ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີ-20 ອັດກອງປະຊຸມ ສຸດຍອດ


ພວກຜູ້ນຳປະເທດທີ່ຈະເລີນອຸດສາຫະກຳແລະປະ​ເທດ​ພວກພັດທະນາ ທີ່ສຳຄັນໆ​ຂອງ​ໂລກໄດ້ຮັບຮອງ​ເອົາແຜນການທີ່ຮຽກຮ້ອງໃຫ້ບັນດາປະເທດ ທີ່ຮັ່ງມີທີ່ສຸດຂອງໂລກ ຕັດການຂາດດຸນງົບປະມານລົງໃຫ້ໄດ້ ເຄິ່ງນຶ່ງພາຍໃນສາມປີຂ້າງໜ້ານີ້ ແລະ​ໃຫ້ລົດຜ່ອນໜີ້ສິນລົງ​ໃຫ້​ໄດ້​ສັດສ່ວນ​ກັບຜົນ ຜະລິດດ້ານເສດຖະກິດ ພາຍໃນປີ 2016.

ທ່ານ Stephen Harper ນາຍົກລັດຖະມົນຕີການາດາ ໄດ້ປະກາດແຜນການດັ່ງກ່າວໃນຕອນປິດກອງ ປະຊຸມສຸດຍອດ ຈີ20 ເມື່ອວັນອາທິດວານນີ້ ທີ່ນະຄອນໂຕຣອນໂຕ.

ໃນການໃຫ້ສຳພາດຕໍ່ສື່ມວນຊົນນັ້ນ ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ ກໍໄດ້ເຫັນດ້ວຍ ກັບເປົ້າໝາຍທີ່ຈະຕັດການຂາດດຸນງົບປະມານ ຂອງສະຫະລັດລົງໃຫ້ໄດ້ເຄິ່ງນຶ່ງພາຍໃນປີ 2013 ຊຶ່ງທ່ານ ກ່າວວ່າຕາຕະລາງເວລາສຳລັບແຜນການດັ່ງກ່າວນີ້ ​ແມ່ນສອດຄ່ອງ​ກັບທ່າທີຂອງສະຫະລັດ. ແຕ່ທ່ານ ກ່າວຍ້ຳວ່າ ບູລິມະສິດກ່ອນອື່ນໝົດຂອງ​ທ່ານ ກໍຄືການສ້າງໜ້າວຽກແລະການເຕີບໂຕດ້ານເສດຖະກິດ.

ທ່ານ ໂອບາມາ ໄດ້ສະ​ແດງຄວາມເປັນຫ່ວງວ່າການຕັດການໃຊ້ຊ່າຍລົງຢ່າງໃຫຍ່ຫລວງເກີນໄປນັ້ນ ອາດຂັດຂວາງຕໍ່ການເຕີບໂຕຂອງເສດຖະກິດໄດ້.

ໃນຖະແຫລງການປິດກອງປະຊຸມສຸດຍອດນັ້ນ ບັນດາຜູ້ນຳກຸ່ມ ຈີ20 ໄດ້ເຕືອນວ່າ ຍັງ​ມີສິ່ງທ້າທາຍ ອັນຮ້າຍແຮງຫລາຍຢ່າງຂວາງໜ້າການຟື້ນຕົວຄືນ ຂອງເສດຖະກິດໂລກນັ້ນຢູ່. ພວກຜູ້ນຳເຫລົ່ານັ້ນເວົ້າອີກວ່າ ການເຕີບໂຕດ້ານເສດຖະກິດກຳລັງຫວນຄືນມາ ແຕ່ການຟື້ນຕົວຍັງຖືວ່າ “ບໍ່ສະໝ່ຳສະເໝີ ແລະບໍ່​ແຂງ​ແຮງ” ແລະອັດຕາການວ່າງງານໃນຫລາຍໆປະເທດ ຍັງຢູ່ໃນລະດັບທີ່ຮັບເອົາບໍ່ໄດ້.

ພວກຜູ້ນຳ ຈີ20 ກ່າວອີກວ່າ ເພື່ອໃຫ້ການຟື້ນຕົວຄືນຍືນຍົງຖາວອນນັ້ນ ​ປະຊາ​ຊາດ​ທັງຫລາຍແມ່ນຈະ ຕ້ອງ​ໄດ້ສືບ​ຕໍ່​ປະຕິບັດແຜນການກະຕຸກຊຸກຍູ້ ເສດຖະກິດທີ່ມີຢູ່​ແລ້ວນັ້ນ ແລະປະຕິບັດງານເພື່ອສ້າງເງື່ອນ ໄຂຕ່າງໆສຳລັບຄວາມຮຽກຮ້ອງຕ້ອງການສິນຄ້າທີ່ເຂັ້ມແຂງຂອງພາກສ່ວນເອກກະຊົນ.

XS
SM
MD
LG