່ງທັງສອງບາດກ້າວນີ້ ແມ່ນໝາຍຄວາມວ່າ
ເພື່ອຜ່ອນເບົາຜົນກະທົບຂອງວິກິດການໜີ້ສິນໃນຢູໂຣບຕໍ່ເສດຖະກິດຂອງໂລກ.

ເປັນທີ່ຄາດກັນວ່າກອງປະຊຸມສຸດຍອດໃນຄັ້ງນີ້ຈະແມ່ນເພັ່ງເລັງໃສ່ເພື່ອສ້າງຄວາມສະຫງົບ
ໃຫ້ແກ່ຕະຫຼາດໂລກ ແລະຈັດຕັ້ງປະຕິບັດລະບຽບການທາງດ້ານການເງິນ ທີ່ເຂັ້ມງວດກວ່າ
ເກົ່າ ແຕ່ການເຈລະຈາຫາລືໃນມື້ວານນີ້ສ່ວນໃຫຍ່ແລ້ວໄດ້ເປັນເງົາບົດບັງໂດຍຄວາມລັງເລ
ໃຈຂອງກຣີສ ທີ່ຈະປະຕິບັດຕາມເງື່ອນໄຂຕ່າງໆຂອງແຜນການຊ່ອຍກອບກູ້ທາງດ້ານການ
ເງິນທີ່ໄດ້ມີການຕົກລົງຮັບເອົາໃນອາທິດແລ້ວໂດຍສະຫະພາບຢູໂຣບນັ້ນ.

ໃນຕອນແລງຂອງວັນພະຫັດວານນີ້ ປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy ໄດ້
ຮຽກຮ້ອງອີກເທື່ອນຶ່ງ ໃຫ້ກຣີສຮັບເອົາຂໍ້ຕົກລົງດັ່ງກ່າວ ທີ່ບັງຄັບໃຫ້ກຣີສ ຕ້ອງໄດ້ຕັດງົບ
ປະມານຊຶ່ງສ່ວນໃຫຍ່ແລ້ວ ແມ່ນບໍ່ໄດ້ຮັບຄວາມນິຍົມຈາກປະຊາຊົນທີ່ມີສິດປ່ອນບັດເລືອກ
ຕັ້ງຊາວກຣີສ.

ໃນຕົ້ນອາທິດນີ້ນາຍົກລັດຖະມົນຕີກຣີສ ທ່ານ George Papandreou ໄດ້ເຮັດໃຫ້ຕະ
ຫຼາດການເງິນຂອງໂລກ ເກີດຄວາມຕື່ນຕົກໃຈ ໂດຍປະກາດວ່າ ຈະມີການລົງປະຊາມະຕິ
ກ່ຽວກັບແຜນການຊ່ອຍກອບກູ້ເສດຖະກິດ.

ແຕ່ໃນມື້ວັນພະຫັດວານນີ້ທ່ານ Papandreou ໄດ້ຍົກເລີກການລົງປະຊາມະຕິຫຼັງຈາກ
ບັນດາພັກຝ່າຍຄ້ານຂອງກຣີສ ໄດ້ຕົກລົງ ທີ່ຈະໃຫ້ການສະໜັບສະໜຸນ ຕໍ່ແຜນການໃຫ້
ຄວາມຊ່ອຍເຫຼືອດັ່ງກ່າວ.

XS
SM
MD
LG