ບັນດາຜູ້ນໍາຂອງໂລກໄດ້ໄປເຕົ້າໂຮມກັນຢູ່ທີ່ປະເທດເມັກຊິໂກ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດເປັນເວລາ 2 ມື້ຂອງກຸ່ມ G20 ທີ່ເລີ້ມຂຶ້ນໃນວັນຈັນມື້ນີ້ ຢູ່ເມືອງ Los Cabos ເມືອງຕາກອາກາດແຄມມະຫາສະມຸດປາຊີຟິກ ທ່າມກາງຄວາມປັ່ນປ່ວນໃນເຂດໃຊ້ເງິນຢູໂຣແລະສະຖາ
ນະການນອງເລືອດທີ່ຊຸດໂຊມລົງນັບມື້ໃນຊີເຣຍນັ້ນ.
ຄວາມເປັນຫ່ວງກັງວົນກ່ຽວກັບຄວາມປັ່ນປ່ວນດ້ານເສດຖະກິດໃນຢູໂຣບໄດ້ຜ່ອນຄາຍລົງແດ່ໜ້ອຍນຶ່ງ ກ່ອນກອງປະຊຸມສຸດຍອດ ຫລັງຈາກທີ່ປາກົດວ່າພວກປ່ອນບັດເລືອກຕັ້ງໃນກຣີສ ໄດ້ລົງຄະແນນສຽງເລືອກເອົາພັກປະຊາທິປະໄຕໃໝ່ ທີ່ເຫັນດີໃຫ້ຮັບເອົາການຊ່ອຍກູ້ໜີ້ສິນ ໃນວັນອາທິດວານນີ້ ຊຶ່ງການລົງຄະແນນສຽງຄັດຄ້ານນັ້ນ ອາດຈະບີບບັງຄັບໃຫ້ກຣີສອອກຈາກເຂດໃຊ້ເງິນຢູໂຣນັ້ນໄດ້ ອັນຈະເປັນການເຄື່ອນໄຫວອັນນຶ່ງທີ່ຈະສ້າງຄວາມຫາຍະນະຄັ້ງ
ຍິ່ງໃຫຍ່ ໃຫ້ແກ່ພວກປະເທດອື່ນໆໃນຢູໂຣບທີ່ກໍາລັງປະເຊີນກັບບັນຫາ ແລະໃຫ້ແກ່ເສດຖະ
ກິດໂລກໄດ້.
ຄາດກັນວ່າປະທານາທິບໍດີບາຣັກ ໂອບາມາ
ແຫ່ງສະຫະລັດ ຈະພະຍາຍາມຮຽກຮ້ອງເອົາ
ສັນຍານທີ່ກ້າຫານ ແລະວ່ອງໄວກ່ວາເກົ່າ
ຈາກຢູໂຣບ ທີ່ສະແດງວ່າ ຕົນຈະຄວບຄຸມ
ບັນຫາດ້ານການເງິນຂອງຕົນ ແລະປ້ອງ
ກັນບໍ່ໃຫ້ມັນສົ່ງຜົນກະທົບຕໍ່ການເສດຖະ
ກິດຂອງສະຫລັດແລະຕໍ່ໂອກາດຂອງທ່ານ
ທີ່ຈະຖືກເລືອກຕັ້ງເປັນປະທານາທິບໍດີອີກ
ສະໄໝນຶ່ງນັ້ນ.
ກອງປະຊຸມກຸ່ມ G20 ນໍາພວກຜູ້ນໍາ 20 ປະເທດຊັ້ນນໍາທາງດ້ານເສດຖະກິດຂອງໂລກມາປະຊຸມຫາລືກັນ.
ປະທານາທິບໍດີ Felipe Calderon ແຫ່ງເມັກຊິໂກໄດ້ທໍາການໂອ້ລົມສົນທະນາກັບທ່ານຫູ ຈິນເຖົາ ປະທານປະເທດຈີນໃນວັນອາທິດວານນີ້ ກ່ອນກອງປະຊຸມສຸດຍອດໄຂຂຶ້ນໃນວັນຈັນມື້ນີ້.