ບັນດາຜູ້ນໍາ 20 ປະເທດຊັ້ນນໍາດ້ານເສດຖະກິດຂອງໂລກໃຫ້ຄໍາໝັ້ນສັນຍາທີ່ຈະຮື້ຟື້ນການເຕີບໂຕທາງດ້ານເສດຖະກິດຂອງໂລກຄືນ ແລະຈະແກ້ໄຂການຫວ່າງງານທີ່ພວມເພີ່ມທະວີຂຶ້ນໃນໂລກໃນປັດຈຸບັນນີ້.
ຫລັງຈາກກອງປະຊຸມສຸດຍອດເປັນເວລາ 2 ມື້ທີ່ເມືອງ Cannes ປະເທດຝຣັ່ງ ບັນດາຜູ້ນໍາ 20 ປະເທດຍັງໄດ້ໃຫ້ຄໍາໝັ້ນສັນຍາເຊ່ນກັນທີ່ຈະສົ່ງເສີມການຢູ່ຮວມກັນທາງດ້ານສັງຄົມແລະໃຫ້ໂລກຮັບໃຊ້ຕາມຄວາມຮຽກຮ້ອງຕ້ອງການຂອງປະຊາຊົນຂອງຕົນ.
ຄວາງລັ່ງເລໃຈຂອງກຣິສເພື່ອປະຕິບັດຕາມເງື່ອນໄຂຕ່າງໆຂອງໂຄງການຊ່ອຍກູ້ໜີ້ສິນຂອງຕົນໄດ້ຄອບງໍາກອງປະຊຸມສຸດຍອດເປັນເວລາສອງມື້ນີ້ ແລະພວກຜູ້ນໍາກຸ່ມ G20 ໄດ້ຮຽກຮ້ອງໃຫ້ພວກຜູ້ນໍາຂອງສະຫະພາບຢູໂຣບປ້ອງກັນບໍ່ໃຫ້ອີຕາລີຕົກຢູ່ໃນວິກິດການໜີ້ສິນຄືກັນກັບກຣິສນັ້ນ.
ໃນຖະແຫລງການຮ່ວມສະບັບນຶ່ງພວກຜູ້ນໍາເຫລົ່ານີ້ໄດ້ກ່າວຊົມເຊີຍແຜນການຮອບດ້ານຂອງເຂດໃຊ້ເງິນຢູໂຣເພື່ອຮື້ຟື້ນສະຖຽນລະພາບດ້ານການເງິນໃຫ້ຄືນສູ່ສະພາບເດີມ ແຕ່ບໍ່ໄດ້ສະເໜີໃຫ້ເງິນຊ່ອຍເຫລືອໃນກອງທຶນຊ່ອຍເຫລືອພາວະສຸກເສີນ.
ປະທານາທິບໍດີຝຣັ່ງທ່ານ Nicolas Zarkozy ຊຶ່ງເປັນເຈົ້າພາບຈັດກອງປະຊຸມສຸດຍອດດັ່ງກ່າວ ກ່າວວ່າ ປະເທດເສດຖະກິດທີ່ສໍາຄັນໃນຢູໂຣບ ຄືຝຣັ່ງແລະເຢຍຣະມັນ ໄດ້ກໍານົດຢ່າງແນ່ວແນ່ເພື່ອປ້ອງກັນຄວາມສາມັກຄີພ້ອມພຽງກັນຂອງຢູໂຣບແລະເງິນຕາຢູໂຣຂອງຢູໂຣບນັ້ນ.
ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາກ່າວວ່າ ບັນດາຜູ້ຂອງໂລກໄດ້ທໍາຄວາມ
ຄືບໜ້າທີ່ສໍາຄັນໃນການຮັກສາສະຖຽນລະພາບຂອງເສດຖະກິດໂລກ ແຕ່ວ່າຈະຕ້ອງດໍາ
ເນີນການຫລາຍຂຶ້ນເພື່ອແກ້ໄຂບັນຫາໜີ້ສິນຂອງຢູໂຣບນັ້ນ.
ທ່ານໂອບາມາໄດ້ກ່າວຊົມເຊີຍຈີນທີ່ຮັບປາກໃນກອງປະຊຸມສຸດຍອດທີ່ຈະເອົາບາດກ້າວຕື່ມ
ອີກເພື່ອສົ່ງເສີມການເສດຖະກິດພາຍໃນປະເທດຂອງຕົນໃນຄວາມພະຍາຍາມເພື່ອຕັດ
ການໄດ້ປຽບທາງດ້ານການຄ້າຂອງຕົນກັບຕ່າງປະເທດນັ້ນ ຊຶ່ງໄດ້ຍັງຜົນໃຫ້ມີການຂາດ
ດຸນການຄ້າກັບສະຫະລັດຢ່າງຫລວງຫລາຍນັ້ນ.